spot_img
Homeຄວາມງາມວິທີຊ່ວຍເຮັດໃຫ້ປະຈຳເດືອນມາກ່ອນ ແລະ ຫຼັງຕາມທີ່ເຮົາກຳນົດໄດ້

ວິທີຊ່ວຍເຮັດໃຫ້ປະຈຳເດືອນມາກ່ອນ ແລະ ຫຼັງຕາມທີ່ເຮົາກຳນົດໄດ້

Published on

ປະຈຳເດືອນແມ່ນເປັນສ່ວນໜຶ່ງຂອງແມ່ຍິງທີ່ຂາດບໍ່ໄດ້ ແລະ ກໍ່ເປັນສິ່ງໜຶ່ງທີ່ກວນໃຈແມ່ຍິງແບບຫຼິກລ່ຽງບໍ່ໄດ້ເຊັ່ນດຽວກັນ ໂດຍສະເພາະການມາຂອງປະຈຳເດືອນ ບາງຄັ້ງມາບໍ່ຖືກທີ່, ຖືກເວລາທີ່ເຮົາຢາກໃຫ້ມາ ຄວາມງາມກັບລາວໂພສຕວັນນີ້ ພວກເຮົາມີເຄົດລັບ ການເລື່ອນໄປຈຳເດືອນໃຫ້ມາກ່ອນ ແລະ ຫຼັງຕາມທີ່ເຮົາກຳນົດໄດ້ ໂດຍບໍ່ຕ້ອງເພິ່ງຢາ ຮັບຮອງວ່າປອດໄພແນ່ນອນ

ວິທີເລັ່ງປະຈຳເດືອນໃຫ້ມາໄວ

Big_4

ກິນອາຫານປະເພດໝາກໄມ້ທີ່ມີທາດຮ້ອນ
ໝາກໄມ້ຢ່າງ ໝາກນັດ, ໝາກຫຸ່ງ, ໝາກມ່ວງ, ແຄຣອດ, ໝາກກ້ຽງ, ໝາກພິລາ, ໝາກອຶ, ຂີງ, ຜັກຊະນາລີ, ໝາກເພັດ ຈຳພວກນີ້ເປັນຕົ້ນ ເພາະການກິນອາຫານທີ່ມີຣົດຊາດເພັດຮ້ອນ ສາມາດເລັ່ງປະຈຳເດືອນໃຫ້ມາໄວກ່ວາກຳນົດໄດ້

syrup1

ກິນຢາສະຕີ (ຢາບຳລຸງ)

ການກິນຢາສະຕີ ກ່ອນນອນທຸກຄືນ ເພາະສະໝູນໄພໃນຕົວຢາຈະຊ່ວຍປັບສົມດູນຮໍໂມນໃນຮ່າງກາຍ ເຊິ່ງອາດຈະຊ່ວຍໃຫ້ປະຈຳເດືອນມາໄວ ແລະ ມາປົກກະຕິຂຶ້ນ

ວິທີເລື່ອນປະຈຳເດືອນອອກໄປ

stre

ອອກກຳລັງກາຍຫຼາຍຂຶ້ນ
ການອອກກຳລັງກາຍຈະຊ່ວຍປັບຮໍໂມນໃນຮ່າງກາຍໄດ້ອີກທາງໜຶ່ງ ເຮັດໃຫ້ປະຈຳເດືອນອາດມາຊ້າກ່ວາ ືອີກຢ່າງໜຶ່ງການອອກກຳລັງກາຍຍັງຊ່ວຍໃຫ້ສຸຂະພາບ ແລະ ຮູບຮ່າງດີຂຶ້ນ
dd_1

ຖົ່ວຂຽວປັບຮໍໂມນ
ຖົ່ວຂຽວເປັນພືດທີ່ມີໂປຣຕີນ ແລະ ອາຫານຫຼາຍຊະນິດ ຈິ່ງສາມາດສົ່ງຜົນກັບຮໍໂມນໃນຮ່າງກາຍ ແລະ ຊ່ວຍເລື່ອນປະຈຳເດືອນໃຫ້ມາຊ້າກ່ວາເດີມໄດ້drink

ຫຼີກລ່ຽງການກິນອາຫານທາດຮ້ອນ
ໝາກໄມ້ຢ່າງ ໝາກນັດ, ໝາກຫຸ່ງ, ໝາກມ່ວງ, ແຄຣອດ, ໝາກກ້ຽງ, ໝາກພິລາ, ໝາກອຶ, ຂີງ, ຜັກຊະນາລີ, ໝາກເພັດ ຈຳພວກນີ້ເປັນຕົ້ນ ເພາະການກິນອາຫານທີ່ມີຣົດຊາດເພັດຮ້ອນ ສາມາດເລັ່ງປະຈຳເດືອນໃຫ້ມາໄວກ່ວາກຳນົດໄດ້Big_4

ເມື່ອອ່ານຂໍ້ມູນຈາກຂ້າງເທິງມາແລ້ວ ສາວໆກໍ່ຄິດເບິ່ງວ່າຈະໃຫ້ປະຈຳເດືອນມາກ່ອນ ຫຼື ມາຫຼັງດີ ຖ້າຄິດໄດ້ກໍ່ລອງເຮັດເບິ່ງເດີ້ ສິທີນີ້ອາດຈະບໍ່ໄດ້ຜົນເຕັມ 100% ແຕ່ບໍ່ລອງກໍ່ບໍ່ຮູ້ແມ່ນບໍ່! ແລະ ຖ້າລອງເຮັດເບິ່ງກໍ່ບໍ່ມີຫຍັງເສຍຫາຍບໍ່ໄດ້ມີຜົນດ້ານລົບຕໍ່ຮ່າງກາຍໃດໆທັງນັ້ນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...