ເນື່ອງຈາກການສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈຳ ພສ 2559 ໄດ້ຖືກວັນພັກການໜຶ່ງວັນກໍຄືວັນເສົາທີ 16 ເມສາ ດັ່ງນັ້ນລັດຈິ່ງກຳນົດເອົາວັນ ອັງຄານທີ 12 ເມສາ ເປັນວັນພັກຊົດເຊີຍສະແດງວ່າການສະຫຼອງປີນີ້ມີໄລຍະເວລາຍາວອັນຈະເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຈັດກິດຈະກຳສ້າງສັນມ່ວນຊື່ນກັບຄອບຄົວຫຼາຍຂຶ້ນ, ຂະນະດຽວກັນລັດກໍເນັ້ນໃຫ້ພາກສ່ວນກ່ຽວຂ້ອງຂອບເຂດທົ່ວປະເທດເອົາໃຈໃສ່ຕິດຕາມ ແລະຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດບໍ່ໃຫ້ພໍ່ຄ້າຊາວຂາຍ, ຜູ້ປະກອບການ ສວຍໂອກາດຂຶ້ນລາຄາສິນຄ້າໂດຍບໍ່ມີເຫດຜົນໄປພ້ອມກັບການຊຸກຍູ້ການຜະລິດໃຫ້ສາມາດຕອບສະໜອງໄດ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.
ວັນທີ 28 ມີນາ 2016 ຫ້ອງວ່າການລັດຖະບານໄດ້ອອກແຈ້ງການສະບັບເລກທີ 478/ຫລບ, ກລຂ ຊຶ່ງມີເນື້ອໃນລະບຸໃຫ້ຮູ້ວ່າ:ການສະເຫຼີມສະຫຼອງບຸນປີໃໝ່ ລາວ ປະຈຳ ພສ 2559 ທີ່ຈະໝູນວຽນມາເຖິງນີ້ເປັນໂອກາດໜຶ່ງທີ່ສຳຄັນໃນການສືບຕໍ່ເສີມຂະຫຍາຍມູນເຊື້ອ, ຮີດຄອງປະເພນີອັນດີງາມແລະຄວາມສາມັກຄີເປັນປຶກແຜ່ນຂອງຊາດທີ່ມີມາແຕ່ດົນນານ ແລ້ວ, ເປັນບຸນໃຫຍ່ປະຈຳຊາດທີ່ທົ່ວປວງຊົນລາວທັງຊາດໄດ້ຖືເອົາໂອກາດນີ້ເປັນການອ່ວຍໄຊໃຫ້ພອນຊຶ່ງກັນ ແລະກັນ, ພ້ອມກັນຈັດຕັ້ງສະເຫຼີມສະຫຼອງບຸນປີໃໝ່ລາວເຮົາດ້ວຍບັນຍາກາດເບີກບານມ່ວນຊື່ນ, ຖືກຕ້ອງຕາມຮີດຄອງປະເພນີ ແລະຮັກສາໄດ້ວັດທະນະທຳອັນດີງາມຂອງຊາດທີ່ຕິດພັນກັບການສົ່ງເສີມການທ່ອງທ່ຽວບົນຈິດໃຈປະຢັດມັດທະຍັດ, ບໍ່ໃຫ້ຈັດງານລ້ຽງແບບຟຸ້ມເຟືອຍ, ບໍ່ໃຫ້ນຳໃຊ້ງົບປະມານ ແລະພາຫະນະຂອງລັດໄປທ່ຽວຫຼິ້ນບຸນ.
ແນວໃດກໍດີ ເນື່ອງຈາກວ່າປີໃໝ່ລາວປີນີ້ ແມ່ນກົງກັບວັນພຸດ ທີ 13, ພະຫັດ ທີ 14, ສຸກ ທີ 15 ແລະວັນເສົາທີ 16 ເມສາ 2016 ສະເພາະວັນເສົາແມ່ນເປັນມື້ພັກລັດຖະການສະນັ້ນຈິ່ງຕົກລົງກຳນົດເອົາວັນອັງຄານ ທີ 12 ເມສາ 2016 ເປັນ ວັນພັກຊົດເຊີຍ.
ຕໍ່ກັບໄລຍະເວລາໃນການພັກທີ່ຍາວຈິ່ງໃຫ້ກະຊວງອຸດສາຫະກຳ ແລະການຄ້າ, ນະຄອນຫຼວງວຽງຈັນ ແລະບັນດາແຂວງໃນຂອບເຂດທົ່ວປະເທດເອົາໃຈໃສ່ຊີ້ນຳ, ຕິດຕາມ ແລະຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດບໍ່ໃຫ້ພໍ່ຄ້າຊາວຂາຍ, ຜູ້ປະກອບການສວຍໂອກາດຂຶ້ນລາຄາສິນຄ້າໂດຍບໍ່ມີເຫດຜົນ, ພ້ອມກັນນັ້ນກໍໃຫ້ກະຊວງກະສິກຳ ແລະປ່າໄມ້ສົມທົບກັບກະຊວງທີ່ກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດຕິດພັນກັບການສະໜອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.
ພ້ອມກັນນີ້ກໍໃຫ້ບັນດາກະຊວງ-ອົງການທຽບເທົ່າ, ນະຄອນຫຼວງ ແລະບັນດາແຂວງໃນຂອບເຂດທົ່ວປະເທດເອົາໃຈໃສ່ເປັນພິເສດຕໍ່ການຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໂດຍໃຫ້ມີການແບ່ງຄວາມຮັບຜິດຊອບໃນການເວນຍາມ ແລະປະຈຳການຄັກແນ່, ໃຫ້ກະຊວງປ້ອງກັນຄວາມສະຫງົບເປັນເຈົ້າການສົມທົບກະຊວງໂຍທາທິການ ແລະຂົນສົ່ງລວມເຖິງທ້ອງຖິ່ນຕ່າງໆ ເພື່ອຈັດສັນ ແລະອຳນວຍຄວາມສະດວກໃນການສັນຈອນໄປ-ມາພ້ອມທັງຮັບປະກັນຄວາມປອດໄພຕາມທ້ອງຖະໜົນແລະໃຫ້ເພີ່ມທະວີການໂຄສະນາສ້າງຈິດສຳນຶກໃຫ້ພົນລະເມືອງໃນທົ່ວສັງຄົມເຄົາລົບຕໍ່ກົດລະບຽບຈະລາຈອນ ແລະ ເຂັ້ມງວດໃນການກວດກາ.
ໃນຕອນທ້າຍເພີ່ນຍັງແຈ້ງໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫຼວງວຽງຈັນແລະ ບັນດາແຂວງໃນຂອບເຂດທົ່ວປະເທດເພີ່ມທະວີການປະຊາສຳພັນໃຫ້ປະຊາຊົນໃນທົ່ວສັງຄົມຮັບຮູ້ ແລະເຂົ້າໃຈຕໍ່ການສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດໃຫ້ສອດຄ່ອງກັບວັດທະນະທຳ, ຮີດຄອງປະເພນີຂອງຊາດ ແລະສະພາບຕົວຈິງເພື່ອຮັບປະກັນຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມນຳອີກ.