spot_img
Homeຂ່າວພາຍ​ໃນຊາວຫວຽດນາມຖືກຕັດສິນຄະດີ ປອມນໍ້າດື່ມຫົວເສືອ ໃຊ້ແທນຄ່າເສຍຫາຍ 3 ຕື້ກວ່າກີບ ຕິດຄຸກ 9 ເດືອນ

ຊາວຫວຽດນາມຖືກຕັດສິນຄະດີ ປອມນໍ້າດື່ມຫົວເສືອ ໃຊ້ແທນຄ່າເສຍຫາຍ 3 ຕື້ກວ່າກີບ ຕິດຄຸກ 9 ເດືອນ

Published on

ເມື່ອບໍ່ດົນມານີ້, ສານປະຊາຊົນເຂດ IV ນະຄອນຫລວງວຽງຈັນ ໄດ້ຕັດສິນລົງໂທດ ທ້າວ ວູ່ ຮົງ ດຶກ (ຈໍາເລີຍທີ 1) ຈຳຄຸກ 9 ເດືອນ ປັບໃໝ 2.500.000 ກີບ ແລະ ໃຫ້ໃຊ້ແທນ ຄ່າເສຍຫາຍ ບໍລິສັດເບຍລາວ ເປັນເງິນ 3,3 ຕື້ກວ່າກີບ ໃນສະຖານລະເມີດ ຊັບສິນທາງປັນຍາ ຕາມມາດຕາ 162 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ຕັດສິນນາງ ໂງ່ ທິ ລິງ (ຈໍາເລີຍທີ 2) ຈຳຄຸກ 6 ເດືອນ ປັບໃໝ 500.000 ກີບ ໃນສະຖານສົມຮູ້ຮ່ວມຄິດ ຕາມມາດຕາ 40 ຂໍ້ 2 ຂອງກົດໝາຍອາຍາ.

ໃນສໍານວນຄະດີ ມີຢູ່ວ່າ: ໃນປີ 2002-2006 ທ້າວ ວູ່ ຮົງ ດຶກ ໄດ້ມາພັກເຊົາ ຢູ່ນະຄອນຫລວງວຽງຈັນ, ດ້ວຍການປະກອບອາຊີບ ຄ້າຂາຍຖ້ວຍ-ບ່ວງ; ມາຮອດ 2014-2015, ໄດ້ມາເຊົ່າເຮືອນ ຢູ່ບ້ານໂນນຫວາຍ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ໂດຍໄດ້ຮັບນໍ້າດື່ມລາວ ມາຂາຍຢູ່ແຕ່ລະບ້ານ; ມາຮອດ ເດືອນພຶດສະພາ 2015, ຈຳເລີຍ 1 ໄດ້ເລີ່ມຊື້ຕຸກນໍ້າດື່ມ ຫົວເສືອເປົ່າ ທັງຂະໜາດ ຕຸກໃຫຍ່ ແລະ ນ້ອຍ ໄດ້ປະມານ 80 ກິໂລ; ມາຮອດທ້າຍເດືອນ ພຶດສະພາ 2015, ໄດ້ຊື້ເອົານໍ້າດື່ມ ຫົວເສືອຕຸກໃຫຍ່ ຈໍານວນ 1 ແພັກ ມີ 6 ຕຸກ ເພື່ອເອົາໄປເຮັດແບບ ໃນການປອມແປງເຊັ່ນ: ຝາອັດ, ຢາງໂອບຝາ, ສາຍຫິ້ວ ແລະ ແຜ່ນຢາງຫໍ່ແພັກ; ມາຮອດວັນທີ 11 ກໍລະກົດ ໄດ້ນຳເອົາ ອຸປະກອນນໍ້າດື່ມ ທີ່ປອມແປງ ຈຳນວນ 400 ແກັດ, ຝາອັດ 4 ເປົາ, ມີຫູຫິ້ວ ແລະ ຢາງຕິດຝາອັດ ເຂົ້າມາປະເທດລາວ ແລະ ໄດ້ເລີ່ມຜະລິດນໍ້າດື່ມປອມ ມາແຕ່ວັນທີ 12 ກໍລະກົດ 2015, ດ້ວຍວິທີການ ຊື້ນໍ້າດື່ມຕຸກໃຫຍ່ ມາຮ່າຍໃສ່; ເຊິ່ງຜະລິດນໍ້າດື່ມ ກາຫົວເສືອ ຕຸກນ້ອຍປອມ 90-100 ແກັດ, ຕຸກກາງ 70-80 ແກັດ, ຕຸກໃຫຍ່ປອມ 300 ກວ່າແພັກ. ຈາກນັ້ນ, ກໍໄດ້ໃສ່ລົດຮຸນໄດ ໄປຂາຍໃຫ້ປະຊາຊົນ ເຂດບ້ານໂນນຫວາຍ. ມາຮອດວັນທີ 24 ກໍລະກົດ 2015 ຖືກເຈົ້າໜ້າທີ່ກັກຕົວ ມາດໍາເນີນຄະດີ.

ສ່ວນນາງ ໂງ່ ທິ ລິງ ຮັບສາລະພາບວ່າ: ໃນວັນທີ 9 ກໍລະກົດ 2015, ໄດ້ກັບມາແຕ່ ຫວຽດນາມ ແລ້ວມາພັກນຳ ທ້າວ ວູ່ ຮົງ ດຶກ ຢູ່ບ້ານໂນນຫວາຍ ເມືອງໄຊເສດຖາ; ເມື່ອເຫັນຕຸກນໍ້າດື່ມ ຈໍານວນຫລາຍ, ພ້ອມກັບເຄື່ອງມືຜະລິດ ຈຶ່ງໄດ້ຖາມຜົວ ກ່ຽວກັບຕຸກດັ່ງກ່າວ ແລະ ໄດ້ຮັບຄໍາຕອບວ່າ: ຜະລິດຂາຍ, ແຕ່ຈຳເລີຍທີ 2 ບອກບໍ່ໃຫ້ເຮັດ ຈຶ່ງໄດ້ຜິດຖຽງກັນ. ຈາກນັ້ນ, ຈໍາເລີຍ 2 ກໍຍ້າຍໄປຢູ່ເຮືອນນ້ອງສາວ ທີ່ບ້ານຫົວຂົວ ຈົນຮອດວັນ ທີ 22 ກໍລະກົດ 2015, ກໍກັບມາຢູ່ເຮືອນ ນໍາຜົວຄືນ ຈຶ່ງຖືກກັກຕົວ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...