Homeຂ່າວພາຍ​ໃນສຳລານ ປູພື້ນເສດຖະກິດ ຂອງຄອບຄົວດ້ວຍການປູກຝັງ-ລ້ຽງສັດ

ສຳລານ ປູພື້ນເສດຖະກິດ ຂອງຄອບຄົວດ້ວຍການປູກຝັງ-ລ້ຽງສັດ

Published on

 ສຳ­ລານ ພອຍ​ພາ­ນິດ ຈາກ​ຄົນ​ທຳ​ມະ​ດາ​ທີ່​ຫາ​ລ້ຽງ​ຊີບ​ດ້ວຍ​ການ​ເຮັດ​ໄຮ່​ເຮັດ​ນາ ແລະ​ລ້ຽງ­ສັດ​ເສີມ​ບາງ​ຄັ້ງ​ຄາວ​ກາຍ​ມາ​ເປັນ​ຜູ້​ໜຶ່ງ​ທີ່​ເຫັນ​ຄວາມ​ສຳ­ຄັນ​ຂອງ​ການ​ສ້າງ​ຊີ­ວິດ​ຄອບ­ຄົວ​

ໃຫ້​ດີ​ຂຶ້ນ​ດ້ວຍ​ການ​ຫັນ​ເອົາ​ການ​ປູກ­ຝັງ ແລະ​ລ້ຽງ­ສັດ​ເປັນ​ອາ­ຊີບ ເພື່ອ​ປູ ພື້ນ​ເສດ­ຖະ­ກິດ​ຂອງ​ຄອບ­ຄົວ​ໃຫ້ ນັບ​ມື້​ດີ​ຂຶ້ນ.

ທ່ານ ສຳ­ລານ ພອຍ​ພາ­ນິດ ປະ­ຊາ­ຊົນ​ບ້ານ​ຫີນ​ລາດ ເມືອງ​ສະ ໜາມ​ໄຊ ແຂວງ​ອັດ​ຕະ​ປື ໃຫ້​ຮູ້​ວ່າ: ເພີ່ນ​ແມ່ນ​ຜູ້​ໜຶ່ງ​ທີ່​ມີ​ອາ­ຊີບ​ເຮັດ​ໄຮ່​ເຮັດ​ນາ ແລະ​ປູກ­ຝັງ-ລ້ຽງ­ສັດ ເພື່ອ​ຫາ​ລ້ຽງ​ຄອບ­ຄົວ, ແຕ່​ເວ­ລາ ນັ້ນ​ການ​ເຮັດ​ໄຮ່​ເຮັດ​ນາ ແລະ​ລ້ຽງ­ສັດ ເພື່ອ​ຫວັງ​ຈະ​ສ້າງ​ເສດ­ຖະ­ກິດ ຂອງ​ຄອບ­ຄົວ​ໃຫ້​ດີ​ຂຶ້ນ ແຕ່​ກໍ​ໄດ້ ພຽງ​ແຕ່​ກຸ້ມ​ກິນ ເພາະ​ເຫັນ​ວ່າ​ຍັງ ມີ​ຫຼາຍ​ປັດ​ໄຈ​ທີ່​ເຮັດ​ໃຫ້​ຄອບ­ຄົວ​ມີ​ລາຍ​ຮັບ​ຕ່ຳ​ເປັນ­ຕົ້ນ​ແມ່ນ​ພື້ນ­ຖານ ໂຄງ​ລ່າງ​ທີ່​ສຳ­ຄັນ​ບໍ່​ທັນ​ໄດ້​ຮັບ ການ​ພັດ­ທະ­ນາ​ເທົ່າ​ທີ່​ຄວນ​ດຽວ­ນີ້ ການ​ພັດ­ທະ­ນາ​ທາງ​ພື້ນ­ຖານ​ໂຄງ​ລ່າງ​ກໍ​ໄດ້​ຮັບ​ການ​ພັດ­ທະ­ນາ​ດີ​ຂຶ້ນ ເຮັດ​ໃຫ້­ການ​ໄປ-ມາ, ຄ້າ­ຂາຍ​ມີ ຄວາມ​ສະ­ດວກ​ສະ­ບາຍ​ດ້ວຍ​ເຫດ​ນີ້ ເພິ່ນ​ຈິ່ງ​ຕັດ­ສິນ​ໃຈ​ສູ້​ຊົນ​ໃນ​ສິ່ງ​ທີ່​ຕົນ​ມີ ແລະ​ຄິດ​ວ່າ​ມີ​ຄວາມ​ຊຳ­ນານ ເປັນ­ຕົ້ນ​ແມ່ນ​ການ​ປູກ­ຝັງ-ລ້ຽງ­ສັດ ເພື່ອ​ສ້າງ​ເສດ­ຖະ­ກິດ​ຄອບ­ຄົວ ໃຫ້​ນັບ​ມື້​ດີ​ຂຶ້ນ

uifti

ຕົກ​ມາ​ຮອດ​ປີ 1991 ພາຍ­ຫຼັງ ທີ່​ລັດ­ຖະ­ບານ​ໄດ້​ສ້າງ​ຊົນ​ລະ​ປະ ທານ​ສຳ­ເລັດ ເພື່ອ​ອຳ­ນວຍ​ຄວາມ ສະ­ດວກ​ໃຫ້​ກັບ​ປະ­ຊາ­ຊົນ​ໃນ​ການ ຜະ­ລິດ​ເປັນ​ສິນ­ຄ້າ ເມື່ອ​ເປັນ​ແນວ ນັ້ນ​ເພິ່ນ​ຫັນ​ມາ​ເຮັດ​ນາ 2 ລະ­ດູ​ຄື: ນາ­ປີ ແລະ​ນາ­ແຊງ​ຈຳ­ນວນ 2 ເຮັກ­ຕາ ໃນ​ປີ​ທຳ​ອິດ​ເຫັນ​ວ່າ​ຜົນ ຜະ­ລິດ​ເຂົ້າ­ນາ​ທັງ​ສອງ​ລະ­ດູ​ແມ່ນ ດີ​ຂຶ້ນ ແລະ​ຄອບ­ຄົວ​ຂອງ​ເພິ່ນ​ກໍ​ມີ ພໍ​ກິນ ແລະ​ເຫຼືອ​ກິນ​ຈົນ​ໄດ້​ຂາຍ ກາຍ​ມາ​ເປັນ​ທຶນ, ຈາກ​ນັ້ນ ເພິ່ນ​ຈິ່ງ ສຶບ​ຕໍ່​ຂະ­ຫຍາຍ​ເນື້ອ­ທີ່​ນາ​ຕື່ມ​ອີກ 2 ເຮັກ­ຕາ ໃນ​ປີ​ຕໍ່​ມາ, ພ້ອມ​ທັງ​ລົງ ທຶນ​ລ້ຽງ­ສັດ​ໃຫຍ່-ນ້ອຍ ເປັນ​ສິນ ຄ້າ ແລະ​ຮຽນ​ຮູ້​ທັກ​ສະ​ໃໝ່ໆ​ໃນ ການ​ປູກ-ລ້ຽງ ໂດຍ​ຕິດ​ພັນ​ກັບ ການ​ໝູນ​ໃຊ້​ທ່າ­ແຮງ​ທີ່​ມີ​ຢູ່​ໃນ​ທຳ​ມະ​ຊາດ.

ທ່ານ ສຳ­ລານ ພອຍ​ພາ­ນິດ ຍັງ​ໃຫ້​ຮູ້​ອີ​ກວ່າ: ພາຍ­ຫຼັງ​ທີ່​ເຫັນ​ວ່າ​ຕະ­ຫຼາດ​ມີ​ຄວາມ​ຕ້ອງ­ການ​ບໍ­ລິ­ໂພກ​ເຂົ້າ​ປາ​ອາ­ຫານ​ນັບ​ມື້​ເພີ່ມ​ຂຶ້ນ ເພິ່ນ​ເລີຍ​ຕັດ­ສິນ​ໃຈ​ກູ້​ຢືມ​ເງິນ​ນຳ ທະ­ນາ­ຄານ​ຈຳ­ນວນ 25 ລ້ານ​ກີບ ເພື່ອ​ຂະ­ຫຍາຍ​ເນື້ອ­ທີ່​ນາ ແລະ​ລົງ ທຶນ​ລ້ຽງ­ສັດ​ເພີ່ມ​ຕື່ມ​ອີກ, ມາ​ຮອດ ປະ­ຈຸ​ບັນ ຄອບ­ຄົວ​ຂອງ​ເພິ່ນ​ມີ​ລາຍ ຮັບ​ໃນ​ແຕ່​ລະ​ປີ​ຈາກ​ການ​ຂາຍ​ເຂົ້າ ແລະ​ລ້ຽງ­ສັດ​ເປັນ​ສິນ­ຄ້າ ຈຳ­ນວນ ທັງ​ໝົດ 70 ລ້ານ​ກວ່າ​ກີບ, ພ້ອມ ນັ້ນ ເພິ່ນ​ຍັງ​ເອົາ​ເງິນ​ທີ່​ໄດ້​ເປັນ​ທຶນ ການ​ສຶກ​ສາ​ໃຫ້​ກັບ​ລູກໆ ແລະ​ຊື້ ລົດ ເພື່ອ​ຮັບ​ໃຊ້​ການ​ຜະ­ລິດ​ເປັນ ຕົ້ນ​ຊື້​ລົດ​ຮຸ່ນ​ໄດ 1 ຄັນ, ລົດ​ໄຖ​ນາ  ນ້ອຍ 1 ຄັນ, ໂຮງ­ສີ 1 ເຄື່ອງ, ລົດ ຈັກ 4 ຄັນ ແລະ​ປຸກ­ເຮືອນ​ໄດ້ 3 ຫຼັງ.

ທັງ​ໝົດ​ນັ້ນ ແມ່ນ​ໝາກ­ຜົນ​ຂອງ​ຄອບ­ຄົວ ສຳ­ລານ ພອຍ​ພາ­ນິດ ທີ່​ເພິ່ນ​ໄດ້​ພະ­ຍາ­ຍາມ​ບຸກ​ບືນ​ສູ້​ຊົນ​ເອົາ​ຕົນ​ເອງ ແລະ​ຄອບ­ຄົວ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ­ທຸກ​ຍາກ​ຈາກ​ເມື່ອ​ກ່ອນ​ການ​ປະ­ກອບ​ອາ­ຊີບ​ກໍ​ພຽງ​ແຕ່​ກຸ້ມ​ຢູ່​ກຸ້ມ​ກິນ, ແຕ່​ດຽວ­ນີ້ ເພິ່ນ​ໄດ້​ກາຍ­ເປັນ​ຜູ້​ໜຶ່ງ​ທີ່ ສາ­ມາດ​ສ້າງ​ຊີ­ວິດ​ໃໝ່​ໃຫ້​ກັບ​ຄອບ­ຄົວ ແລະ​ຍັງ​ເປັນ​ຕົວ​ແບບ​ໃຫ້​ຫຼາຍໆ​ຄອບ­ຄົວ​ພາຍ​ໃນ​ບ້ານ​ເອົາ​ເປັນ​ແບບ­ຢ່າງ​ໃນ​ການ​ຜັນ​ຕົນ​ເອງ ອອກ​ຈາກ​ຄວາມ­ທຸກ.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍທຂ ຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ສະບບັບເລກທີ 19229/ຫກ, ລົງວັນທີ 13 ສິງຫາ 2026 ກ່ຽວກັບການຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ...

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ໃນຕອນເຊົ້າວັນທີ 12 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳ ຕໍ່ກອງປະຊຸມວຽກງານສົ່ງເສີມ ແລະ...

ອົງການ NASA ເປີດຮັບສະໝັກອາສາສະໝັກ ເຂົ້າຮ່ວມໂຄງການຈຳລອງການໃຊ້ຊີວິດເທິງດາວອັງຄານ ແລະ ດວງເດືອນ ເປັນເວລາ 1 ປີ.

ເພື່ອສຶກສາຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ກ່ອນການເດີນທາງໄປອະວະກາດຈິງ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື NASA ໄດ້ປະກາດເປີດຮັບສະໝັກອາສາສະໝັກເພື່ອເຂົ້າຮ່ວມໂຄງການວິໄຈ "Moon and Mars Exploration...

ປັດຈຸບັນ EDL ມີແຫຼ່ງຜະລິດໄຟຟ້າທີ່ສົ່ງເຂົ້າລະບົບ 110 ແຫ່ງ ລວມກຳລັງຕິດຕັ້ງ 5,075 MW ແລະ ກຳລັງຜະລິດຕົວຈິງສູງສຸດ 2,674 MW.

ການດຳເນີນທຸລະກິດ 6 ເດືອນຕົ້ນປີ 2026 ຂອງໄຟຟ້າລາວ ມີທ່າອ່ຽງດີຂຶ້ນ ໂດຍລາຍຮັບເຕີບໂຕ 9.4% ທຽບກັບໄລຍະດຽວກັນຂອງປີ 2025 ຈາກການປັບປຸງໂຄງສ້າງລາຄາໄຟຟ້າ, ການຫຼຸດບັນຫາໄຟຕົກ-ໄຟມອດ ແລະ ການຄວບຄຸມລາຍຈ່າຍບໍລິຫານ. ກອງປະຊຸມສະຫຼຸບການດໍາເນີນທຸລະກິດ...