spot_img
Homeຍ້ອງຍໍຄົນດີເດັ່ນປະທານາທິບໍດີ ທີ່ຈົນທີ່ສຸດຂອງໂລກ

ປະທານາທິບໍດີ ທີ່ຈົນທີ່ສຸດຂອງໂລກ

Published on

ຖ້າເວົ້າເຖິງພາບລັກຂອງນັກການເມືອງ ຫຼືຜູ້ນຳປະເທດ ຄົງປະຕິເສດບໍ່ໄດ້ວ່າ “ຄວາມລ່ຳລວຍແລະຫຼູຫຼາ” ເປັນສິ່ງທີ່ເຮົານຶກພາບອອກເປັນອັນດັບຕົ້ນໆ ແມ່ນແຕ່ຜູ້ນຳຂອງປະເທດທີ່ທຸກຍາກກໍຕາມ. ແຕ່ມື້ນີ້ ລາວໂພສຕ໌ ຢາກນຳສະເໜີປະທານາທິບໍດີທີ່ຈົນທີ່ສຸດໃນໂລກ ສູ່ທ່ານຜູ້ອ່ານໄດ້ຮັບຮູ້ນຳກັນ ປະທານາທິບໍດີຄົນນີ້ຊືື່ Jose Mojica (ອ່ານ ໂຄເຊ່ ໂມຄິກ້າ) ລອງໄປເບິ່ງປະຫວັດຫຍໍ້ໆ ຂອງເພິ່ນນຳກັນເບິ່ງ:

Jose Mojica ເປັນປະທານາທິບໍດີຂອງປະເທດ ອຸຣຸໄກວ ເຊິ່ງຕັ້ງຢູ່ໃນທະວີບອາເມລິກາໃຕ້ ເກີດເມື່ອວັນທີີ 20 ພຶດສະພາ 1935 ໂດຍມີແມ່ເປັນຄົນອິຕາລີ ທີ່ອົບພະຍົບໄປຢູ່ອຸຣຸໄກວແລະມີຖານະທຸກຍາກທີ່ສຸດ. ສ່ວນພໍ່ເປັນຊາວນາ ຕໍ່ມາໄດ້ລົ້ມລະລາຍ ແລະໄດ້ເສຍຊີວິດຕອນທີ່ Jose Mojica ມີອາຍຸໄດ້ 5 ປີ.

ເຂົາເລິ່ມເຂົ້າສູ່ວົງການການເມືອງໃນຕົ້ນທົດສະວັດທີ 60 (ຕົ້ນຊຸມປີ 1960) ໂດຍໄດ້ເຂົ້າຮ່ວມຂະບວນການເຄື່ອນໄຫວກັບທະຫານຄອມມິວນິສ ທີ່ຊື່ວ່າ Tupamaros ຕໍ່ມາເຂົາຖືກຈັບຂັງຄຸກ ແຕ່ໜີອອກຈາກຄຸກມາໄດ້ ແຕ່ກໍຖືກຈັບອີກ ສຸດທ້າຍແລ້ວເຂົາຕິດຄຸກເປັນເວລາ 14 ປີ ແລະພົ້ນໂທດໃນປີ 1985 ເມື່ອອຸຣຸໄກວປ່ຽນແປງລະບອບ.

ໃນປີ 1999 ເຂົາໄດ້ຖືກເລືອກໃຫ້ເປັນວຸດທິສະມາຊິກໃນວຸດທິສະພາ ຕໍ່ມາໃນປີ 2005 ໄດ້ເປັນລັດຖະມົນຕີວ່າການກະຊວງກະສິກຳແລະການປະມົງ ເນື່ອງຈາກໃນອະດີດຄອບຄົວເຂົາເປັນຊາວກະສິກອນ ແລະໃນປີ 2010 ໄດ້ຂຶ້ນເປັນປະທານາທິບໍດີຂອງປະເທດ ອຸຣຸໄກວ.

ສ່ວນຊີວິດສ່ວນຕົວນັ້ນ ປີ 2005 ໄດ້ແຕ່ງງານກັບສະມາຊິກວຸດທິສະພາຍິງຜູ້ໜຶ່ງ ທັງສອງໃຊ້ຊີວິດຢູ່ນຳກັນຢ່າງສະມະຖະ ແລະບໍ່ມີລູກ ກັບໝາ 3 ຂາໂຕໜຶ່ງ ພວກເຂົາອາໄສຢູ່ເຂດນອກເມືອງຫຼວງ ໂດຍປະກອບອາຊີບເສີມດ້ວຍການປູກດອກໄມ້ ເຊິ່ງທີ່ຈິງແລ້ວຕຳແໜ່ງປະທານາທິບໍດີຂອງປະເທດ ແມ່ນໄດ້ເຮືອນຫຍັງໃຫຍ່ແສນຫຼູຫຼາຍປະຈຳຕຳແໜ່ງ ແຕ່ເຂົາບໍ່ເອົາ ແລະເລືອກໃຊ້ຊີວິດຢູ່ນອກເມືອງແທນ. ແນວໃດກໍຕາມໜ້າເຮືອນຂອງເຂົາໄດ້ມີຕຳຫຼວດ 2 ຄົນຄອຍປະຈຳການ ເພື່ອຮັກສາຄວາມປອດໄພໃຫ້ດ້ວຍ.

ເຮືອນຂອງເຂົາບໍ່ໄດ້ມີອຸປະກອນອຳນວຍຄວາມສະດວກອິຫຍັງເລີຍ ນ້ຳທີ່ໃຊ້ກໍມາຈາກຂຸມສ້າງຂ້າງເຮືອນ ເວລາຊັກເຄື່ອງກໍຊັກດ້ວຍມື ແລ້ວກໍເອົາອອກມາຕາກຢູ່ນອກເຮືອນ ບໍ່ໄດ້ໃຊ້ຈັກຊັກເຄື່ອງ ຫຼືຄົນໃຊ້ຄອຍບໍລິການ ແຕ່ປະທານາທິບໍດີທ່ານນີ້ກໍພໍໃຈກັບສິ່ງທີ່ເຂົາມີຢູ່ ເພາະເຂົາເຊື່ອວ່າຄວາມລ້ຳລວຍບໍ່ສາມາດຊື້ຄວາມສຸກໄດ້.

ປະທານາທິບໍດີ Jose Mojica ມີເງິນເດືອນປະມານ 100 ລ້ານກີບ ແຕ່ເຂົາໄດ້ບໍລິຈາກ 90% ຂອງເງິນເດືອນແກ່ມູນນິທິ ທີ່ຄອຍຊ່ວຍເຫຼືອຄົນທຸກຍາກ. ໃນປີ 2011 ເຂົາໄດ້ເປີດເຜີຍຊັບສິນຂອງເຂົາເຊິ່ງມີຢູ່ປະມານ 1 ຕື້ 250 ລ້ານກີບ.

ເຂົາກ່າວວ່າ “ຂ້ອຍຖືກເບິ່ງວ່າເປັນປະທານາທິບໍດີທີ່ທຸກທີ່ສຸດໃນໂລກ ແຕ່ຂ້ອຍພັດບໍ່ຮູ້ສຶກວ່າຕົນເອງທຸກຍາກເລີຍ ຄົນສ່ວນຫຼາຍຄືຄົນທີ່ພະຍາຍາມທີ່ຈະມີຊີວິດແບບຄົນລວຍ ແລະຢາກໄດ້ແບບບໍ່ມີທີ່ສິ້ນສຸດ, ຖ້າເຈົ້າບໍ່ມີຊັບສິນຈຳນວນຫຼາຍ ເຈົ້າກໍຈະມີອິດສະຫຼະ ເພາະບໍ່ຕ້ອງດິ້ນຮົນເພື່ອຮັກສາຊັບສົມບັດເຫຼົ່ານັ້ນ ເຊິ່ງເຮັດໃຫ້ເຈົ້າມີເວລາຢູ່ກັບໂຕເອງຫຼາຍຂຶ້ນ. ໃນຈັກກະວານນີ້ມີຊັບພະຍາກອນພຽງພໍທີ່ຈະເຮັດໃຫ້ຄົນ 7-8 ຕື້ຄົນ ໄດ້ໃຊ້ຢ່າງເທົ່າທຽມກັນດັ່ງພວກຄົນລວຍຫຼືບໍ່? ທຸກມື້ນີ້ສັງຄົມມະນຸດມີການບໍລິໂພກແບບ Hyper Consumption ຫຼືການກັກຕຸນເອົາໄວ້ກ່ອນ ເຊິ່ງເປັນການທຳລາຍຈັກກະວານທີ່ແທ້ຈິງ”.

ປະທານາທິບໍດີທ່ານນີ້ໄດ້ໝົດວາລະລົງໃນປີ 2014 ແລະເຂົາບໍ່ໄດ້ລົງສະໝັກເລືອກຕັ້ງອີກ ເນື່ອງຈາກເຂົາຕັ້ງໃຈຈະກະສຽນໂຕເອງ ແລ້ວດຳລົງຊີວິດສະຫງົບສຸກໃນບັ້ນປາຍຂອງຊີວິດ.

ນີ້ຄືເລື່ອງຈິງຄົນແທ້ ຜູ້ອ່ານອາດຈະຄິດວ່າຜູ້ນຳທ່ານນີ້ເປັນບ້າກໍໄດ້ ແຕ່ຖ້າເປັນບ້າແທ້ ຄົງບໍ່ຖືກເລືອກມາເປັນປະທານາທິບໍດີດອກ. ນີ້ຄືຄວາມມັກສ່ວນຕົວຫຼາຍກວ່າ ແລະຍາມເຮັດວຽກເພື່ອປະເທດຊາດກໍເຮັດວຽກເພື່ອປະເທດຊາດແທ້ໆ ໂດຍບໍ່ຫວັງຜົນປະໂຫຍດອື່ນໃດແອບແຝງ ປະຫວັດຂອງເຂົາຄົງຈະຖືກຊາວໂລກຈົດຈຳໄປຕະຫຼອດກາລະນານ.

 

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...