Homeວິທະຍາສາດ-ວິທະຍາການຕຸ່ມຕານເຕັ້ນເປັນລາມອ້ອມຕົວແລ້ວຕາຍແທ້ ຫຼື ບໍ່ ຕຸ່ມຕານເຕັ້ນເປັນລາມອ້ອມຕົວແລ້ວຕາຍແທ້ ຫຼື ບໍ່ ວິທະຍາສາດ-ວິທະຍາການສຸຂະພາບ ແລະ ສີ່ງແວດລ້ອມ Published on 27/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2900 ສຳລັບຄົນທີ່ເຄີຍເປັນຕຸ່ມຕານເຕັ້ນຈະເຄີຍມີຄວາມຮູ້ສຶກກັງວົນໃຈວ່າ ຖ້າຕຸ່ມນີ້ເຕັ້ນໄປລາມໄປຈົນຈອດກັນຕົນເອງຈະຕາມບໍ່ນໍ້ ເພາະຄົນສ່ວນຫຼາຍມັກພາກັນເວົ້າ ວ່າຖ້າຕຸ່ມນີ້ເຕັ້ນໄປຈອດກັນເມື່ອໃດແລ້ວຄົນນັ້ນຕ້ອງຕາຍ. ວັນນີ້ລາວໂພສຕ໌ ເລີຍມີຄຳຕອບມາໄຂຂໍ້ຂ້ອງໃຈທຸກທ່ານ ຕຸ່ມຕານເຕັ້ນເປັນລາມອ້ອມຕົວ ແມ່ນບໍ່ຕາຍ ເພາະມັນເກີດພຽງຝາກໜຶ່ງຂອງຮ່າງກາຍມັນບໍ່ສາມາດຂ້າມ ຫຼື ແຜ່ລາມໄປອີກຝາກໜຶ່ງໄດ້. ພະຍາດຕານເຕັ້ນ ເກີດຈາກເຊື້ອໄວຣັສຊະນິດໜຶ່ງທີ່ມີຊື່ວ່າ: “ເຊື້ອວີແຊດວີ (varicella-zoster virus)” ຜູ້ທີ່ຕິດເຊື້ອໄວຣັສຊະນິດນີ້ສ່ວນຫຼາຍຈະສະແດງອາການຄືແບບພະຍາດອີສຸກອີໃສ ແລະ ສ່ວນໜ້ອຍຈະມີອາການສະແດງໃຫ້ເຫັນຫຼັງຈາກຫາຍເຊົາຈາກການເປັນພະຍາດອີສຸກອີໃສແລ້ວ ເຊື້ອພະຍາດຈະຫລົບຊ້ອນຕົວຢູ່ບໍລິເວນປະສາດກ້ອງຜິວໜັງ ແລະ ແຝງຕົວຢ່າງສະຫງົບເປັນເວລາຫຼາຍປີ ໂດຍບໍ່ມີອາການຜິດປົກກະຕິໃດໆ ເມື່ອເວລາທີ່ພູມຄຸ້ມກັນໃນຮ່າງກາຍທ່ານຕ່ຳລົງເນື່ອງຈາກສຸຂະພາບທ່ານອ່ອນແອ, ອາຍຸຫຼາຍ, ມີການກະທົບດ້ານຄວາມຄິດຫຼາຍ, ພັກຜ່ອນບໍ່ພຽງພໍ… ເຊື້ອພະຍາດທີ່ແຝງຢູ່ກໍ່ຈະກະຈາຍໄປຕາມເສັ້ນປະສາດ ເຊິ່ງສາມາດກວດພົບພະຍາດນີ້ໃນເລືອດໄດ້. ອາການຂອງພະຍາດນີ້ ກ່ອນມີຜື່ນຂຶ້ນ 1-3 ວັນ ຜູ້ປ່ວຍຈະມີອາການປວດຈີ໊ດໆ ບໍລິເວນເສັ້ນປະສາດບ່ອນທີ່ເກີດພະຍາຕານເຕັ້ນ ອາດມີອາການຄັນ ແລະ ແສບຮ້ອນຄ້າຍຄືຖືກໄຟໄໝ້ ເປັນໄລຍະໄລຍະ ຫຼື ຕະຫຼອດເວລາໃນບໍລິເວນນັ້ນ. ການດູແລຕົວເອງເມື່ອພົບວ່າເປັນພະຍາດຕານເຕັ້ນ ຄວນປະຕິບັດດັ່ງນີ້: ຖ້າມີໄຂ້ ຫຼື ປວດ ຄວນກິນຢາແກ້ປວດຢາລຸດໄຂ້ ຖ້າມີການປວດແສບປວດຮ້ອນ ທາດ້ວຍຢ້າແກ້ຮ້ອນຜື່ນຄັນ ຕັດເລັບໃຫ້ສັ້ນ ຫ້າມແກະເກົາຜື່ນຕຸ່ມ ຜູ້ປ່ວຍຄວນໄປພົບແພດ ຖ້າເປັນພະຍາດຕານເຕັ້ນຂຶ້ນທີ່ໃບໜ້າ ຫຼື ຕາ ການຮັກສາ ແພດຈະໃຫ້ການຮັກສາຕາມອາການ ເຊັ່ນ: ໃຫ້ຢາບັນເທົາອາການປວດ ຫຼື ໄຂ້ ຖ້າຕຸ່ມກາຍເປັນໜອງຜອງໆເນື່ອງຈາກການຕິດເຊື້ອແບັກທີເຣຍແຊກຊ້ອນ ກໍ່ຈະໃຊ້ຢາຊີວະນະຮັກສາ ສຳລັບຜູ້ປ່ວຍທີ່ມີອາຍຸຫຼາຍກ່ວາ 50 ປີ ຫຼື ຕານເຕັ້ນຂຶ້ນບໍລິເວນໜ້າ ຫຼື ມີອາການປວກຮ້ອນຮຸນແຮງຕັ້ງແຕ່ຕອນທີ່ມີຜື່ນຂຶ້ນທຳອິດ ແພດຈະໃຫ້ກິນຢາຕ້ານເຊື້ອໄວຣັສ ພາຍໃນ 48-72 ຊົ່ວໂມງຫຼັງເກີດອາການ ສຳລັບຜູ້ປ່ວຍທີ່ມີພູມຄຸ້ມກັນຕ່ຳ ເຊັ່ນເປັນໂຣກເອກສ໌ ຫຼື ເປັນຊະນິດແຜ່ກະຈາຍທັງຕົວ ແພດຈະໃຫ້ຜູ້ປ່ວຍນອນຕິດຕາມອາການທີ່ໂຮງໝໍເພື່ອໃຫ້ຢາຕ້ານໄວຣັດຊັກເຂົ້າເສັ້ນເລືອດດຳ. ສຳລັບຜູ່ປ່ວຍທີ່ເປັນພະຍາດຕານເຕັ້ນທີ່ຕາ ຄວນປຶກສາແພດຊ່ຽວຊານ ເຊິ່ງຈະໃຫ້ກິນຢາຕ້ານເຊື້ອໄວຣັສ ແລະ ຢາຢອດຕາທີ່ມີສ່ວນປະສົມຂອງຢາຕ້ານເຊື້ອໄວຣັສ ເພື່ອປ້ອງກັນພາວະແຊກຊ້ອນທາງຕາ. ນີ້ແມ່ນເຄັດລັບຄວາມຮູ້ດີໆອີກຢ່າງໜຶ່ງທີ່ພວກເຮົາຄວນສຶກສາໄວ້ ເພື່ອອານາຄົດຂ້າງໜ້າເຮົາອາດຈະໄດ້ໃຊ້ມັນ ອາດຈະໃຊ້ກັບເຮົາ ຫຼື ຊ່ວຍກັບຄົນທີ່ຢູ່ອ້ອມຂ້າງເຮົາ. ຂໍ້ມູນຈາກ: ເວັບໄຊ໌ ເອັມໄທ.ຄອມ Tagsການດູແລຕົວເອງເມື່ອພົບວ່າເປັນພະຍາດຕານເຕັ້ນການຮັກສາຕຸ່ມຕານເຕັ້ນຄວາມຮູ້ສຸຂະພາບຕຸ່ມຕານເຕັ້ນເປັນລາມອ້ອມຕົວແລ້ວຕາຍແທ້ ຫຼື ບໍ່ພະຍາດຕານເຕັ້ນສຸຂະພາບ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ... 11/09/2025 ຂ່າວຕ່າງປະເທດ ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025... 11/09/2025 ຂ່າວການພັດທະນາ ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ... 11/09/2025 ຂ່າວທ້ອງຖິ່ນ ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,... 11/09/2025