spot_img
Homeຊີວິດແລະຄວາມຮັກວິທີຈັດການ "ແຟນເຈົ້າຊູ້ຫຼາຍໃຈ" ໃຫ້ຢູ່ມື

ວິທີຈັດການ “ແຟນເຈົ້າຊູ້ຫຼາຍໃຈ” ໃຫ້ຢູ່ມື

Published on

ເຊືອເລີຍວ່າບໍ່ມີໃຜຄົນໃດຢາກມີຄົນຮັກທີ່ເຈົ້າຊູ້ຫຼາຍໃຈ ທຸກຄົນຕ້ອງການຄວາມສື່ສັດຮັກດຽວໃຈດຽວຈາກຄົນຮັກທັງໝົດ ແນ່ຖ້າປາສະຈາກບໍ່ໄດ້ວິທີງ່າຍໆຄືທ່ານຕ້ອງຄວນທຳໃຈຍອມຮັບມັນ ຫຼື ຍອມຕັດໃຈບໍ່ຮັບມັນເລີຍ ພຽງເທົ່ານີ້ທ່ານກໍ່ຈະຫລຸດຜົ້ນຈາກວັງວົນແຫ່ງຄວາມທຸກນີ້ໄດ້ ແຕ່ຖ້າໃຜມີແຟນເປັນຄົນ ເຈົ້າຊູ້ຫຼາຍໃຈ ຄວນອ່ານທາງນີ້ ເພາະເຮົາມີວິທີຮັບມືກັບບັນດາຄົນພວກນີ້ມາຝາກກັນ

ເຮັດໃຈຍອມຮັບຄວາມຈິງວ່າເຂົາເປັນແບບນີ້ ແລະ ປ່ອຍໃຫ້ເຂົາໄປເຮັດໃນສິ່ງທີ່ເຂົາຕ້ອງການ

ທ່ານຈົ່ງຮູ້ຈັກປ່ອຍວາງ ຢ່າຄິດຫຼາຍເມື່ອທ່ານຕັດສິນໃຈເລືອກຮັກເຂົາແລ້ວທ່ານກໍ່ຕ້ອງຮູ້ຈັກການທຳໃຈ ຖ້າທ່ານຍັງຢາກມີເຂົາຄຽງຂ້າງທ່ານຢູ່ ເຮັດດີຕາມປົກກະຕິເຮັດດີໃຫ້ສຸດກົກສຸດປາຍ ຖ້າເຂົາຍັງມີຈິດສຳນຶກຢູ່ເມື່ອເຂົາຫຼິ້ນເມື່ອຍແລ້ວພໍແລ້ວເຂົາຈະກັບມາຫາທ່ານເອງ

ເຮັດປະຊົດໄປເລີຍ ເຂົາມີໄດ້ເຮົາກໍ່ມີໄດ້

ແຟນບາງຄົນກໍ່ແປກ ຕົວເອງເຈົ້າຊູ້ຫຼາຍໃຈໄດ້ ແຕ່ຍົກເວັ້ນແຟນຂອງຕົນຫ້າມເຈົ້າຊູ້ເດັດຂາດຕ້ອງສື່ສັດກັບຕົວເອງເທົ່ານັ້ນ ແບບນີ້ເຂົາເອີ້ນວ່າເຫັນແກ່ຕົວທີ່ສຸຸດ

ບໍ່ວ່າຈະເປັນຍິງ ຫຼື ຊາຍທຸກຄົນມີສິດທິເທົ່າທຽມກັນໝົດ ຖ້າຝ່າຍໃດຝ່າຍໜຶ່ງຫາກບໍ່ສື່ສັດ ເຮົາກໍ່ມີສິດທີ່ຈະເຮັດໄດ້ຄືນ ເພື່ອໃຫ້ອີກຝ່າຍໜຶ່ງໄດ້ຮັບຄວາມຮູ້ສຶກແບບນັ້ນຄືນ ຄິດວ່າ ເຂົາມີດີ ເຮົາກໍ່ມີດີເຊັ່ນດຽວກັນ. ຄົນເຈົ້າຊູ້ຫຼາຍໃຈສ່ວນຫຼາຍຈະເປັນຄົນຫຶງຫວງແຟນຫຼາຍ ບາງເທື່ອເຮັດວິທີນີ້ ອາດເຮັດໃຫ້ເຮົາເບິ່ງຄືບໍ່ເປັນຂອງຕາຍສຳລັບເຂົາເກີນໄປ

ສະແດງຄວາມເປັນເຈົ້າຂອງ

ສ່ວນໜ້ອຍທີ່ຈະມີຄົນຮັບໄດ້ກັບພຶດຕິກຳເຈົ້າຊູ້ຕໍ່ໜ້າຕົວເອງ ຫຼາຍຄົນອາດເຄີຍພົບ ນັ່ງຂ້າງເຮົາແທ້ໆຍັງໄປຢອກຄົນອື່ນ ໄປຍ້ອງຄົນອື່ນຕໍ່ໜ້າເຮົາໂດຍບໍ່ເກງໃຈເລີຍ ນີ້ຖືວ່າເປັນພຶດຕິກຳທີ່ບໍ່ສົມຄວນເຮັດຢ່າງຍິ່ງ ຖືເປັນການບໍ່ໃຫ້ກຽດຄູ່ທີ່ໄປນຳ ບໍ່ວ່າຄົນທີ່ຢອກຢູ່ນັ້ນຈະເປັນເພື່ອນ ຫຼື ເປັນໃຜກໍ່ຕາມກໍ່ຄວນມີຂອບເຂດຈຳກັດ ເລື່ອງນີ້ທ່ານຕ້ອງໄດ້ສະແດງອາການຫຶງຫວງແນ່ເລັກໜ້ອຍ ເພື່ອໃຫ້ອີກຝ່າຍໜຶ່ງຮັບຮູ້ວ່າທ່ານບໍ່ມັກໃນພຶດຕິກຳ ເຈົ້າຊູ້ຫຼາຍໃຈຂອງເຂົາ

ຖ້າເຂົາບໍ່ຊວນທ່ານໄປທ່ຽວ ຫຼື ອອກງານຄູ່ ທ່ານກໍ່ໄປເອງ

ເລື່ອງຫຍັງທີ່ເຮົາຈະຕ້ອງເຝົ້າເຮືອນ ຫຼື ຢູ່ເຫງົາຄົນດຽວເຂົາໄປທ່ຽວໄດ້ ເຮົາກໍ່ໄປໄດ້ ນັດໝູ່ເພື່ອນໄປທ່ຽວ ໄປສັງສັນນຳກັນ ຢ່າປ່ອຍໃຫ້ຕົວເອງເຫງົາ ທີ່ລໍຖ້າເຂົາຊວນໄປຈິ່ງຄ່ອຍໄປ ຄົນເຈົ້າຊູ້ຫຼາຍໃຈເຂົາຈະຮູ້ສຶກຮ້ອນຮົນເມື່ອຮູ້ວ່າແຟນຂອງຕົນອອກໄປກັບຄົນອື່ນທີ່ບໍ່ແມ່ນຕົນພາໄປ ຮັບຮອງເລີຍວ່າເຂົາໄປທ່ຽວແບບບໍ່ມ່ວນໃຈແນ່ນອນ

ຖ້າທົນບໍ່ໄດ້ກໍ່ຂໍແຍກທາງກັນເລີຍດີກ່ວາ

ສຸດທ້າຍທາງຕັນຂອງຊີວິດຮັກ ຖ້າອົດທົນບໍ່ໄດ້ ເພາະອີກຝ່າຍໜຶ່ງບໍ່ເຄີຍປັບປຸງ ຫຼື ປ່ຽນແປງຕົວເອງໄປໃນທາງທີ່ດີຂຶ້ນເລີຍ ກໍ່ຄວນແຍກກັນດີກ່ວາ ເພື່ອຈະບໍ່ເສຍເວລາໄປຊອກຫາຄົນດີໆທີ່ລໍຖ້າທ່ານຢູ່ທາງໜ້າ

ສຳລັບຄົນທີ່ມີມນິໄສເຈົ້າຊູ້ຫຼາຍໃຈນັ້ນ ທ່ານກໍ່ຄວນປ່ຽນພຶດຕິກຳໄດ້ແລ້ວ ເມື່ອທ່ານມືຄົນທີ່ດີຢູ່ຂ້າງກາຍ ກ່ອນທີ່ທ່ານຈະບໍ່ເຫຼືອໃຜ ຫຼື ຖ້າທ່ານເຊົ້າເຈົ້າຊູ້ຫຼາຍໃຈບໍ່ໄດ້ແທ້ໆ ກໍ່ຄວນກລຸດລະດັບຄວາມເຈົ້າລົງແນ່ກໍ່ດີ ຄິດເສຍວ່າເຮັດເພື່ອຄົນທີ່ທ່ານຮັກ ແລະ ກໍ່ຮັກທ່ານຢ່າງແທ້ຈິງ ແລະ ່ທ່ານກໍ່ຄົງຈະບໍ່ມັກໃຫ້ແຟນຂອງທ່ານເຮັດຄືຂໍ້ທີ່ກ່າວມາຂ້າງເທິງນີ້ກັບດັອກແມ່ນບໍ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...