spot_img
Homeຂ່າວຕ່າງປະເທດຈຳກັນໄດ້ບໍ່!...ເດັກຊາຍ Hope ເດັກຊາຍໜັງຫຸ້ມກະດູກ ທີ່ເຄີຍຖືກກ່າວຫາວ່າເປັນພໍ່ມົດ

ຈຳກັນໄດ້ບໍ່!…ເດັກຊາຍ Hope ເດັກຊາຍໜັງຫຸ້ມກະດູກ ທີ່ເຄີຍຖືກກ່າວຫາວ່າເປັນພໍ່ມົດ

Published on

ເພສ ສຳຫຼວດໂລກໄດ້ເຜີຍພາບເດັກນ້ອຍ Hope ເດັກຊາຍໄວອາຍຸ 2 ປີ ຊາວໄນຈີເຣຍ ໃນພາບທີ່ຖືກພໍ່ແມ່ຖີ້ມ ຈົນກາຍເປັນເດັກພະເນຈອນມີຮ່າງກາຍຈ່ອຍແຫ້ງເຫຼືອພຽງໜັງຫຸ້ມກະດູກ ກ່ອນຈະເກີດເຫັນພາບປະທັບໃຈເມື່ອມີອາສາສະໝັກຊາວເດັນມາກຣ໌ Anja Ringgren Loven ໄດ້ຍື່ນນ້ຳໃຫ້ດື່ມກ່ອນຈະເປັນຈຸດທີ່ນາງຈະໄດ້ຮັບເດັກຊາຍຄົນນີ້ໄວ້ດູແລເມື່ອທ້າຍເດືອນມັງກອນທີ່ຜ່ານມາ.

ເຊິ່ງຫຼັງຜ່ານໄປ 8 ອາທິດເດັກຊາຍ ໂຮບມີຮ່າງກາຍທີ່ແຂງແຮງແຕກຕ່າງຈາກໃນພາບທຳອິດຢ່າງຊັດເຈນ ແຖມລາວຍັງມີຄວາມສຸກຫຼາຍຂຶ້ນ

ຄົນທົ່ວໂລກແຫ່ແຊຣ໌ພາບ ອາສາສະໝັກສາວຊ່ວຍເດັກນ້ອຍຮ່າງກາຍຈ່ອຍແຫ້ງໃນໄນຈີເຣຍ ຫຼັງຖືກກ່າວຫາວ່າເປັນພໍ່ມົດ

ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ ເວລານີ້ຜູ້ຄົນທົ່ວໂລກໄດ້ມີການສົ່ງຕໍ່ພາບຈາກເຟສບຸກຂອງ Anja Ringgren Lovén ອາສາສະໝັກສາວຈາກອົງກອນດ້ານສິດທິມະນຸດ ທີ່ນາງໄດ້ໃຫ້ນ້ຳດື່ມແກ່ເດັກນ້ອຍຊາຍຊາວໄນຈີເຣຍ

129p

ໂດຍມີຂໍ້ຄວາມເຜີຍວ່າ ຕະຫຼອດເວລາ 3 ປີ ທີ່ໄດ້ເປັນອາສາສະໝັກຢູ່ເຂດພື້ນທີ່ດັ່ງກ່າວ ນາງໄດ້ພົບວ່າມີເດັກນ້ອຍນັບພັນຄົນຖືກກ່າວຫາວ່າເປັນພໍ່ມົດ-ແມ່ມົດ ແລະ ນາງໄດ້ເຫັນເດັກນ້ອຍຖືກທໍລະມານຈົນຕາຍ ຫຼື ບໍ່ກໍ່ຕ້ອງຕົກຢູ່ໃນສະພາບເວດທະນາ ນາງຈິ່ງຄິດວ່າຕ້ອງຕໍ່ສູ້ຊ່ວຍເຫຼືອ ຈິ່ງໄດ້ໂພສຕ໌ພາບໃນຄົນທົ່ວໂລກໄດ້ເຫັນ ແລະ ຮ່ວມຕໍ່ສູ້ໄປກັບນາງດ້ວຍ ເພື່ອເດັກນ້ອຍເຫຼົ່ານີ້ຈະໄດ້ບໍ່ຕ້ອງຕົກເປັນເຫຍື່ອອີກຕໍ່ໄປ.

ທັງນີ້ເມື່ອພາບດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປເຮັດໃຫ້ມີຄົນເຂົ້າໄປສະແດງຄວາມເຫັນ ໂດຍສ່ວນຫຼາຍຊື່ນຊົມອາສາສະໝັກສາວພ້ອມທັງຍົກໃຫ້ເປັນຄວາມຫວັງຂອງເດັກນ້ອຍໃນພື້ນທີ່ດັ່ງກ່າວ.

 

ແຫລ່ງຂ່າວຈາກ: ເັວບໄຊ໌ ນີສເອັມໄທ.ຄອມ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...