spot_img
Homeຂ່າວພາຍ​ໃນເຕະບານ​ຍິງ U14 ຊາວ​ໜຸ່ມ​ຍີ່ປຸ່ນ-ອາ​ຊຽນ

ເຕະບານ​ຍິງ U14 ຊາວ​ໜຸ່ມ​ຍີ່ປຸ່ນ-ອາ​ຊຽນ

Published on

885f156264fc32154b74565a9f5b2df7_L

ນັກ​ເຕາະ​ບານ​ເຍົາວະ​ຊົນ ທີ​ມຊາດ​ລາວ U14 ຈຳນວນ 18 ຄົນ​ ພ້ອມຄະນະ​ອີກ 6 ຄົນ ​ໄດ້​ເດີນທາງ​ໄປ​ທີ່​ປະ​ເທດຍີ່ປຸ່ນ ​ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເຕາະ​ບານ​

ການ​ແລກປ່ຽນ​ຊາວ​ໜຸ່ມຍີ່​ປຸນ-ອາ​ຊຽນ ຫຼື​ເອີ້ນ​ວ່າ JENESYS 2015: Japan-ASEAN Girls U14 Football Exchange Program ຕັ້ງ​ແຕ່​ວັນ​ທີ 11 ​ເຖິງ 18 ​ມີນາ​ຜ່ານ​ມາ.

ໂຄງການ​ນີ້​ແມ່ນ​ມີ​ຈຸດປະສົງ​ເພື່ອສົ່ງເສີມ​ຄວາ​ມ​ເຂົ້າ​ໃຈ​ມິດຕະພາບ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ນັກ​ເຕະເຍົາວະ​ຊົນຍີ່ປຸ່ນ ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ ລວມເຖິງນັກ​ເຕະບານ​ລາວ​ພ້ອມ​ດ້ວຍ​ນັກ​ເຕະບານ​ບັນດາ​ປະ​ເທດ​ສຳມະ​ຊິກ​ອາ​ຊຽນ​ໄດ້​ເດີນທາງ​ຢ້ຽມ​ຢຽມ​ເມືອງໂກ​ເທັນ​ບະ ​ແຂວງຊິ​ຊູ​ໂອະກະ ​ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເຕະບານ​ຊາວ​ໜຸ່ມ U14 ຫຼັງຈາກ​ການ​ແຂ່ງຂັນ​ແລ້ວ​ພວກ​ເຂົ​າ​ໄດ້​ເດີນທາງ​ໄປ​ທີ່​ນະຄອນຫຼວງ​ໂຕ​ກຽວ ​ແລະ​ມີ​​ໂອກາດ​ເຂົ້າ​ໄປ​ຢ້ຽມຢາມ​ກະຊວງ​ການ​ຕ່າງປະ​ເທດຍີ່ປຸ່ນ ​ແລະ​ຢ້ຽມຢາມ​ສະຖານ​ທີ່​ສຳຄັນ​ທາງ​ປະຫວັດສາດ​ຂອງຍີ່ປຸ່ນ ສິ່ງ​ກໍ່ສ້າງ​ກ່ຽວ​ກັບ​ກີລາ ​ແລະ​ອື່ນໆ.

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...