spot_img
Homeຊີວິດແລະຄວາມຮັກວິທີສັງເກດຄົນທີ່ແອບມັກເຮົາ

ວິທີສັງເກດຄົນທີ່ແອບມັກເຮົາ

Published on

ຊີວິດ ແລະ ຄວາມຮັກວັນນີ້ເຮົາຈະມາເວົ້າກ່ຽວກັບຫົວຂໍ້ການອ່ານໃຈຄົນ ໂດຍສະເພາະການອ່ານໃຈຄົນທີ່ແອບຮັກເຮົາ… ມັນມີບາງຢ່າງ ທີ່ເຮົາ ແລະ ເຂົາກໍ່ຮູ້ໆກັນຢູ່ ແຕ່ທີ່ເຮົາບໍ່ກ້າຟັນທຸງ ເພາະຢ້ານວ່າເຮົາຈະຄິດໄປເອງແມ່ນບໍ່?

ໃຫ້ທ່ານສັງເກດເບິ່ງແວວຕາທີ່ເຂົາແນມເບິ່ງທ່ານ ເພາະແວວຕາຈະເປັນປະະຕູຄຳຕອບຂອງທຸກຢ່າງ ຖ້າເປັນປະເພດທຳທ່າບໍ່ສົນໃຈເຮົາ ບາງຄັ້ງເຂົາກໍ່ສະແດງທ່າທາງຄືບໍ່ສົນໃຈເຮົາເລີຍ ແຕ່ບາງເທື່ອເຂົາກໍ່ເຮັດຄືມີໃຈໃຫ້ກັບເຮົາ ອັນນີ້ອາດຈະເຮັດໃຫ້ທັງເຮົາ ແລະ ເຂົາເກີດຄວາມບໍ່ແນ່ໃຈໄດ້

ວິທີສັງເກດຄົນທີ່ແອບມັກເຮົາມີງ່າຍໆດັ່ງນີ້:

1.ທ່ານຈະຮູ້ສຶກວ່າຖືກຈ້ອງເບິ່ງຕະຫຼອດເວລາ ບໍ່ວ່າຈະເຮັດຫຍັງກໍ່ຕາມ

2.ເວລາທີ່ເຂົາເຮັດສິ່ງໃດໃຫ້ທ່ານກໍ່ຕາມ ເຂົາຈະບອກວ່າ ” ບໍ່ເປັນຫຍັງດອກ ” ແຕ່ພໍເມື່ອທ່ານບອກເຂົາວ່າ ” ຂອບໃຈເດີ້ ” ທ່ານຈະໄດ້ຮອຍຍິ້ມແບບຊິວໆ ແບບເກັບໄວ້ບໍ່ຢູ່ ກັບຄືນມາ

3.ເວລາຢູ່ກັບເພື່ອນກຸ່ມໃຫຍ່ ຖ້າຄົນບໍ່ໄດ້ສັງເກດກໍ່ຈະເໝືອນທຸກຢ່າງເປັນກະຕິ ແຕ່ຖ້າທ່ານລອງສັງເກດເບິ່ງຄົນນັ້ນ ເຂົາຈະມີອາການແປກໆຈາກຄົນອື່ນແນ່ນອນ

4.ເຂົາມັກຈະງໍ້ທ່ານໂດຍທີ່ທ່ານບໍ່ຮູ້ສາເຫດ ” ຄົນທີ່ແອບຮັກຈະຮູ້ດີວ່າງໍ້ດ້ວຍເຫດຜົນໃດ ”

5.ເວລາວັນສຳຄັນທ່ານມັກຈະໄດ້ຂອງຂັວນຈາກເຂົາຄົນທຳອິດ ບໍ່ແນ່ວ່າອາດຈະໄດ້ກ່ອນແຟນຂອງທ່ານຊ້ຳ

6.ເວລາທ່ານເລົ່າເລື່ອງໃດເລື່ອງໜຶ່ງ ເຂົາຈະນັ່ງຟັງທ່ານຢ່າງໃຈຈົດຈໍ່ ເຖິງເລື່ອງນັ້ນຈະບໍ່ມີສາລະເລີຍກໍ່ຕາມ ແຖມຍັງມີການຫົວຖືກໃຈໃນເລື່ອງທີ່ທ່ານເລົ່ານຳອີກ

7.ບາງຄັ້ງເຂົາອາດຈະຖາມເຖິງແຟນຂອງທ່ານ ແລ້ວເວົ້າໃນທາງຖາມເຖິງສຸກທຸກທ່ານກັບແຟນ ແຕ່ເວລາທີ່ທ່ານຜິດຖຽງກັບແຟນຂອງທ່ານແລ້ວ ເຂົາຈະປອບໃຈທ່ານ ແລະ ເຮັດໃຫ້ທ່ານຮູ້ສຶກດີ ເພາະເຂົາອາດທົນບໍ່ໄດ້ທີ່ຈະເຫັນນ້ຳຕາຂອງທ່ານນັ້ນເອງ

8.ຖ້າທ່ານໄດ້ພົບກັບຄົນໆນີ້ແລ້ວ ທ່ານບໍ່ຕ້ອງຄິດຫຼາຍ ບໍ່ເຮັດຫຍັງທີ່ປ່ຽນໄປຈາກເດີມ ໃຫ້ຄິດເສຍວ່າ ເຂົາເຮັດເພື່ອທ່ານເພາະຢາກໃຫ້ທ່ານມີຄວາມສຸກ ຫຼື ຖ້າຫາກທ່ານຍັງໂສດທ່ານກໍ່ຄວນເປີດໃຈຄົບກັບເຂົາລອງເບິ່ງບາງຄັ້ງເຂົາອາດຈະແມ່ນຄົນນັ້ນຂອງທ່ານກໍ່ໄດ້

ຮູ້ແບບນີ້ແລ້ວຢ່າລືມໄປສັງເກດຄົນໃກ້ຕົວຂອງທ່ານນຳເດີ້ວ່າຕອນນີ້ເຂົາມີທ່າທີແນວໃດກັບທ່ານ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...