spot_img
Homeຂ່າວພາຍ​ໃນພົບສົບຜູ້ເສຍຊິວິດໂດຍບໍ່ຮູ້ສາເຫດຢູ່ເສັ້ນທາງ 450 ປີ

ພົບສົບຜູ້ເສຍຊິວິດໂດຍບໍ່ຮູ້ສາເຫດຢູ່ເສັ້ນທາງ 450 ປີ

Published on

ວັນທີ 22/04/2016 ເວລາ 07:00ໂມງເຊົ້າ ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຮັບແຈ້ງວ່າ: ໄດ້ພົບສົບຜູ້ເສຍຊິວິດໂດຍບໍ່ຮູ້ສາເຫດເປັນເພດຊາຍ ເຊິ່ງຄາດວ່າເສຍຊີວິດໄດ້ຫລາຍວັນແລ້ວ ຢູ່ເສັ້ນທາງ 450 ປີ ແລະ ຍັງບໍ່ທັນພົບຍາດຕິພີ່ນ້ອງຂອງຜູ້ເສຍຊິວິດເທື່ອ ປະຈຸບັນເຈົ້າຫນ້າໜ່ວຍງານສືບສວນສອບສວນກຳລັງກວດສອບຫາສາເຫດການຕາຍຂອງຊາຍຄົນດັ່ງກ່າວນີ້ຢູ່

88

ຂໍອະໄພທີ່ຕ້ອງປິດບັງຫນ້າຕາຂອງຜູ້ເສຍຊີວິດເນື່ອງຈາກເປັນພາບທີ່ບໍ່ເໝາະສົມທີ່ຈະນຳມາເຜີຍແຜ່ໃນບ່ອນສາທາລະນະໄດ້ ຖ້າທ່ານໃດຄິດວ່າອາດຮູ້ຈັກ ເປັນເພື່ອນ, ເປັນຍາດ ຂອງຜູ້ເສຍຊີວິດແມ່ນໃຫ້ຕິດຕໍ່ເປັນການສ່ວນຕົວໄດ້ທີ່ເບີ: 1623 ຫຼື 56668825 ຕະຫຼອດ 24 ຊົ່ວໂມງ

655

ທາງທີມງານລາວໂພສຕ໌ຂໍໃຫ້ວິນຍານຜູ້ເສຍຊີວິດໄປສູ້ສຸຂະຕິ ໄປຢູ່ພົບພູນທີ່ດີກ່ວານີ້ ແລະ ຂໍເປັນກຳລັງໃຈໃຫ້ເຈົ້າຫນ້າທີ່ໜ່ວຍງານສືບສວນ-ສອບສວນຊອກສາເຫດຂອງການເສຍຊີວິດຄັ້ງນີ້ໄດ້ໂດຍໄວ ແລະ ສາມາດຕິດຕໍ່ຍາດຂອງຜູ້ກ່ຽວໄດ້ໄວໆດ້ວຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...