spot_img
Homeຂ່າວພາຍ​ໃນສປປລາວ ຮັບກຽດຈັດການແຂ່ງຂັນ ບານສົ່ງຫາດຊາຍຊີງແຊັມອາຊີ ຢູ19 ຄັ້ງທີ 1

ສປປລາວ ຮັບກຽດຈັດການແຂ່ງຂັນ ບານສົ່ງຫາດຊາຍຊີງແຊັມອາຊີ ຢູ19 ຄັ້ງທີ 1

Published on

ສະຫະພັນບານສົ່ງອາຊີ ໄວ້ວາງໃຈໃຫ້ກັບ ສປປລາວ ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນບານສົ່ງຫາດຊາຍຍິງ-ຊາຍ ຊີງແຊັມອາຊີ ລຸ້ນອາຍຸບໍ່ເກີນ 19 ປີຄັ້ງທີ 1 ຮອບຄັດເລືອກຊີງແຊັມໂລກຂອງສະຫະພັນບານສົ່ງສາກົນ (1ST SMM Asian U-19 Beach Volleyball Championships, Qualify to U-19 World Championships) ເຊິ່ງຈະເລີ່ມແຂ່ງຂັນລະຫວ່າງວັນທີ 20-22 ພຶດສະພານີ້ ທີ່ແຄມຂອງຫາດດອນຈັນນະຄອນຫຼວງວຽງຈັນໂດຍທີມຍິງມີ 20 ທີມ ແລະ ທີມຊາຍ 23 ທີມຈາກ 11 ປະເທດ ຮ່ວມຊິງໄຊ.

6444

ທ່ານ ສີຈັນ ຈິດຕະປັນຍາ ເລຂາທິການສະຫະພັນບານສົ່ງແຫ່ງຊາດລາວ ທັງເປັນຮອງຄະນະຮັບຜິດຊອບຕິດຕາມການຝຶກຊ້ອມທີມຊາດລາວ ໃເປີດເຜີຍວ່າ: ສປປລາວ ກຽມເປັນເຈົ້າພາບຈັດການແຂ່ງຂັນບານສົ່ງຫາດຊາຍ ຊີງແຊັມອາຊີ ປະເພດຍິງ ແລະ ຊາຍ ລຸ້ນອາຍຸບໍ່ເກີນ 19 ປີຄັ້ງທີ 1 ເຊິ່ງແມ່ນສະຫະພັນບານສົ່ງອາຊີ ເປັນຜູ້ຈັດຂຶ້ນລະຫວ່າງວັນທີ 20-22 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ ທີມຊະນະເລີດ ແລະ ຮອງຊະນະເລີດ ແມ່ນໄດ້ສິດໄປແຂ່ງຂັນບານສົ່ງຊີງແຊັມໂລກ ຂອງສະຫະພັນບານສົ່ງສາກົນ ຕໍ່ໄປ.

ຮູບ:ບັນຍາກາດການແຂ່ງຂັນບານສົ່ງຫາດຊາຍ ຊີງແຊັມອາຊຽນ ທີ່ລາວເປັນເຈົ້າພາບເມື່ອປີ 2015:

(ຮູບຈາກ ອ້ວນດໍາ)

ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...