Homeວັນນະກຳບົດກະວີຄວາມຈິງເປັນສິ່ງທີ່ບໍ່ຕາຍ ແຕ່ຄົນທີ່ຕາຍ...ເປັນຄົນທີ່ເວົ້າຄວາມຈິງ

ຄວາມຈິງເປັນສິ່ງທີ່ບໍ່ຕາຍ ແຕ່ຄົນທີ່ຕາຍ…ເປັນຄົນທີ່ເວົ້າຄວາມຈິງ

Published on

ວັນນີ້ເຮົາຈະມີບົດຄວາມບົດໜຶ່ງມາຝາກໄວ້ໃຫ້ທຸກທ່ານອ່ານ ໃນຫົວຂໍ້ “ຄວາມຈິງເປັນສິ່ງທີ່ບໍ່ຕາຍ ແຕ່ຄົນທີ່ຕາຍ…ເປັນຄົນທີ່ເວົ້າຄວາມຈິງ”

ຄົນເຮົາທຸກຄົນ ມັກມີໂລກແຫ່ງຄວາມຝັນ ແລະ ໂລກແຫ່ງຄວາມຈິງ

ແຕ່ລະຄົນກໍ່ຝັນບໍ່ຄືກັນ ຢູ່ບ່ອນວ່າຈະຝັນໃກ້ຄວາມຈິງຫຼາຍພຽງໃດ

ບາງຄົນຝັນໄກ ພໍພົບກັບຄວາມຈິງກໍ່ຍອມຮັບມັນບໍ່ໄດ້ ເພາະເຜີ້ຝັນຫຼາຍເກີນໄປ

ຄວາມຈິງເປັນສສິ່ງທີ່ບໍ່ຕາຍ ແລະ ບໍ່ມີວັນຕາຍ

ແຕ່ຕົນທີ່ຕ້ອງຕາຍ ກັບເປັນຄົນທີ່ເວົ້າຄວາມຈິງຫຼາຍກ່ວາ

ຄົນເຮົາທຸກຄົນມັກມີຄວາມຈິງບາງຢ່າງທີ່ບໍ່ຢາກໃຫ້ໃຜຮັບຮູ້

ຫຼື ບາງຄັ້ງຕົວເອງກໍ່ບໍ່ຢາກຮັບຮູ້ຄວາມຈິງເລື່ອງນັ້ນເຊັ່ນກັນ

ແລະ ບໍ່ມີໃຜທີ່ຈະຢູ່ກັບຄວາມຈິງໄດ້ຕະຫຼອດເວລາ

ແມ່ນວ່າ ຄວາມຈິງ ຕ້ອງເປັນສິ່ງທີ່ທຸກຄົນຍອມຮັບໃຫ້ໄດ້

ແຕ່ບາງຄັ້ງຄວາມຈິງ ມັນກໍ່ທຳລາຍຄວາມສຳພັນບາງຢ່າງໄດ້ເຊັ່ນກັນ

ຖ້າເຮົາບໍ່ໄດ້ຍອມຮັບຄວາມຈິງ ເວົ້າຄວາມຈິງ ແລະ ຄິດເຖິງຄວາມຈິງ ຕັ້ງແຕ່ທຳອິດ

ມົວແຕ່ຫຼອກຄົນອື່ນ ຫຼື ແມ່ນແຕ່ການຫຼອກຕົວເອງວ່າເປັນແບບນັ້ນແບບນີ້ ເປັນແນວນັ້ນ ແນວນີ້ ທັ້ງທີ່ຄວາມຈິງເປັນອີກຢ່າງໜຶ່ງ

ກໍ່ຖ້າເວົ້າຄວາມຈິງ ຫຼື ເຮັດໃຫ້ທຸກສິ່ງທຸກຢ່າງຢູ່ໃນໂລກແຫ່ງຄວາມຈິງຕັ້ງແຕ່ທຳອິດແລ້ວ ມັນກໍ່ໝົດເລື່ອງ

ທ່ານກໍ່ບໍ່ຕ້ອງເກັບຄວາມຈິງໄວ້ໃນຄວາມລັບ ເປີດເຜີຍຄວາມຈິງ ເປີດເຜີຍຕົວຕົນທີ່ແທ້ຈິງ ໃຫ້ຄົນອື່ນຮັບຮູ້ຕັ້ງແຕ່ທຳອິດ

ເລື່ອງລາວຄວາມສຳພັນ ທີ່ຕ້ອງມາແຕກຫັກ ພາຍຫຼັງທີ່ຄວາມຈິງຖືກເປີດເຜີຍ ມັນກໍ່ຈະບໍ່ເກີດຂຶ້ນ

ດັ່ງຄຳທີ່ກ່າວໄວ້ວ່າ

“ ຄວາມຈິງ…ເປັນສິ່ງບໍ່ຕາຍ ຄວາມລັບ…ບໍ່ມີໃນໂລກ ແຕ່ຄົນທີ່ເວົ້າຄວາມຈິງ ແລະ ຄົນທີ່ເປີດເຜີຍຄວາມລັບມັນຕ້ອງຕາຍ ”

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...