spot_img
Homeຂ່າວຕ່າງປະເທດລອນດອນ ເມືອງທີ່ມີເສດຖີພັນລ້ານຫຼາຍທີ່ສຸດໃນໂລກ

ລອນດອນ ເມືອງທີ່ມີເສດຖີພັນລ້ານຫຼາຍທີ່ສຸດໃນໂລກ

Published on

ຜົນການຈັດອັນດັບບຸກຄົນທີ່ລໍ້າລວຍທີ່ສຸດໃນປະເທດອັງກິດ ປະຈຳປີ 2016 ຈັດໂດຍໜັງສືພິມເດິຊັນເດທາມ ເຜີຍແຜ່ເມື່ອວັນທີ 24 ເມສາທີ່ຜ່ານມາພົບວ່າ ນະຄອນຫຼວງລອນດອນ ເມືອງຫຼວງຂອງປະເທດອັງກິດ ເປັນເມືອງທີ່ມີບຸກຄົນທີ່ລໍ້າລວຍໃນລະດັບ 1.000 ລ້ານປອນ (ສະກຸນເງິນອັງກິດ) ຈຳນວນຫຼາຍທີ່ສຸດໃນໂລກ.

ລາຍງານຂອງຊັນເດທາມ ລະບຸວ່າປີນີ້ ມີຜູ້ທີ່ລໍ້າລວຍໃນລະດັບ 1.000 ລ້ານປອນ ຢູ່ໃນປະເທດອັງກິດຈຳນວນ 120 ຄົນ ເຮັດໃຫ້ອັງກິດກາຍເປັນປະເທດທີ່ມີມະຫາເສດຖີໃນລະດັບນີ້ຫຼາຍເປັນອັນດັບ 3 ຂອງໂລກ ເສຍໃຫ້ພຽງແຕ່ສະຫະລັດອາເມລິກາ ແລະຈີນ ທີ່ມີມະຫາເສດຖີພັນລ້ານຈຳນວນ 378 ແລະ 193 ຄົນຕາມລຳດັບ ຂະນະທີ່ນະຄອນຫຼວງລອນດອນ ເປັນເມືອງທີ່ມີມະຫາເສດຖີພັນລ້ານຫຼາຍທີ່ສຸດໃນໂລກທີ່ 77 ຄົນ ຫຼາຍກວ່ານະຄອນຫຼວງນິວຢອກທີ່ 61 ຄົນ ຊານຟຣານຊິສໂກ 57 ຄົນ ຂະນະທີ່ຮົງກົງ 49 ຄົນ.

ຜູ້ທີ່ຄອງອັນດັບ 1 ຂອງມະຫາເສດຖີ 1.000 ຄົນທີ່ມີຊັບສິນຫຼາຍກວ່າ 103 ລ້ານປອນ ຫຼື ປະມານ 5.200 ລ້ານຄົນ ໃນອັງກິດຄືສອງອ້າຍນ້ອງ ເດວິດ ແລະ ຊິມອນ ຣູເບນ ນັກທຸລະກິດຊາວອັງກິດທີ່ມີຊັບສິນລວມທັງໝົດ 13.000 ລ້ານປອນ.

ທັງນີ້ ລາຍງານລະບຸວ່າ ມູນຄ່າຊັບສິນລວມຊອງທັງໝົດ 1.000 ຄົນເພີ່ມຂຶ້ນຈາກປີ 2015 ຢ່າງໃດກໍຕາມ ມີມະຫາເສດຖີບາງຄົນຕ້ອງມີຊັບສິນທີ່ຫຼຸດໜ້ອຍລົງຫຼາຍ ເນື່ອງຈາກໄດ້ຮັບຜົນກະທົບຈາກດັດຊະນີໃນຕະຫຼາດຫຸ້ນ ລາຄານໍ້າມັນທີ່ຕົກຕໍ່າ ລວມໄປເຖິງວິກິດໃນອຸດສາຫະກຳເຫຼັກທີ່ກຳລັງເກີດຂຶ້ນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...