spot_img
Homeຂ່າວພາຍ​ໃນຈັບ 2 ສ່ຽວ​ພ້ອມ​ ຢາ​ບ້າ 200 ເມັດ

ຈັບ 2 ສ່ຽວ​ພ້ອມ​ ຢາ​ບ້າ 200 ເມັດ

Published on

ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ປກສ ເມືອງຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຕິດ­ຕາມ​ການ​ເຄື່ອນໄຫວ​ບຸກ­ຄົນ​ຄ້າ­ຂາຍ​ຢາ​ເສບ​ຕິດ​ປະ­ເພດຢາ​ບ້າ ແລະ ​ໄດ້­ຜົນ​ເຫັນ​ສອງ​ສ່ຽວ​ໄດ້​ມີການ­ເຄື່ອນ­ໄຫວ​ຄ້າ­ຂາຍ​ຢາ​ບ້າ​ຢູ່​ເຂດ ບ້ານ​ນ້ຳ​ພ້າວ ເມືອງ​ຄຳ​ເກີດ ສະ­ນັ້ນ​ທາງເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈິ່ງ​ໄດ້​ວາງ​ແຜນ​ເພື່ອ​ຈັບ​ເປົ້າ​ໝາຍ​ທັງ​ສອງ.

ໃນ​ເວ­ລາ​ປະ­ມານ 18:00 ໂມງ ຂອງວັນ​ທີ 20 ເດືອນ​ເມ­ສາ 2016 ນີ້​ເຈົ້າ​ໜ້າທີ່​ໄດ້​ຕິດ­ຕາມ​ເປົ້າ​ໝາຍ​ທັງ​ສອງ​ທີ່​ກຳ ລັງ​ນຳ​ຢາ​ບ້າ​ຈາກ​ບ້ານ​ນ້ຳ​ພ້າວເມືອງ ຄຳ​ເກີດ ໄປ​ສົ່ງ​ໃຫ້​ສາ­ຂາ​ຢູ່​ບ້ານ​ວັງ​ກໍ່ ເມືອງ​ຄຳ​ເກີດ ພໍ​ເປົ້າ​ໝາຍ​ທັງ​ສອງ​ໄດ້ ໄປ​ຮອດ​ກາງ​ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ກໍ່ໄດ້​ສະ­ແດງ​ຕົວ​ເຂົ້າ​ຈັບ​ກຸມພ້ອມ​ທັງ​ກວດພົບ​ເຫັນ​ຢາ​ບ້າ​ຈຳ­ນວນ 200 ເມັດ ແລະ ປືນ​ສັ້ນ​ດັດ­ແປງ 1 ກະ­ບອກລູກ­ປືນ​ແວ໋ງ 11 ລູກ ແລ້ວ​ກັກ​ຕົວ​ຜູ້​ຖືກ​ຫາ​ທັງ 2 ຄົນ ໄປ ປກສ ເມືອງ​ຄຳ​ເກີດ ເພື່ອ​ສືບ­ສວນ-ສອບ​ສວນ.

ຜ່ານ​ການ​ກວດ­ກາ​ຕົວ​ຈິງ​ລາຍ​ນີ້​ມີ​ຊື່ ວ່າ​ທ້າວ ຫວັງ​ຈື່​ຊົ່ງ ອາ­ຍຸ 27 ປີ​ປະ­ຊາຊົນ​ບ້ານ​ນ້ຳ​ພ້າວ ເມືອງ​ຄຳ​ເກີດ ແຂວງ ບໍ​ລິ​ຄຳ​ໄຊ ແລະ​ທ້າວ ອ່ອນ (ຈ໋ອດ) ອາ­ຍຸ 24 ປີ ປະ­ຊາ­ຊົນ​ບ້ານ​ນ້ຳ​ພ້າວ ເມືອງ​ຄຳເກີດ ແຂວງ​ບໍ​ລິ​ຄຳ​ໄຊ.

ທ້າວ ຫວັງ​ຈື່​ຊົ່ງ ໄດ້​ສາ­ລະ­ພາບ​ຕໍ່​ເຈົ້າໜ້າ­ທີ່​ວ່າ: ຕົນ​ໄດ້​ຄ້າ­ຂາຍ​ຢາ​ບ້າ​ມາ​ໄດ້ 5-6 ຄັ້ງ​ແລ້ວ ແຕ່​ລະ​ຄັ້ງ​ແມ່ນ​ໄດ້​ຊື້​ຢາ​ບ້າ​ນຳ​ຄົນ​ບ້ານ​ໃກ້​ຄຽງ​ເປັນ​ຄົນ​ຊົນ­ເຜົ່າບໍ່​ຮູ້​ຊື່ ຊື​ື້​ຄັ້ງ​ລະ 20-30 ເມັດ, ເມັດ​ລະ 10 ພັນ​ກີບ ແລ້ວ​ມາ​ຂາຍ​ເມັດ​ລະ 15 ພັນ​ກີບຄັ້ງ​ທີ່​ຖືກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ກັກ​ຕົວ​ແມ່ນໄດ້​ຮ່ວມ​ກັນ​ຄ້າ-ຂາຍ​ກັບ ທ້າວ ອ່ອນ (ຈ໋ອດ).

ສ່ວນ​ທ້າວ ອ່ອນ ຫຼື ຈ໋ອດ ໄດ້​ສາ­ລະພາບ​ວ່າ​ຕົນ​ໄດ້​ເຄື່ອນ​ໄຫວ​ຊື້-ຂາຍ​ຢາ​ບ້າ ມາ​ໄດ້ 7-8 ຄັ້ງ​ແລ້ວ­ແຕ່​ລະ​ຄັ້ງ​ໄດ້​ຊື້​ນຳຄົນ​ບ້ານ​ໃກ້​ຄຽງ​ເປັນ​ຄົນ​ຊົນ­ເຜົ່າ​ເຊັ່ນ​ກັນ ແຕ່​ລະ​ຄັ້ງ​ແມ່ນ​ຊື້​ຄັ້ງ​ລະ 20-30 ເມັດຊື້ 1 ເມັດ 15 ພັນ​ກີບ ມາ​ຂາຍ​ໃນ​ລາ­ຄາ 20 ພັນ​ກີບ.

ຕໍ່​ກັບ​ການ​ກະ­ທຳ​ຜິດ​ຂອງ​ພວກ​ກ່ຽວທັງ​ສອງ​ເຫັນ​ວ່າ​ຜິດ​ຕໍ່​ລະ­ບຽບ​ກົດ­ໝາຍສອງ​ຂໍ້​ຫາ​ຄື​ມີ​ຢາ​ເສບ​ຕິດ ແລະ​ມີ​ອາ­ວຸດໄວ້​ໃນ​ຄອບ​ຄອງຈິ່ງ​ໄດ້​ຈັບ​ຕົວ​ທັງ​ສອງໄວ້​ສືບ­ສວນ-ສອບ​ສວນ​ດຳ­ເນີນ​ຄະ­ດີຕາມ​ລະ­ບຽບ​ກົດ­ໝາຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...