ການນຸ່ງສີ້ນ ແມ່ນປະເພນີຂອງລາວທີ່ຄວນອະນຸລັກຮັກສາໄວ້

ການ​ແຕ່ງ​ກາຍ​ກໍ​ເປັນ​ລັກ­ສະ­ນະ​ໜຶ່ງ​ທີ່​ບອກ​ເຖິງ​ກິ­ລິ­ຍາ​ມາ­ລະ­ຍາດ​ຂອງ​ແຕ່­ລະ­ຄົນ ແລະ​ບົ່ງ​ບອກ​ເຖິງ​ວັດ​ທະ​ທຳ​ຂອງ​ຊາດ

ວັດ­ທະ­ນະ­ທຳ​ການ​ນຸ່ງ​ຖື​ໃນ​ສັງ­ຄົມ​ບ້ານ​ເຮົາ​ປ່ຽນ­ແປງ​ໄປ​ຕາມ​ຍຸກ​ສະ­ໄໝ  ປະ­ຈຸ​ບັນ​ນີ້​ຄົນ​ຮຸ່ນ​ໃໝ່​ຫັນ​ໄປ​ແຕ່ງ​ກາຍ​ຕາມ​ກະ­ແສ​ນິ­ຍົມ ຈົນ​ເກືອບ​ລືມ​ນຸ່ງ​ສິ້ນ​ທີ່​ເປັນ​ວັດ­ທະ­ນະ­ທຳ​ຂອງ​ຕົນ ດັ່ງ­ນັ້ນ ເຮົາ​ເປັນ​ແມ່­ຍິງ​ລາວ​ຄວນ ໃສ່­ໃຈ​ນຸ່ງ​ຫົ່ມ​ໃຫ້​ສຸ­ພາບ​ຮຽບ​ຮ້ອຍ​ດ້ວຍ​ການ​ນຸ່ງ​ສິ້ນ​ໃຫ້​ຖືກ​ຕາມ​ປະ­ເພ­ນີ​ຂອງ​ລາວ.

ວັນ​ທີ 20 ເມ​ສາມ​ຜ່ານ​ມາ ແມ່­ຕູ້​ແອ ອາ­ຍຸ 62ປີ ໃຫ້​ສຳ­ພາດ​ກັບ​ນັກ​ຂ່າວ​ພວກ ເຮົາ​ວ່າ:  ຜູ້­ຍິງ​ລາວ​ໃນ​ເມື່ອ​ກ່ອນ​ແມ່­ຕູ້​ແມ່​ນາຍ​ແມ່ນ​ນິ­ຍົມ​ກັນ​ນຸ່ງ​ຫົ່ມ​ສິ້ນ​ມີ​ຫົວ​ມີ​ຕີນ ລູກ​ຫຼານ​ເກີດ​ມາ­ສະ​ໄໝ​ນັ້ນ​ພາ­ກັນ​ນຸ່ງ​ສິ້ນ​ຄື​ກັນ​ໝົດ​ທຸກ​ຄົນ ດັ່ງ­ນັ້ນ ເພິ່ນ​ຈິ່ງ​ໄດ້​ກຳ­ນົດ ເອົາ​ສິ້ນ​ເປັນ​ວັດ­ທະ­ນະ­ທຳ​ການ​ນຸ່ງ​ຫົ່ມ​ຂອງ​ແມ່­ຍິງ​ລາວ ຄື​ດັ່ງ​ມີ​ສຸ­ພາ­ສິດ​ທີ່​ກ່າວ​ໄວ້ວ່າ: ເບິ່ງ​ຊ້າງ​ໃຫ້​ເບິ່ງ​ຫາງ ເບິ່ງ​ນາງ​ໃຫ້​ເບິ່ງ​ແມ່ ໃນ​ພາ­ສິດ​ຂໍ້​ນີ້​ມີ​ຄວາມ​ໝາ­ຍວ່າ:      ຖ້າ​ແມ່​ຂອງ​ຜູ້­ຍິງ​ດີ​ຕະ­ຫຼອດ​ຮອດ​ການ​ນຸ່ງ​ຫົ່ມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ດີ ຜູ້​ເປັນ​ລູກ ແລະ​ຫຼານ​ກໍ​ຖື​ເອົາ​ແບບ­ຢ່າງ   ປະ­ຈຸ​ບັນ​ນີ້ ປະ­ກົດ​ເຫັນ​ວ່າ​ແມ່­ຍິງ​ບ້ານ​ເຮົາ​ໂດຍ​ສະ­ເພາະ​ແມ່ນ​ຄົນ​ຮຸ່ນ​ໃໝ່​ບໍ່​ນິ­ຍົມ​ນຸ່ງ​ສີ້ນ​ພໍ​ປານ­ໃດ ສ່ວນ​ຫຼາຍ​ແມ່ນ​ພາ­ກັນ​ແຕ່ງ​ກາຍ​ຕາມ​ກະ ແສ​ນິ­ຍົມ​ຄື: ນຸ່ງ​ໂສ້ງ​ຂາ​ສັ້ນ, ໃສ່​ສະ​ເກີດ  ແລະ​ອື່ນໆ​ອັນ​ທີ່​ບໍ່​ແມ່ນ​ວັດ­ທະ­ນະ­ທຳ​ຂອງ​ລາວ.

ແນວ­ໃດ​ກໍ​ດີ ເພື່ອ​ຮັກ­ສາ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ໃຫ້​ຄຽງ​ຢູ່​ກັບ​ຊາດ​ລາວ​ຕະ­ຫຼອດ ໄປ​ແມ່­ຍິງ​ລາວ​ທຸກ​ຄົນ​ບໍ່​ຄວນ​ປະ­ປ່ອຍ​ວັດ­ທະ­ນະ­ທຳ​ດັ້ງ­ເດີມ​ໃຫ້​ໄປ​ກັບ​ການ​ເວ­ລາ​ຈົ່ງ​ພ້ອມ​ກັນ​ນຸ່ງ​ສິ້ນ ສີ້ນ​ທີ່​ຈະ​ນຸ່ງ​ນັ້ນ​ບໍ່​ວ່າ​ຈະ​ເປັນ​ສີ​ໃດ​ກໍ​ໄດ້​ແຕ່​ວ່າ​ຕ້ອງ ໃຫ້​ສິ້ນ​ມີ​ຫົວ ແລະ​ມີ​ຕີນ​ພ້ອມ​ຖ້າ​ໃຜ​ນຸ່ງ​ສິ້ນ​ບໍ່​ມີ​ຫົວ ແລະ​ຕີນ​ນັ້ນ​ຕາມ​ປະ­ເພ­ນີ​ລາວ​ບູ­ຮານ​ເພິ່ນ​ຈະ​ຖື​ວ່າ​ຜູ້­ຍິງ​ຄົນ​ນັ້ນ​ເປັນ​ຄົນ​ບໍ່​ດີ.

ຂ່າວຈາກ: