spot_img
Homeຂ່າວພາຍ​ໃນສະຫະພັນເປຕັງແຫ່ງຊາດ ສໍາເລັດການແຂ່ງຂັນ ເພື່ອຄັດເລືອກນັກກີລາເປຕັງດີເດັ່ນທົ່ວປະເທດ ຄັ້ງທີ 2

ສະຫະພັນເປຕັງແຫ່ງຊາດ ສໍາເລັດການແຂ່ງຂັນ ເພື່ອຄັດເລືອກນັກກີລາເປຕັງດີເດັ່ນທົ່ວປະເທດ ຄັ້ງທີ 2

Published on

ສະຫະພັນເປຕັງແຫ່ງຊາດລາວ ໂດຍຮັບການອຸປະຖໍາຈາກບໍລິສັດເບຍລາວ ໄດ້ສໍາເລັດການແຂ່ງຂັນເປຕັງທົ່ວປະເທດ ຄັ້ງທີ 2 ພາຍຫຼັງດໍາເນີນແຂ່ງຂັນເປັນເວລາ 3 ວັນ ແຕ່ວັນທີ 06 ພຶດສະພາ 2016 ເປັນຕົ້ນມາ ຢູ່ທີ່ສະໜາມກີລາເປຕັງ ຂອງສະຫະພັນດັ່ງກ່າວ ເຊິ່ງປະກອບມີ 4 ປະເພດກີລາຄື ປະເພດດ່ຽວທົ່ວໄປ ປະເພດຊຸດຕິ້ງທົ່ວໄປ ປະເພດທີມຄູ່ທົ່ວໄປ ແລະ ປະເພດທີມຄູ່ກິຕິມະສັກ ເຊິ່ງມີນັກກີລາ ແລະ ຄູເຝິກ ຫຼາຍກວ່າ 300 ຄົນ ໃນນັ້ນມາຈາກ 11 ແຂວງທົ່ວປະເທດ 6 ກະຊວງ ແລະ 5 ອົງການຈັດຕັ້ງທາງສັງຄົມອ້ອມຂ້າງເຂົ້າຮ່ວມ.

ສໍາລັບພິທີອັດການແຂ່ງຂັນໄດ້ຈັດຂຶ້ນໃນຕອນແລງວັນທີ 08 ພຶດສະພາ 2016 ທີ່ສະໜາມກີລາເປຕັງ ສະຫະພັນກີລາເປຕັງແຫ່ງຊາດລາວ (ດົງໂດກ ເມືອງໄຊທານີ) ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ແລະ ມອບຂັນລາງວັນຂອງທ່ານ ບົວລານ ສິຣິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ປະທານສະຫະພັນກີລາເປຕັງແຫ່ງຊາດລາວ ຜູ້ຕາງໜ້າບໍລິສັດເບຍລາວຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາຫຼ້າ ວິນໄລທອງ ປະທານສະຫະພັນເປຕັັງແຫ່ງຊາດລາວ ໄດ້ລາຍງານໃນພິທີສະຫຼຸບຜົນການແຂ່ງຂັນກີລາເປຕັງທົ່ວປະເທດ ຄັ້ງທີ 2 ໃຫ້ຮູ້ວ່າ ການຈັດການແຂ່ງຂັນໃນເທື່ອນີ້ ກໍຄືປີຜ່ານມາ ເພື່ອເປັນການທົດສອບຄວາມສາມາດ ແລະ ຄົ້ນຫາພອນສະຫວັນຂອງນັກກີລາແຕ່ລະປະເພດ ພ້ອມທັງຄັດເລືອກເອົາໂຕແທນນັກກີລາເຂົ້າທີມຊາດເພື່ອກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ສ່ວນຜົນການແຂ່ງຂັນປະເພດດ່ຽວທົວໄປ ຊະນະເລີດອັນດັບທີ 1 ແມ່ນທ້າວ ແປັບຊີ ແກ້ວວິໄລ ຈາກສະຖາບັນວິຈິດສິນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ອັນດັບທີ 2 ທ້າວ ສົມສະໄໝ ຊາມຸນຕີ ຈາກກະຊວງປ້ອງກັນຄວາມສະຫງົບ ອັນດັບທີ 3 ທ້າວ ກຸມມານ ຫຼ້າດວງພິລາ ຈາກກະຊວງປ້ອງກັນຄວາມສະຫງົບ ປະເພດຊຸດຕິ້ງທົ່ວໄປ ຊະນະເລີດອັນດັບ 1 ໄດ້ແກ່ທ້າວ ພຸດທະລາ ແກ້ວກັນນິກາ ຈາກກະຊວງປ້ອງກັນຄວາມສະຫງົບ ອັນດັບທີ 2 ທ້າວ ສົມສັກ ວົງພັກດີ ຈາກສະໂມສອນ 20 ມັງກອນ ອັນດັບ 3 ທ້າວ ດາວັນ ຫຼວງລາດ ຈາກສະຫະພັນເປຕັງນະຄອນຫຼວງ ປະເພດທີມຄູທົ່ວໄປ ຊະນະເລີດອັນດັບທີ 1 ແມ່ນກະຊວງປ້ອງກັນຄວາມສະຫົງບ ອັນດັບ 2 ແຂວງຈໍາປາສັກ ອັນດັບ 3 ແມ່ນແຂວງບໍລິຄໍາໄຊ ແລະ ປະເພດທີມຄູ່ກິຕິມະສັກ ຊະນະເລີດອັນດັບທີ 1 ໄດ້ແກ່ທ່ານ ຄໍາເກີດ ຟອງສານຸວົງ ທ່ານ ວົງພະຈັນ ສີຫາລາດ ຈາກສະໂມສອນດອນຝ້າຍ ອັນດັບ 2 ທ່ານ ອະນຸສິດ ປຸ່ນບຸນໂຮມ ທ່ານ ຄໍາເພົາ ຄໍາຊົມພູ ຈາກກະຊວງປ້ອງກັນຄວາມສະຫງົບ ແລະ ອັນດັບທີ 3 ທ່ານ ສຸລິວົງ ສີສັດຕະວັນນາ ທ່ານ ສົມໝາຍ ສີສະຫວັດ ຈາກກະຊວງປ້ອງກັນຄວາມສະຫງົບ.
ຂ່າວ/ພາບ: ເທບພະວົງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...