Homeຂ່າວຕ່າງປະເທດສະເທືອນວົງການແພດໄປທົ່ວໂລກ! ເມື່ອມີຜູ້ປິ່ນປົວໂລກເອດສ໌ໄດ້

ສະເທືອນວົງການແພດໄປທົ່ວໂລກ! ເມື່ອມີຜູ້ປິ່ນປົວໂລກເອດສ໌ໄດ້

Published on

ຂ່າວ​ດີ​ສໍາຫຼັບຜູ້​ທີ່​ຕິດ​ເຊື້ອພະຍາດ HIV ຫຼື ​ໂລກ​ເອດ​ສ໌ ​ເພາະ​ຫຼ້າສຸດ​ນີ້ໃນ​ການ​ປະຊຸມ​​ແພດ ​ແລະ ນັກວິ​ໄຈ​ກ່ຽວກັບ​ໂລກ​ເອດ​ສ໌ ​ແລະ ​ໂລກ​ຕິດ​ເຊື້ອສວຍ​ໂອກາດ​ລະດັບ​ໂລກ ຫຼື “CROI 2013” (The Conference on Retroviruses and Opportunistic Infections) ຈັດ​ຂຶນທີ່​ເມືອງ ​ແອັດ​ແລນ​ຕາ ລັດ​ຈໍ​ເຈຍ ຂອງ​ສະຫະລັດ​ອາ​ເມ​ລິ​ກາ, ​ເຊິ່ງ​ໃນ​ນັ້ນ​ໄດ້ມີ​ນັກວິ​ໄຈ​ໄທ​ຄົນໜຶ່ງ​ໄດ້​ເຜີຍ​ແຜ່​ງານ​ວິ​ໄຈ​ຂອງ​ລາວ​ກ່ຽວກັບ​ການ​ຮັກສາ​ຜູ້​ຕິດ​ເຊື້ອ HIV ​ໃນ​ໄລຍະ​ເລີ່​ມຕົ້ນ​ໃຫ້​ກັບ​ມາ​ມີ​ໂອກາດ​ຫາຍ​ດີ​​ເປັນ​ປົກກະຕິ​ໄດ້ ​ເລື່ອງ​ດັ່ງກ່າວ​ນີ້​ໄດ້​ສ້າງ​ຄວາມ​ປະຫຼາດ​ໃຈ​ໃຫ້​ແກ່​ສະມາຊິກ​ໃນ​ກຸ່ມ​ປະ​ເທດ​ຕ່າງໆທີ່​ເຂົ້າຮ່ວມ​.

ຮສ ຈິນຕະນາດ ອະນັນ​ວໍລະ​ນິດ ນັກວິ​ໄຈ​ໂລກ​ເອດ​ສ໌ ສູນ​ວິ​ໄຈ​ໂລກ​ເອດ​ສ໌ສະພາ​ແຫ່ງ​ຊາດ​ໄທ ຫົວໜ້າ​ໂຄງການ​ວິ​ໄຈການ​ຮັກສາ​ຜູ້​ຕິດ​ເຊື້ອ HIV ​ໄລຍະ​ສຸດ​ທ້າຍ​ໄດ້​ກ່າວ​ວ່າ: ຂະ​ບວນການກວດ​ເຊື້ອ HIV ​ໃນ​ເມື່ອ​ກ່ອນ​ແມ່ນ​ຕ້ອງ​ໃຊ້​ເວລາ 2 ອາທິດ​ຈຶ່ງ​ຈະ​ພົບ​ເຊື້ອ ​ເຊິ່ງ​ເຮັດ​ໃຫ້ການ​ຮັກສາ​ຄົນ​ເຈັບມີ​ຄວາມຊັກ​ຊ້າ, ຈຶ່ງ​ໄດ້​ຄິດ​ຄົ້ນການກວດ​ໂດຍ​ໃຊ້​ລະບົບ​ແນ໊ດ (NAT: Nucleic Acid Amplification Testing) ຂຶ້ນມາ ຈາກ​ການ​ວິ​ໄຈ​ພົບ​ວ່າ​ສາມາດ​ຮູ້​ຜົນ​ໄດ້​ໄວ​ຂຶ້ນ, ມີ​ຄວາມ​ປອດ​ໄພ ​ແລະ ຖືກຕ້ອງ. ​ເຊິ່ງຖ້າ​ຫາກ​ວ່າ​ຄົນ​ເຈັບ​ສົງ​ໄສ​ວ່າ​ມີ​ການ​ຕິດ​ເຊື້ອ​ໃນ 5 ມື້ຂຶ້ນ​ໄປ ລະບົບ​ດັ່ງກ່າວ​ນີ້ກໍ​ຈະ​ສາມາດ​ກວດ​ພົບ​ໄດ້​ໃນ 1-2 ມື້​ເທົ່າ​ນັ້ນ ​ເຮັດ​ໃຫ້ການ​ຮັກສາ​ມີ​ຄວາມ​ວ່ອງ​ໄວ​ຍິ່ງ​ຂຶ້ນ ພຽງ​ແຕ່​ໃຫ້​ຄົນ​ເຈັບ​ຮີບ​ກິນ​ຢາ​ໃນ​ທັນທີ​ກໍ​ຈະ​ຊ່ວຍ​ເຮັດ​ໃຫ້​​ເຊື້ອບັນ​ເທົາ​ການ​ແຜ່​ເຊື້ອ​ໃນ​ຮ່າງກາຍລົງ​ໄດ້.

​​      ໃນ​ປັດຈຸບັນມີ​ອາສາ​ສະໝັກຈໍານວນ 95 ຄົນ​ ​ໄດ້​ເຂົ້າຮ່ວມ​ການ​ທົດ​ລອງ​ວິ​ໄຈ ຜົນ​ປະກົດ​ວ່າຫຼັງຈາກ​ກິນ​ຢາ​ຕ້ານ​ເຊື້ອ HIV ​ເຂົ້າ​ໄປ​ກໍ​ບໍ່ພົບ​ເຊື້ອພະຍາດ​ຢູ່​ໃນ​ເມັດ​ເລືອດ​ຂາວ ອາດ​ຈະ​ມີ​ແຕ່​ບາງ​ຄົນ​ເທົ່າ​ນັ້ນ ​ແຕ່​ກໍ​ຖື​ວ່າ​ມີໜ້ອຍຫຼາຍ. ປັດຈຸບັນ​ໄດ້​ມີ​ການ​ລໍຖ້າ​ເບິ່ງ​ອາການ​ຈາກ​ອາສາ​ສະໝັກ​ໃນ​ປີ​ທຳ​ອິດ​ອີກ​ເທື່ອໜຶ່ງ ຖ້າ​ຫາກ​ວ່າ​ເມື່ອ​ໃດ​ທີ່​ເຊົາ​ກິນ​ຢາ​ແລ້ວ​ພົບ​ວ່າ​ບໍ່ມີ​ການ​ແຜ່​ເຊື້ອອີກ ຈຶ່ງ​ຖື​ໄດ້​ວ່າການ​ວິ​ໄຈນີ້​ປະສົບ​ຜົນ​ສໍາ​ເລັດ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ວິ​ໄຈ​ໃນ​ຄັ້ງນີ້​ກໍ​ຖື​ວ່າ​ເປັນ​ຂ່າວ​ດີ​ສໍາຫຼັບຜູ້​ທີ່​ຕິດ​ເຊື້ອ​ໃນ​ໄລຍະ​ເລີ່​ມຕົ້ນ ​ແຕ່​ກໍ​ຕ້ອງ​​ໄດ້ລົງທຶນ​ໃນ​ການ​ວິ​ໄຈ​ເປັນ​ຈໍານວນຫຼາຍ, ທັ້ງນີ້້ທາງ ຮສ. ຈິນຕະນາດ ຈຶ່ງ​ໄດ້​ຂຽນ​ເປັນ​ບົດ​ຄວາມ​ວິຊາ​ການ​ເຜີຍ​ແຜ່​ໃນ​ວາລະສານ ນານາ​ຊາດ ​ເພື່ອ​ຫາ​ແຫຼ່ງທຶນ​ໃນ​ການ​ຕໍ່ຍອດ​ພັດທະນາ​ໃຫ້​ງານ​ວິ​ໄຈ​ຄັ້ງນີ້ປະສົບ​ຜົນ​ສໍາ​ເລັດ​ໄດ້​ໃນ​ອະນາຄົດ.

ທີ່ມາຈາກ: ຄິດອອກ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...