spot_img
Homeຂ່າວຕ່າງປະເທດນັກອະນຸລັກເສົ້າ! ຍອມຮັບຢ່າງເປັນທາງການ ເສືອສູນພັນແລ້ວ ໃນປ່າຂອງກຳປູເຈຍ!

ນັກອະນຸລັກເສົ້າ! ຍອມຮັບຢ່າງເປັນທາງການ ເສືອສູນພັນແລ້ວ ໃນປ່າຂອງກຳປູເຈຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ເມສານີ້ວ່າ ນັກອະນຸລັກຂອງ ກອງທຶນສັດປ່າສາກົນ ຫລື WWF ໄດ້ອອກມາຍອມຮັບວ່າ ເສືອໃນກຳປູເຈຍໄດ້ສູນພັນໄປແລ້ວ ຈາກການບຸກລຸກ ແລະ ລ່າເສືອຢ່າງໜັກໜ່ວງ ຕະຫລອດໄລຍະຜ່ານມາ ໂດຍເມື່ອກ່ອນປ່າຂອງກຳປູເຈຍ ເປັນເຂດທີ່ຢູ່ອາໄສຂອງເສືອໂຄ່ງພັນອິນໂດຈີນ ຈຳນວນຫລວງຫລາຍ ແຕ່ເສືອໂຕສຸດທ້າຍຂອງກຳປູເຈຍ ແມ່ນສາມາດຈັບພາບໄດ້ ໃນປີ 2007 ຜ່ານມາ.

ແນວໃດກໍຕາມ ລັດຖະບານກຳປູເຈຍ ໄດ້ອະນຸມັດແຜນການນຳເຂົ້າເສືອ ເພື່ອປ່ອຍກັບຄືນສູ່ປ່າສະຫງວນ ຢູ່ແຂວງມົນທົນຄີຣີ ທາງພາກຕາເວັນອອກຂອງປະເທດ ຊຶ່ງເປັນຄວາມພະຍາຍາມ ທີ່ຈະຟື້ນຟູປະຊາກອນເສືອ ໃຫ້ກັບຄືນມາອີກເທື່ອໜຶ່ງ ໂດຍແຜນການດັ່ງກ່າວນີ້ ຈະນຳເຂົ້າເສືອໂຕຜູ້ ຈຳນວນ 2 ໂຕ ແລະ ໂຕແມ່ 6 ໂຕ ໃນຂັ້ນເລີ່ມຕົ້ນ ໂດຍມີການກຳນົດແຫລ່ງອາໄສທີ່ເໝາະສົມ ພ້ອມທັງຈັດຕັ້ງມາດຕະການປ້ອງກັນ ບໍ່ໃຫ້ມີການລ່າສັດ ດ້ວຍການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ຊຶ່ງລັດຖະບານກຳປູເຈຍ ມີຄວາມຕ້ອງການທຶນ ຈຳນວນ 20-50 ລ້ານໂດລາ ສຳລັບໂຄງການດັ່ງກ່າວນີ້.

This handout photo taken on November 29, 2007 by a camera trap and released by the World Wildlife Fund in Cambodia on April 6, 2016 shows a tiger walking in the forest in Mondulkiri province.  Tigers are "functionally extinct" in Cambodia, conservationists conceded for the first time on April 6, 2016 as they launched a bold action plan to reintroduce the big cats to the kingdom's forests. / AFP PHOTO / WORLD WILDLIFE FUND / Handout / RESTRICTED TO EDITORIAL USE - MANDATORY CREDIT "AFP PHOTO / WORLD WILDLIFE FUND" - NO MARKETING NO ADVERTISING CAMPAIGNS - DISTRIBUTED AS A SERVICE TO CLIENTS == NO ARCHIVE

ການຕັດໄມ້ທຳລາຍປ່າ ແລະ ການລ່າສັດປ່າ ໄດ້ເປັນການທຳລາຍປະຊາກອນຂອງເສືອລົງ ເປັນຈຳນວນມະຫາສານ ທົ່ວທະວີບອາຊີ ໂດຍການປະເມີນຂອງນັກອະນຸລັກລະບຸວ່າ ຈຳນວນປະຊາກອນເສືອທົ່ວໂລກ ປັດຈຸບັນມີພຽງແຕ່ 2,154 ໂຕເທົ່ານັ້ນ.

ປະເທດທີ່ມີປະຊາກອນເສືອ ຊຶ່ງປະກອບດ້ວຍ ບັງກະລາເທດ, ພູຖານ, ຈີນ, ກຳປູເຈຍ, ອິນເດຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ເນປານ, ຣັດເຊຍ, ໄທ ແລະ ຫວຽດນາມ ໄດ້ດຳເນີນແຜນການໃນປີ 2010 ເປັນຕົ້ນມາ ຊຶ່ງກຳນົດເປົ້າໝາຍ ຈະເພີ່ມປະຊາກອນເສືອ ໃຫ້ເພີ່ມຂຶ້ນ 2 ເທົ່າ ພາຍໃນປີ 2022.

.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...