spot_img
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດຈາກເຫດ ແຜ່ນດິນໄຫວທີ່ເອກົວດໍ ວັນນີ້ເພີ້ມຂຶ້ນເປັນ 550 ສົບ

ຍອດຜູ້ເສຍຊີວິດຈາກເຫດ ແຜ່ນດິນໄຫວທີ່ເອກົວດໍ ວັນນີ້ເພີ້ມຂຶ້ນເປັນ 550 ສົບ

Published on

693536-01

ສຳນັກຂ່າວຕ່າງປະເທດລາຍງານຄວາມຄືບໜ້າ ເຫດການແຜ່ນດິນໄຫວຄັ້ງໃຫຍ່ ຂະໜາດ 7.8 ແມັກນິຈູດ ຍອດຜູ້ເສຍຊີວິດລ່າສຸດແມ່ນ 550 ສົບ ແລະ ຍັງມີຜູ້ສູນຫາຍອີກ 100 ຄົນ ຂະນະທີ່ຜູ້ໄດ້ຮັບບາດເຈັບເພີ້ມຂຶ້ນເປັນ 4,000 ຄົນ ແລະ ຍັງຄົງເກີດອາຟເຕີຊ໋ອກຢູ່ຕໍ່ເນື່ອງ ໂດຍໃນຕອນເຊົ້າຂອງວານນີ້ຕາມເວລາທ້ອງຖິ່ນ ເກີດອາຟເຕີຊ໋ອກຂະໜາດ 6.2 ນອກຊາຍຝັ້ງທະເລ ແຮງສັ່ນສະເທືອນເຮັດໃຫ້ຜູ້ປະສົບໄພແຕກຕື່ນອີກຄັ້ງ ແລະ ໄດ້ເຮັດໃຫ້ປະຕິບັດການຊ່ວຍເຫຼືອຜູ້ລອດຊີວິດຈາກແຜານດິນໄຫວກ່ອນໜ້ານີ້ຍາກລຳບາກຂຶ້ນຕື່ມອີກ.

ຢ່າງໃດກໍ່ຕາມຍັງບໍ່ມີປະກາດເຕືອນໄພສິນາມິ ແລະ ບໍ່ມີລາຍງານຜູ້ເສຍຊີວິດເພີ້ມ ຫຼື ຄວາມເສຍຫາຍໃໝ່ໆ ຖ້າມີເຫດການແນວໃດເກີດຂຶ້ນຕື່ມອີກ ທາງເຮົາຈະຟ້າວລາຍງານໃຫ້ຮູ້ທັນທີ

ທາງທີມງານລາວໂພສຕ໌ ຂໍສະແດງຄວາມເສຍໃຈກັບທຸກການສູນເສຍທີ່ເກີດຂຶ້ນໃນເຫດການຄັ້ງນີ້ ແລະ ຂໍສົ່ງກຳລັງໃຈໃຫ້ຊາວເອກົວດໍຜ່ານພົ້ນວິກິດດັ່ງກ່າວນີ້ໄປດ້ວຍດີໃດ້ໄວໆນີ້.

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...