spot_img
Homeຊີວິດແລະຄວາມຮັກເຄັດລັບການມັດໃຈຜົວໃຫ້ຢູ່ມື

ເຄັດລັບການມັດໃຈຜົວໃຫ້ຢູ່ມື

Published on

ວັນນີ້ເຮົາມີເຄັດລັບດີໆມາຝາກ ສຳລັບຄົນທີ່ຕ້ອງການມັດໃຈຜົວໃຫ້ຢູ່ມືຕ້ອງອ່ານທາງນີ້

1. ສະແດງເຖິງຄວາມຮັກທີ່ທ່ານມີຕໍ່ຜົວ

ເຖິງຜູ້ຊາຍຈະເບິ່ງແຂງກະດ້າງ ບໍ່ມີຄວາມໂຣແມນຕິກ ບໍ່ມັກໃສ່ໃຈເລື່ອງເລັກໆນ້ອຍໆ ເທົ່າກັບແມ່ຍິງ ແຕ່ພວກເຂົາກໍ່ຕ້ອງການຄວາມຮັກ ຄວາມເອົາໃຈໃສ່ ຄວາມຫ່ວງໃຍ ໂດຍສະເພາະກັບແມ່ຍິງທີ່ຕົນຮັກແລ້ວ ເພາະສະນັ້ນທ່ານຕ້ອງສະແດງອອກເລີຍວ່າ ທ່ານຮັກເຂົາຫຼາຍພຽງໃດ ບໍ່ຕ້ອງປົກປິດຄວາມຮູ້ສຶກພາຍໃນໃຈເອົາໄວ້ ທ່ານຕ້ອງຮູ້ແບ່ງເວລາ ນອກຈາກຈະກູແລລູກໃຫ້ດີແລ້ວ ທ່ານກໍ່ຕ້ອງດູແລຜົວຂອງທ່ານໃຫ້ດີພ້ອມ ເຊື່ອວ່າທ່ານຕ້ອງເຮັດໄດ້

love-couple-e1461652062681

  2. ໃຫ້ພື້ນທີ່ສ່ວນຕົວກັບຝ່າຍຊາຍ

ເຖິງຈະແຕ່ງງານກັນແລ້ວແຕ່ຜູ້ຊາຍກໍ່ຍັງຕ້ອງການເພື່ອນ ການເຂົ້າສັງຄົມ ເພາະສະນັ້ນທ່ານຕ້ອງປ່ອຍໃຫ້ເຂົາໄດ້ໄປສັງສັນເຂົ້າສັງຄົມກັບໝູ່ເພື່ອນຂອງເຂົາແນ່ ຫຼື ອາດຍອມໃຫ້ເຂົາມາຈັດງານສັງສັນໃນເຮືອນແນ່ກໍ່ໄດ້ ທ່ານບໍ່ຄວນຕາມຕິດຕົວເຂົາໄປທຸກບ່ອນກໍ່ໄດ້ ເພາະຈະເຮັດໃຫ້ຜົວຂອງທ່ານຮູ້ສຶກອຶດອັດ ທ່ານຄວນເບິ່ງໃນແບບຫຼຽນສອງດ້ານ ເພື່ອເຮັດໃຫ້ຊີວິດຄູ່ຂອງທ່ານນັ້ນດີຂຶ້ນ

1122917643

 3. ໃຈເຢັນ, ມີຄວາມເຂົ້າໃຈຕໍ່ຜົວ ແລະ ມີຮອຍຍິ້ມອັນສົດໃສ

ບໍ່ມີຜູ້ຊາຍຄົນໃດດອກມັກແມ່ຍິງໜ້າບູດບຶ້ງ ໂດຍສະເພາະໃນວັນທີ່ເຂົາເມື່ອຍລ້າຈາກການເຮັດວຽກ ເຂົາກໍ່ຕ້ອງຢາກເຫັນສິ່ງທີ່ສະບາຍໃຈ ຫນຶ່ງໃນນັ້ນຄືຮອຍຍິ້ມອັນສົດໃສຈາກຄົນທີ່ລາວຮັກ, ຄວາມເຂົ້າໃຈເຫັນອົກເຫັນໃຈຈາກແລະ ໄດ້ຮັບກຳລັງໃຈດີໆຈາກເມຍນັ້ນເອງ ເຖິງທ່ານຈະໃຈຮ້າຍ ຫງຸດງິດໃຫ້ຜົວພຽງໃດ ທ່ານກໍ່ຕ້ອງເອົານ້ຳເຢັນລູບໃຈ ເຮັດໃຈດີໃຈກ້ວາງຄືແມ່ນ້ຳເຂົ້າໄວ້

3-couples-talk-on-couch

4. ສ້າງຄວາມສຸກເມື່ອຢູ່ເທິງຕຽງ

ເລື່ອງເຊັກສ໌ເປັນອີກເລື່ອງໜຶ່ງທີ່ສຳຄັນຂອງການມີຊີວິດຄູ່ ຫາກຄູ່ໃດຂາດການມີເພດສຳພັນໃນໄລຍະເວລາທີ່ດົນ ກໍ່ອາດຈະເຮັດໃຫ້ຄວາມຮັກຈືດຈາງລົງໄດ້ ຜູ້ຊາຍຈະມີຄວາມຕ້ອງການທາງເພດຫຼາຍກ່ວາແມ່ຍິງ ດັ່ງນັ້ນພວກເຂົາຈິ່ງມັກຄວາມຕື່ນເຕັ້ນເລົ້າໃຈຢູ່ສະເໝີ ສະນັ້ນຄົນເປັນເມຍຕ້ອງເຮັດໃຫ້ຜົວມີຄວາມສຸກທີ່ສຸດໃນເວລາຢູ່ເທິງຕຽງນຳກັນ ພະຍາຍມສ້າງຄວາມແປກໃໝ່ໃຫ້ກັບຜົວຢູ່ເລື່ອຍໆ ພຽງເທົ່ານີ້ຜູ້ຊາຍກໍ່ຈະບໍ່ອອກໄປຫາກິນນອກບ້ານອີກແລ້ວ

3665

5. ເປັນແມ່ຍິງຢ່າຢຸດງາມ

ແມ່ຍິງທີ່ແຕ່ງງານແລ້ວສ່ວນຫຼາຍມັກຈະວຸ້ນວາຍຢູ່ກັບເລື່ອງລູກ, ວຽກເຮືອນ, ວຽກຫ້ອງການ ຈົນບໍ່ມີເວລາເອົາໃຈໃສ່ດູແລຕົວເອງ ທ່ານຕ້ອງເປັນແມ່ເຮືອນຍຸກໃໝ່ຈະຕ້ອງເອົາໃຈໃສ່ທຸກຢ່າງໄປພ້ອມໆກັນ ທ່ານຢ່າລືມວ່າປັເໄຈການຢ້ວາຕາລໍ້ໃຈຂອງຜູ້ຊາຍໃນປັດຈຸບັນນີ້ມັນມີຫຼາຍ ຖ້າທ່ານເປັນເມຍທີ່ໜ້າດຳ, ເຮັດຕົວໂສມ ຮູບຮ່າງກໍ່ບໍ່ຄືຕອນເປັນສາວ ຮັບຮອງເລີຍວ່າວັນໜຶ່ງຜົວຂອງທ່ານຈະລັກອອກໄປມີກິກກັກນອກເຮືອນແນ່ນອນ ສະນັ້ນທ່ານຄວນແບ່ງເວລາປະມານ 30-60 ນາທີ ເພື່ອແຕ່ງໜ້າ ແຕ່ງງາມໃສ່ຕົວທ່ານທຸກວັນ ພຽງເທົ່ານີ້ຜົວຂອງທ່ານຈະກໍ່ກອດຫອມແຕ່ທ່ານຄົນດຍວຕະຫຼອດໄປ

5574

ທັງໝົດນີ້ກໍ່ເປັນພຽງເຄັດລັບເລັກໆນ້ອຍໆ ເພື່ອໃຫ້ທ່ານນຳໄປປັບໃຊ້ໃຫ້ເໝາະສົມກັບຊີວິດຄູ່ຂອງທ່ານເອງ ແລ້ວຄວາມຮັກທີ່ດີຈະຢູ່ກັບທ່ານຕະຫຼອດໄປ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...