spot_img
Homeຂ່າວການພັດທະນາເອກະຊົນລາວ-ຝຣັ່ງ ຈະຮ່ວມມືສ້າງ ໄຟຟ້າພະລັງງານແສງຕາເວັນ ລົງມືຕົ້ນປີໜ້ານີ້!

ເອກະຊົນລາວ-ຝຣັ່ງ ຈະຮ່ວມມືສ້າງ ໄຟຟ້າພະລັງງານແສງຕາເວັນ ລົງມືຕົ້ນປີໜ້ານີ້!

Published on

ຂປລ. ບໍລິສັດ ​ເຈ​ບີ​ເຄ ອີ​ເລັກ​ໂຕຣນິກລາວ ​​ແລະ ບໍລິສັດ ຈີ​ເຄ ​ເອັນ​ເນີ​ຈີ (ປະ​ເທດຝຣັ່ງ) ໄດ້ເຊັນສັນຍາຮ່ວມມື ການລົງທຶນກ່ຽວກັບ ພະລັງງານ ທົດແທນ (ແສງຕາ​ເວັນ) ມີມູນຄ່າ 10 ລ້ານໂດລາສະຫະລັດ ເຊິ່ງຈະລົງມືກໍ່ສ້າງຢູ່ເມືອງ​ບໍລິ​ຄັນ ແຂວງບໍລິຄໍາໄຊ ໃນຕົ້ນປີ 2017 ໃນເນື້ອທີ່ 10 ເຮັກຕາ.

ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 29 ມີນາ ນີ້ ຢູ່ນະຄອນຫລວງ​ວຽງ​ຈັນ ​ລະຫວ່າງ​ ທ່ານ ສຸລິຍະ​ສັກ ສີ​ວົງ​ປະສົມ ປະທານບໍລິສັດ ​ເຈ​ບີ​ເຄ ອີ​ເລັກ​ໂຕຣນິກລາວ ​​ແລະ ທ່ານ Georges KIUMUCHIAN ປະທານບໍລິສັດ ຈີ​ເຄ ​ເອັນ​ເນີ​ຈີ, ທັງ​ເປັນ​ຜູ້​ຄົ້ນ​ພົບ​ ພະລັງງານ​ແສງ​ອາທິດ ​ຄົນ​ທໍາ​ອິດ​ຂອງ​ປະ​ເທດ​ຝຣັ່ງ ພ້ອມ​ດ້ວຍ​ພາກສ່ວນ​ ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສຸລິຍະ​ສັກ ສີ​ວົງ​ປະສົມ ​ໃຫ້​ຮູ້ວ່າ: ການ​ເຊັນ​ສັນຍາ​ຮ່ວມ​ມື​ ຂອງ​ທັງ​ສອງ​ບໍລິສັດ​ນີ້ ​ເຊິ່ງ​ເປັນ​ໂອກາດ​ດີທີ່​ສຸດ​ ໃຫ້​ແກ່​ ສປປ ​ລາວ ເພື່ອຊອກ​ຫາຊ່ອງ​ທາງ​ເລືອກ​ໃໝ່​ ໃນ​ການ​ພັດທະນາ​ພະລັງງານ​ແສງ​ອາທິດທີ່ເປັນ​ມິດ​ຕໍ່​ສິ່ງ​ແວ​ດລ້ອມ. ນອກ​ນັ້ນ​, ​ຍັງ​ເປັນ​ການ​ຂະຫຍາຍ​ ຕາໜ່າງ​ໄຟຟ້າ​ ໄປ​ສູ່​​ເຂດຊົນນະບົດ​ ຕື່ມ​ອີກ. ພ້ອມ​ນີ້ທາງ​ບໍລິ​ສັດ​ ຍັງ​ມີ​ແຜນ​ຈະ​ສ້າງ​ສູນ​ຝຶກ​ອົບຮົມ​ໃຫ້​ແກ່​ຄົນ​ລາວ ​ໃຫ້​ມີ​ວຽກ​ເຮັດ​ງານ​ທໍາ, ມີ​ຄວາມ​ຮູ້​, ຄວາມ​ສາມາດທາງ​ດ້ານ ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝຕື່ມ​ອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...