Homeຂ່າວທ້ອງຖິ່ນໄຂນຳໃຊ້ຂົວເຊໂດນ 3 ຢູ່ເມືອງປາກເຊ ຢ່າງເປັນທາງການ!

ໄຂນຳໃຊ້ຂົວເຊໂດນ 3 ຢູ່ເມືອງປາກເຊ ຢ່າງເປັນທາງການ!

Published on

ຂົວ​ເຊ​ໂດນ 3 ເມືອງ​ປາກ​ເຊ ແຂວງ​ຈຳປາ​ສັກ​ ໄດ້​ໄຂ​ນຳ​ໃຊ້ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 10 ເມສາ 2016 ໂດຍ​ມີ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ທ່ານ ​ດຣ. ບຸນ​ຖອງ ດີ​ວິ​ໄຊ ເຈົ້າແຂວງ​ຈຳປາ​ສັກ ບັນດາ​ລັດ​ຖະມົນຕີ​ກະຊວງ​ກ່ຽວຂ້ອງ ​ພ້ອມດ້ວຍ​ຄະນະ​ບໍລິຫານ​ບໍລິສັດ​ ລາວເວີນ​ອະສັງຫາລິມະ​ຊັບ ແລະ ແຂກ​ຖືກ​ເຊີນທັງ​ສູນ​ກາງ ແລະ ທ້ອງຖິ່ນ​ເຂົ້າ​ຮ່ວມ.

ທ່ານ ສັກ​ໄຊ ວົງ​ມາລາ​ສິດ ປະທານ​ບໍລິສັດ ​ລາວ​ເວີນ​ອະ​ສັງຫາ​ລິ​ມະ​ຊັບ​ ໄດ້​ກ່າວ​ວ່າ: ບໍລິສັດ ລາວ​ເວີນ​ອະສັງຫາລິມະ​ຊັບ ​ໄດ້ຮັບ​ອະນຸຍາດ​ຈາກ​ອຳນາດ​ການປົກຄອງ​ແຂວງ​ຈຳປາ​ສັກ ກໍ່​ຄືລັດຖະບານ​ແຫ່ງ ​ສປປ ລາວ ໃຫ້ລົງມື​ກໍ່ສ້າງ​ຂົວ​ຂ້າມ​ນ້ຳ​ເຊ​ໂດນ 3 ເພື່ອ​ແທນ​ຂົວ​ເກົ່າ​ທີ່​ມີ​ສະພາບ​ເປ່ເພ ບໍ່​ສະດວກ​ໃນ​ການ​ສັນຈອນ ໂດຍ​ການ​ກໍ່ສ້າງ​ໄດ້​ເລີ່ມ​ລົງມື​ມາແຕ່​ຕົ້ນ​ປີ 2014 ໃນ​ຮູບ​ແບບ​ລົງທຶນ​ກ່ອນ 100% ເບື້ອງ​ຕົ້ນ​ຂົວເຊ​ໂດນ 3 ແມ່ນ​ມີ​ຄວາມ​ກວ້າງພຽງ 11 ແມັດ ຍາວ 232 ແມັດ ມີ​ຊ່ອງ​ທາງ​ການ​ສັນຈອນ 2 ເລນ ມູນ​ຄ່າ​ປະມານ 115 ຕື້​ກີບ ແຕ່​ຍ້ອນ​ເຫັນ​ວ່າ​ເສັ້ນທາງ​ໃນ​ເທສະ​ບານ​ເມືອງ​ປາກ​ເຊ ເປັນ​ທາງ 6 ເລນ 8 ເລນ ຈຶ່ງ​ໄດ້ສະເໜີ​ມີ​ການ​ປັບປຸງ​ແກ້​ໄຂ​ໃໝ່ ໂດຍ​ໄດ້​ຍົກ​ລະດັບ​ຄວາມ​ກວ້າງເປັນ 17 ແມັດ ຊ່ອງ​ທາງ​ການສັນຈອນ 4 ເລນ​ທີ່​ມີ​ຄວາມ​ທັນສະໄໝ​ ປະກອບ​ດ້ວຍ​ທາງ​ຍ່າງສອງ​ຟາກ ມີ​ລະບົບ​ດອກໄຟ​ຟ້າເຍືອງ​ທາງ​ຄົບ​ຊຸດ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...