Homeນານາສາລະທ່ານຄິດວ່າ... ການຊາສ໌ແບັດໂທລະສັບວາງໄວ້ເທິງຕຽງ ແລ້ວນອນ ເປັນອັນຕະລາຍບໍ່?

ທ່ານຄິດວ່າ… ການຊາສ໌ແບັດໂທລະສັບວາງໄວ້ເທິງຕຽງ ແລ້ວນອນ ເປັນອັນຕະລາຍບໍ່?

Published on

ວັນນີ້ລາວໂພສຕ໌ມີສາລະໜ້າຮູ້ກ່ຽວກັບການປ້ອງກັນໄພຈາກສິ່ງໃກ້ຕົວມາຝາກ, ຫຼາຍຄົນອາດຈະບໍ່ເຄີຍຮູ້ວາສ ການຊາສ໌ແບັດໂທລະສັບວາງໄວ້ເທິງຕຍງແລ້ວນອນ ຈະເກີດອັນຕະລາຍ ຫຼື ບໍ່? ມື້ນີ້ເຮົາມີຄຳຕອນ

BUGrNwjCAAAmDMs

ຄຳຕອບຄື ອັນຕະລາຍ ເຖິງແມ່ນວ່າ ໄຟທີ່ຢູ່ໃນສາຍຊາສ໌ ຈະຖືກສ້າງເປັນກະແສໄຟຟ້າທາງກົງກໍ່ຕາມ ເຊິ່ງທົ່ວໄປແລ້ວກະແສໄຟທາງກົງຈະບໍ່ດູດແລ້ວກໍ່ຕາມ ແຕ່ຖ້າວ່າ ຖ້າຫາກຕົວ Rectifier ທີ່ເຮັດໜ້າທີ່ປ່ຽນກະແສໄຟສະລັບຄືໄຟຈາກເຮືອນຂອງເຮົາ ໄປເປັນກະແສໄຟທາງກົງເພື່ອເຂົ້າສູ່ມືຖື ກະແສໄຟແລ່ນໃນສາຍຊາສ໌ຈົນກາຍເປັນໄຟທີ່ດູດໄດ້ ແລະ ຫາກສາຍຊາສ໌ມີຮອຍຂາດ ແລ້ວເວລາເຮົາກຳລັງນອນຫລົງເອົາມື ຫຼື ຂາໄປພາດຖືກ ໄຟກໍ່ສາມາດຊັອດເຮົາໄດ້ ແລະ ຖ້າມັນຮ້າຍແຮງໄປຈົນຂັ້ນລະເບີດ ມັນຍິ່ງເກີດການສູນໜັກ.

ລອງຄິດພາບເບິ່ງວ່າ ສົມມຸດວ່າເຮົາວາງມືຖືໄວ້ເທິງຫົວຕຽງ ໂອກາດທີ່ເຮົານອນກິ້ງໄປທັບເອົາມືຖືທີ່ພວມສາກມ້ຽນ ແລ້ວສາຍຊາສ໌ພັດມີຮອຍຂາດຢູ່ແລ້ວ ໂອກາດທີ່ຈະເກີດໄຟຮົ່ວໄຟດູດກໍ່ເກີດຂຶ້ນໄດ້ ດັ່ງນັ້ນທາງທີ່ດີເວລາຊາສ໌ມືຖື ທ່ານບໍ່ຄວນເອົາໄວ້ໃນບໍລິເວນໃດຂອງຕຽງເລີຍ.

ດ້ວຍຄວາມປາດຖະໜາດີຈາກທີມງານລາວໂພສຕ໌ ຢາກໃຫ້ທ່ານໃຊ້ມືຖືຢ່າງມີສະຕິ

 

ຂໍ້ມູນຈາກ: ເວັບໄຊ໌ http://www.sc.mahidol.ac.th/

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...