Homeຂ່າວເຫດການຄວາມຈິງຖືກເປີດເຜີຍ ເມື່ອຂ່າວທະຫານເສຍຊີວິດນັ້ນສຸດທ້າຍເປັນຂ່າວຂີ້ຕວະ

ຄວາມຈິງຖືກເປີດເຜີຍ ເມື່ອຂ່າວທະຫານເສຍຊີວິດນັ້ນສຸດທ້າຍເປັນຂ່າວຂີ້ຕວະ

Published on

ອຸທາຫອນເປັນຂໍ້ຄິດ ແລະ ຕ້ອງຮຽນຮູ້ຈາກສິ່ງທີ່ຜິດພາດ ກໍລະນີບັນດາສື່ອອນລາຍແຫ່ພາກັນເອົາຂ່າວອ້າຍນ້ອງທະຫານເສຍຊີວິດຍ້ອນອຸບັດຕິເຫດທ້ອງຖະໜົນ ແຕ່ບາງເຟສບຸກຊໍ້າພັດກ່າວຫາວ່າເສຍຊີວິດຍ້ອນຄວາມສະຫງົບຂຶ້ນເຟສບຸກສະໜັ່ນຫວັນໄຫວໂດຍບໍ່ຮູ້ແຫລ່ງທີ່ມາຂອງຂ່າວ ຫລັງຈາກນັ້ນແບ່ງປັນກັນຈາກໝູ່ຕໍ່ໝູ່, ກຸ່ມຄົນຕໍ່ກຸ່ມຄົນ ຫລ້າສຸດຍາດພີ່ນ້ອງຂອງຜູ້ເສຍຊີວິດຮ້ອງທຸກວ່າບໍ່ແມ່ນຄວາມຈິງ ແລະ ບິດເບືອນ ສະນັ້ນຜູ້ໃດເອົາຂຶ້ນຕ້ອງພິຈາລະນາຕົນ ກ່ອນຈະເອົາຂຶ້ນຄວນເບິ່ງໃຫ້ຄັກໆ ແລະ ໝັ້ນໃຈວ່າມັນບໍ່ກະທົບຜູ້ນັ້ນຜູ້ນີ້ ແລະ ບໍ່ສ້າງຄວາມສັບສົນພາຍໃນ… ແນວໃດກໍດີ ສື່ອອນລາຍມີທັງອັນດີ ແລະ ບໍ່ດີ ສະນັ້ນຄວນມີສະຕິ ແລະ ພິຈາລະນາຍານໃຫ້ຮອບຄອບ

-ລາຍລະອຽດເບິ່ງໃນພາບນີ້: ຍາດພີ່ນ້ອງຜູ້ເສຍຊີວິດຮ້ອງທຸກ

 

ແຫລ່ງຂ່າວຈາກ: Pathedlao Lao

 

ບົດຄວາມຫຼ້າສຸດ

ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I.

ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: "ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ" ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ...

ຈຳປາສັກ ເລັ່ງພັດທະນາເສດຖະກິດ-ການທ່ອງທ່ຽວ ສຶກສາຄວາມເປັນໄປໄດ້ ລົດໄຟ-ກະເຊົ້າລອຍຟ້າ.

ຖືເປັນຂ່າວທີ່ກຳລັງໂດ່ງດັງໃນວົງການທ່ອງທ່ຽວ ເມື່ອແຂວງຈຳປາສັກ ວາງແຜນຍົກລະດັບແຫຼ່ງທ່ອງທ່ຽວໃຫ້ກາຍເປັນ ຈຸດLandmar ລະດັບໂລກ ໂດຍການຈັບມືຮ່ວມກັບ Sun Group ບໍລິສັດຜູ້ສ້າງຕຳນານສວນສະໜຸກ Ba Na Hills ທີ່ໂດ່ງດັງຈາກປະເທດຫວຽດນາມ. ແລະ ນີ້ຄື...

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,...