spot_img
Homeຂ່າວພາຍ​ໃນແອເອເຊຍ ເປີດຖ້ຽວບິນໃໝ “ວຽງຈັນ-ບາງກອກ”ລາຄາເລີ່ມຕົ້ນ 320,000ກີບ

ແອເອເຊຍ ເປີດຖ້ຽວບິນໃໝ “ວຽງຈັນ-ບາງກອກ”ລາຄາເລີ່ມຕົ້ນ 320,000ກີບ

Published on

810

ແອເອເຊຍ ເປັນສາຍການບິນທີ່ລາຄາປະຢັດທີ່ສຸດໃນໂລກ ໂດຍໄດ້ຮັບລາງວັນຈາກ (ສະກາຍແທຣັກ “Skytrax”) ຕິດຕໍ່ກັນ 7 ປີ (2009-2015), ໃນວັນທີ 27 ເມສາ 2016 ທີ່ນະຄອນຫຼວງວຽງຈັນ, ເລີ່ມຈາກວັນທີ 1 ເດືອນກໍລະກົດ 2016 ເປັນຕົ້ນໄປສາຍການບິນ ແອເອເຊຍ ຈະເພີ່ມເຄື່ອຄ່າຍສາຍການບິນໃນກຸມປະເທດອາຊຽນ ໂດຍເພີ່ມຈໍານວນຖ້ຽວບິນ ວຽງຈັນ-ບາງກອກ ດອນເມືອງ.

ການເພີ່ມຖ້ຽວບິນ ວຽງຈັນ-ບາງກອກຄັ້ງທີ່ 2 ລະຫວ່າງ ສປປ ລາວ ແລະ ປະເທດໄທ ຄັ້ງນີ້ໄດ້ເກີດຂຶ້ນບົນຄວາມສໍາເລັດຈາກການເພີ່ມເສັ້ນທາງການບິນ ຫຼວງພະບາງ-ບາງກອກ. ການສືບຕໍ່ເພີ່ມຖ້ຽວບິນດັ່ງກ່າວຍັງຮັກສາໄວ້ຊຶ່ງລາຄາປີ້ຍົນທີ່ສຸດປະຢັດ ທີ່ມາພ້ອມກັບຄວາມສະດວກສະບາຍ ໂດຍມີບ່ອນນັ່ງຜູ້ໂດຍສານເຖິງ 180 ບ່ອນນັ່ງ ກັບເຮືອບິນ ແອບັດ (Airbus) A320. ເປີດຈອງບ່ອນນັ່ງກັບລາຄາເລີ່ມຕົ້ນພຽງ 320,000ກີບ ຕໍ່ຖ້ຽວ ເລີ່ມຈາກວັນທີ 08 ພຶດສະພາ 2016.

ທ່ານ ໂທນີ ເຟີນານເດສ (Tony Fernades ) ປະທານຜູ້ບໍລິຫານ ຫຼື ຊີອີໂອຂອງ ສາຍການບິນແອເອເຊຍໃຫ້ຮູ້ວ່າ: ສຳລັບແອເອເຊຍໃນລາວແລ້ວປັດຈຸບັນພວກເຮົາມີຖ້ຽວບິນຈາກນະຄອນຫຼວງວຽງຈັນ ຫາກູລາລຳເປີ ແລະ ຫຼວງພະບາງ ຫາ ກູລາລຳເປີ ແລະ ຕົກມາປີນີ້ພວກເຮົາໄດ້ເພີ່ມຖ້ຽວບິນອີກເຊັ່ນ: ຫຼາວພະບາງ ຫາດອນເມືອງ ແລະ ຫຼ້າສຸດນີ້ກໍໄດ້ເປີດໃຫ້ບໍລິການອີກຄື ວຽງຈັນ ຫາ ບາງກອງ ພວກເຮົາຍັງຈະພະຍາຍາມເພີ່ຖ້ຽວບິນຂຶ້ນເລື້ອຍຕາມຄວາມຈຳເປັນທັງຖ້ຽວບິນພາຍໃນປະເທດລາວ ແລະ ຕ່າງປະເທດມການພະຍາຍາມໃຫ້ມີຖ້ຽວແອເອເຊຍເຊື່ອມໂຍງທຸກປະເທດອາຊຽນນີ້ກໍເພື່ອໃຫ້ນັກທ່ອງທ່ຽວ ແລະ ນັກທຸລະກິດສາມາດເດີນທາງໃນລາຄາປະຢັດທົ່ວທຸກເສັ້ນທາງຍບິນໃນອາຊຽນ.

ດ້ານ ທ່ານ. ສັນຕິສຸກ ຄລອງໄຊຍາ (Santisuk Klongchaiya), ຜູ້ອໍານວຍການດ້ານການຄ້າ ຂອງແອເອເຊຍ ປະເທດໄທ ໄດ້ກ່າວວ່າ: ການເພີ່ມຖ້ຽວບິນດັ່ງກ່າວແມ່ນເນື່ອງມາຈາາກທີ່ໄດ້ຮັບຜົນຕອບຮັບທີ່ດີ ຈາກການເຊື່ອມຕໍ່ສາຍການບິນຄັ້ງທໍາອິດ ລະຫວ່າງ ສປປ ລາວ ແລະ ປະເທດໄທ ພ້ອມຈໍານວນນໍ້າໜັກຂຶ້ນເຄື່ອງ 80-85%. ຈາກຜົນຕອບຮັບດັ່ງກ່າວ, ສາຍການບິນໄດ້ຕອບສອງຕໍ່ຄວາມຕ້ອງການ ໂດຍການເພີ່ມຖ້ຽວບິນເຊື່ອມຕໍ່ຊຸດທີ່ 2 ກັບເສັ້ນທາງ ວຽງຈັນ-ບາງກອກ ໂດຍນໍາໃຊ້ສະໜາມບິນສາກົນດອນເມືອງ ທີ່ອໍານວຍຄວາມສະດວກແກ່ຜູ້ເດີນທາງສາມາດເຂົ້າເຖິງຈຸດໃຈກາງ ຂອງບາງກອກ ໄດ້ຢ່າງງ່າຍດາຍ.

ເສັ້ນທາງການບິນໃໝ່ນີ້ຈະເຮັດໃຫ້ການເດີນທາງງ່າຍຂຶ້ນກວ່າເກົ່າຈາກ ສປປ ລາວ ເຖິງ ປະເທດໄທ, ຜູ້ໂດຍສານຍັງສາມາດເຂົ້າເຖິງການຕໍ່ຍົນເຖິງຈັງຫວັດ ພູເກັດ, ກຣະບີ, ຊຽງໃໝ່, ປະເທດສິງກະໂປ, ຢ້າງກຸ້ງ(Yangon) ແລະ ອີກຫຼາຍໆກວ່າ 100 ແຫ່ງໂດຍຜ່ານເຂດອາຊີ ແລະ ອົດສະຕຣາລີ.

ການເປີດຖ້ຽວບິນໃໝ່ນີ້ ຂອງແອເອເຊຍຄັ້ງນີ້ ພວກເຮົາຍັງໄດ້ໃຫ້ຂໍ້ສະເໜີພິເສດກັບລາຄາປີ້ຍົນເລີ່ມຕົ້ນພຽງ 320,000ກີບ ຕໍ່ຖ້ຽວ ເປີດຈອງບ່ອນນັ່ງມື້ນີ ເຖິງວັນທີ 08 ພຶດສະພາ 2016 ສໍາລັບຕາຕະລາງເດີນທາງເລີ່ມຈາກວັນທີ 01 ກໍລະກົດ 2016 ເຖິງ ວັນທີ 22 ພຶດສະພາ 2017.

ປະຈຸບັນນີ້ ແອເອເຊຍ ບິນຕົງຈາກວຽງຈັນ ເຖິງ ກຸລາລໍາເປີ ປະເທດມະເລເຊຍ ຈໍານວນ 3 ຖ້ຽວຕໍ່ອາທິດ ພ້ອມຈໍານວນນໍ້າໜັກຂຶ້ນເຄື່ອງ ຫຼາຍກວ່າ 80% ໃນປີ 2015 ທີ່ຜ່ານມາ. ຖ້ຽວບິນເປີດໃໝ່ດັ່ງກ່າວ ຂອງແອເອເຊຍ ລະຫັດ “FD” ວຽງຈັນ-ບາງກອກ ຈະໃຫ້ບໍລິການ ແຕ່ວັນຈັນ ຮອດ ວັນອາທິດ.

ລາຄາປີ້ຍົນທີ່ລະບຸໄວ້ໃນເອກະສານນີ້ແມ່ນລາຄາຖ້ຽວດຽວ, ລວມມີຄ່າຜ່ານເດີນ. ໃນໄລຍະສົ່ງເສີມການຂາຍລາຄາດັ່ງກ່າວແມ່ນມີຈໍານວນບ່ອນນັ່ງທີ່ຈໍາກັດ, ມີເງື່ອນໄຂອື່ນໆຮ່ວມຢູ່ນໍາ. ລາຄາປີ້ຍົນແມ່ນເປັນສະກຸນເງິນກີບ ແລະ ອາດຈະມີການປ່ຽນແປງເລັກນ້ອຍເນື່ອງຈາກອັດຕາແລກປ່ຽນ ຂອງທະນາຄານ ແຫ່ງ ສປປ ລາວ.

ຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...