spot_img
Homeຂ່າວພາຍ​ໃນສະຫະພັນຣັກບີ້ແຫ່ງຊາດລາວ ໄດ້ຖະແຫຼ່ງຂ່າວກຽມສົ່ງທັບນັກກີລາຣັບບິ້ທັງທີມຊາຍ ແລະ ທີມຍິງ

ສະຫະພັນຣັກບີ້ແຫ່ງຊາດລາວ ໄດ້ຖະແຫຼ່ງຂ່າວກຽມສົ່ງທັບນັກກີລາຣັບບິ້ທັງທີມຊາຍ ແລະ ທີມຍິງ

Published on

ເມື່ອວັນທີ 4 ເມສາທີ່ຜ່ານມາ ທີ່ໂຮງແຮມເມີກຽວ ນະຄອນຫຼວງວຽງຈັນໄດ້ ສະຫະພັນຣັກບີ້ແຫ່ງຊາດລາວ ໄດ້ຖະແຫຼ່ງຂ່າວກຽມສົ່ງທັບນັກກີລາຣັບບິ້ທັງທີມຊາຍ ແລະ ທີມຍິງ ເຂົ້າຮ່ວມການແຂ່ງຂັນກີລາຣັບບີ້ ໃນລາຍການ ເຊເບີ ເກົາລູນຣັກບີ້ເຟັດ ທີ່ຮົງກົງ ສປ ຈີນລະຫວ່າງວັນທີ 6-8 ເມສານີ້ ເພື່ອເປັນການອຸ່ນເຄື່ອງກະກຽມຄວາມພ້ອມ ກ່ອນເຂົ້າຮ່ວມແຂ່ງຂັນໃນລາຍການຊີງແຊັມອາຊຽນຢ່າງ ຊີ ເຊເວັນ ທີ່ປະເທດສິງກະໂປ ນລະຫວ່າງວັນທີ 15-16 ເມສານີ້.

ສໍາລັບ ການເດີນທາງຄັ້ງນີ້ ລວມມີທັງໝົດ 13 ຜູ້ຫຼິ້ນທີ່ດີທີ່ສຸດຂອງທີມຊາຍທີ່ມາຈາກສະໂມສອນວຽງຈັນໝູ່ປ່າ ແລະ ຄວາຍວຽງຈັນ ສ່ວນອີກ 11 ຜູ້ຫຼິ້ນທີມຍິງ ມາຈາກສະໂມສອນວຽງຈັນສິງ
ລາຍການ ເກົາລູນຣັກບີ້ເຟັດ ເປັນລາຍການສະເຫຼີມສະຫຼອງວັນເທສະການຂອງຮົງກົງ ໂດຍທີມຜູ້ຍິງຈະໄດ້ແຂ່ງຂັນປະເພດ 10 ຄົນພົບກັບ ສະໂມສອນຣັກບີ້ ຮົງກົງ, ຂະນະທີ່ ທີມຊາຍແມ່ນແຂ່ງປະເພດ 7 ຄົນພົບກັບທີມ ໂອເຫັດ ຣັກບີ້ ຢູ່ສະໜາມ ແຮັບປີ້

 

ຂ່າວຈາກ: ຂ່າວເສດຖະກິດ-ການຄ້າ Lao Economic Daily

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...