spot_img
Homeຂ່າວພາຍ​ໃນສອງນັກກີລາເທັນນິສ ຕົວນ້ອຍ ດາວຮຸ່ງຂອງລາວຄວ້າແຊ໋ມ ຍິງດ່ຽວ ທີ່ອຸດອນທານີ !

ສອງນັກກີລາເທັນນິສ ຕົວນ້ອຍ ດາວຮຸ່ງຂອງລາວຄວ້າແຊ໋ມ ຍິງດ່ຽວ ທີ່ອຸດອນທານີ !

Published on

ອາລິຍາ ນັກກິລາເທັນນິສ ດາວຮຸ່ງຂອງລາວຄວ້າແຊ້ມ ຍິງດ່ຽວ ທີ່ອຸດອນທານີ !

ການແຂ່ງຂັນກີລາ ເທັນນິສ ໃນລາຍການ ພັດລອນເທັນນິສ ຄັ້ງທີ່ 2 ລຸ້ນອາຍຸ ບໍ່ເກີນ 10 ປີ ແລະ 12ປີ ທີ່ແຂວງ ອຸດອນທານີ ປະເທດໄທໃນມື້ນີ້ (ວັນອາທິດ) ທີ່ 23-25 ເມສານີ້. ໄດ້ມີນັກກີລາ ເທັນນິສສາວຕົວນ້ອຍ ສອງຄົນທີ່ສາມາດຍາດເອົາໄຊຊະນະມາໃຫ້ພີ່ນ້ອງຊາວລາວໄດຊື່ນໃຈ

647

ນ້ອງ ອາລິຍາ ວົງດາລາ ໄວອາຍຸ 10 ປີ ນັກກິລາເທັນນິສ ຈາກສະໂມສອນກິລາເທັນນິສນະຄອນຫລວງ ໄດ້ແຊ໋ມເທັນນິສ ຍິງດ່ຽວ ລຸ້ນອາຍຸ ບໍ່ເກີນ 12 ປີ ມາຄອງ ໂດຍການເອົາຊະນະນັກກິລາເຈົ້າພາບ ຈາກແຂວງສະກົນນະຄອນ ນ້ອງ ກະມົນວັນ ທອງລັກ 2-0 ເຊັດຄະແນນ 4-0 ແລະ 4-0

648

ການແຂ່ງຂັນໃນລຸ້ນອາຍຸບໍເກີນ10ປີ ເຊິ່ງແມ່ນ ນາງ ມ້ອນ ນັກກິລາຈາກ ສປປ ລາວ ຍາດໄດ້ຫລຽນເງີນມາຄອງ

ທາງທີມງານລາວໂພສຕ໌ຂໍສະແດງຄວາມຊົມເຊີຍມາຍັງນ້ອງທັງສອງຄົນນີ້ດ້ວຍ…

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...