spot_img
Homeຂ່າວພາຍ​ໃນພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

Published on

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ໃນລະຫວ່າງວັນທີ 17-25 ຕຸລາ 2025 ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ ຢູ່ສະຖາບັນກວດກາວິໄນ ແລະ ກວດກາລັດ ສປ ຈີນ ຈຳນວນ ທັງໝົດ 30 ທ່ານ, ຍິງ 07 ທ່ານ; ໃນນີ້, ມີພະນັກງານຈາກອົງການກວດກາແຫ່ງລັດ ຈໍານວນ 15 ທ່ານ, ຍິງ 04 ທ່ານ, ອົງການກວດກາລັດກະຊວງ-ອົງການ ຈໍານວນ 05 ທ່ານ, ຍິງ 02 ທ່ານ ແລະ ທ້ອງຖິ່ນ ຈໍານວນ 10 ທ່ານ, ຍິງ 01 ທ່ານ. ນໍາພາໂດຍທ່ານ ສຸກຄໍາເພັດ ເຮືອງບຸດສີ ກຳມະການປະຈໍາພັກ, ຮອງປະທານ ຄະນະກວດກາສູນກາງພັກ, ຮອງປະທານ ອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງສູນກາງ.

ການຝຶກອົບຮົມຄັ້ງນີ້ປະກອບມີ 07 ຫົວຂໍ້ສະເພາະ ແລະ ລົງທັດສະນະພາກສະໜາມ 04 ຫົວຂໍ້, ເຊິ່ງ ຫົວຂໍ້ສະເພາະປະກອບມີ: ແນວຄິດການປົກຄອງ ແລະ ຄຸ້ມຄອງລັດຂອງການນໍາ ສປ ຈີນ; ລະບອບການເມືອງ ສປ ຈີນ; ຜົນສໍາເລັດຂອງ ສປ ຈີນ ໃນການຊຸກຍູ້ການສ້າງແບບແຜນທີ່ດີ ຂອງພັກ ແລະ ການບໍລິຫານແບບປອດໃສຂາວສະອາດ ກໍ່ຄືວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ແນະນໍາສະພາບການ ແລະ ພາລະບົດບາດຂອງອົງການກວດກາວິໄນ ແລະ ການຕິດຕາມກວດກາຂອງ ສປ ຈີນ; ສະພາບການສ້າງລະບົບກົດໝາຍ ແລະ ນິຕິກໍາກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງ ສປ ຈີນ; ສະພາບການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ “ຂໍ້ກຳນົດ 08 ຂໍ້” ຂອງສູນກາງພັກກອມມູນິດຈີນເພື່ອເພີ່ມທະວີການກໍ່ສ້າງແບບແຜນຂອງພັກ; ສະພາບການຮ່ວມມືສາກົນດ້ານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຊອກຈັບຜູ້ຫຼົບໜີ ແລະ ການນໍາຄືນຂອງກາງຂອງຈີນ. ຫຼັກສູດພາກສະໜາມປະກອບມີ ການສອນຢູ່ພາກສະໜາມກົມມະລຽນກ່ຽວກັບວັດທະນະທໍາການເມືອງປອດໃສຂາວສະອາດຂອງ ສປ ຈີນ; ການຢ້ຽມຢາມ ແລະ ທັດສະນາສຶກສາຢູ່ສູນບໍລິການດ້ານວຽກງານພັກ ແລະ ປະຊາຊົນ ຖະໜົນຊາວວາຍ ເຂດຊາວຢາງ ນະຄອນຫຼວງປາກກິ່ງ; ສະຖານສຶກສາອົບຮົມກ່ຽວກັບການເມືອງປອດໃສຂາວສະອາດ ເຂດໄຫຕ້ຽນ ນະຄອນຫຼວງປັກກິ່ງ; ການຮຽນການສອນຢູ່ພາກສະໜາມ ປະຫວັດສາດວຽກງານການກວດກາພັກ-ລັດ ຂອງພັກກອມມູນິດຈີນ.

ຜ່ານການຝຶກຮົມນັກສໍາມະນາກອນໄດ້ຮັບຮູ້ລັກສະນະທີ່ພົ້ນເດັ່ນທີ່ສຸດໃນການປົກຄອງປະເທດ ແລະ ບໍລິຫານການ ເມືອງ ຂອງທ່ານ ເລຂາທິການໃຫຍ່ ສີຈິ້ນຜິງກ່ຽວກັບ ການປົກຄອງປະເທດ,ລະບົບການເມືອງ, ວຽກງານຕ້ານການສໍ້ລາດບັງຫຼວງ ການຄຸ້ມຄອງພັກ; ສະພາບວຽກງານລາດຕະເວນ ແລະ ການກວດກາຂອງ ນະຄອນຫຼວງປັກກິ່ງ, ນອກຈາກນີ້ຍັງໄດ້ຮູ້ກ່ຽວຂະບວນການພັດທະນາພື້ນຖານໂຄງລ່າງ ແລະ ສາມາດສຳພັດໄດ້ເຖິງວິຖີດຳລົງຊີວິດ, ວັດທະນະທໍາ, ການທ່ອງທ່ຽວ ຂອງປະເທດຈີນ ເວົ້າລວມ, ເວົ້າສະເພາະກໍ່ຄືນະຄອນຫຼວງປັກກິ່ງ ມີການຂະຫຍາຍທາງດ້ານພື້ນຖານໂຄງລ່າງຢ່າງໄວວາທີ່ສຸດ, ເຊິ່ງເປັນນະວັດຕະກຳໃໝ່ໃຫ້ແກ່ນັກສຳມະນາກອນທີ່ໄດ້ໄປຝຶກອົບຮົມ ໄດ້ນໍາມາເຜີຍແຜ່ ແລະ ເປັນບົດຮຽນໃນ ສປປ ລາວ.

ແຫຼ່ງຂ່າວ: ວາລະສານກວດກາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...