Homeວິທະຍາສາດ-ວິທະຍາການຕຸ່ມຕານເຕັ້ນເປັນລາມອ້ອມຕົວແລ້ວຕາຍແທ້ ຫຼື ບໍ່ ຕຸ່ມຕານເຕັ້ນເປັນລາມອ້ອມຕົວແລ້ວຕາຍແທ້ ຫຼື ບໍ່ ວິທະຍາສາດ-ວິທະຍາການສຸຂະພາບ ແລະ ສີ່ງແວດລ້ອມ Published on 27/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2910 ສຳລັບຄົນທີ່ເຄີຍເປັນຕຸ່ມຕານເຕັ້ນຈະເຄີຍມີຄວາມຮູ້ສຶກກັງວົນໃຈວ່າ ຖ້າຕຸ່ມນີ້ເຕັ້ນໄປລາມໄປຈົນຈອດກັນຕົນເອງຈະຕາມບໍ່ນໍ້ ເພາະຄົນສ່ວນຫຼາຍມັກພາກັນເວົ້າ ວ່າຖ້າຕຸ່ມນີ້ເຕັ້ນໄປຈອດກັນເມື່ອໃດແລ້ວຄົນນັ້ນຕ້ອງຕາຍ. ວັນນີ້ລາວໂພສຕ໌ ເລີຍມີຄຳຕອບມາໄຂຂໍ້ຂ້ອງໃຈທຸກທ່ານ ຕຸ່ມຕານເຕັ້ນເປັນລາມອ້ອມຕົວ ແມ່ນບໍ່ຕາຍ ເພາະມັນເກີດພຽງຝາກໜຶ່ງຂອງຮ່າງກາຍມັນບໍ່ສາມາດຂ້າມ ຫຼື ແຜ່ລາມໄປອີກຝາກໜຶ່ງໄດ້. ພະຍາດຕານເຕັ້ນ ເກີດຈາກເຊື້ອໄວຣັສຊະນິດໜຶ່ງທີ່ມີຊື່ວ່າ: “ເຊື້ອວີແຊດວີ (varicella-zoster virus)” ຜູ້ທີ່ຕິດເຊື້ອໄວຣັສຊະນິດນີ້ສ່ວນຫຼາຍຈະສະແດງອາການຄືແບບພະຍາດອີສຸກອີໃສ ແລະ ສ່ວນໜ້ອຍຈະມີອາການສະແດງໃຫ້ເຫັນຫຼັງຈາກຫາຍເຊົາຈາກການເປັນພະຍາດອີສຸກອີໃສແລ້ວ ເຊື້ອພະຍາດຈະຫລົບຊ້ອນຕົວຢູ່ບໍລິເວນປະສາດກ້ອງຜິວໜັງ ແລະ ແຝງຕົວຢ່າງສະຫງົບເປັນເວລາຫຼາຍປີ ໂດຍບໍ່ມີອາການຜິດປົກກະຕິໃດໆ ເມື່ອເວລາທີ່ພູມຄຸ້ມກັນໃນຮ່າງກາຍທ່ານຕ່ຳລົງເນື່ອງຈາກສຸຂະພາບທ່ານອ່ອນແອ, ອາຍຸຫຼາຍ, ມີການກະທົບດ້ານຄວາມຄິດຫຼາຍ, ພັກຜ່ອນບໍ່ພຽງພໍ… ເຊື້ອພະຍາດທີ່ແຝງຢູ່ກໍ່ຈະກະຈາຍໄປຕາມເສັ້ນປະສາດ ເຊິ່ງສາມາດກວດພົບພະຍາດນີ້ໃນເລືອດໄດ້. ອາການຂອງພະຍາດນີ້ ກ່ອນມີຜື່ນຂຶ້ນ 1-3 ວັນ ຜູ້ປ່ວຍຈະມີອາການປວດຈີ໊ດໆ ບໍລິເວນເສັ້ນປະສາດບ່ອນທີ່ເກີດພະຍາຕານເຕັ້ນ ອາດມີອາການຄັນ ແລະ ແສບຮ້ອນຄ້າຍຄືຖືກໄຟໄໝ້ ເປັນໄລຍະໄລຍະ ຫຼື ຕະຫຼອດເວລາໃນບໍລິເວນນັ້ນ. ການດູແລຕົວເອງເມື່ອພົບວ່າເປັນພະຍາດຕານເຕັ້ນ ຄວນປະຕິບັດດັ່ງນີ້: ຖ້າມີໄຂ້ ຫຼື ປວດ ຄວນກິນຢາແກ້ປວດຢາລຸດໄຂ້ ຖ້າມີການປວດແສບປວດຮ້ອນ ທາດ້ວຍຢ້າແກ້ຮ້ອນຜື່ນຄັນ ຕັດເລັບໃຫ້ສັ້ນ ຫ້າມແກະເກົາຜື່ນຕຸ່ມ ຜູ້ປ່ວຍຄວນໄປພົບແພດ ຖ້າເປັນພະຍາດຕານເຕັ້ນຂຶ້ນທີ່ໃບໜ້າ ຫຼື ຕາ ການຮັກສາ ແພດຈະໃຫ້ການຮັກສາຕາມອາການ ເຊັ່ນ: ໃຫ້ຢາບັນເທົາອາການປວດ ຫຼື ໄຂ້ ຖ້າຕຸ່ມກາຍເປັນໜອງຜອງໆເນື່ອງຈາກການຕິດເຊື້ອແບັກທີເຣຍແຊກຊ້ອນ ກໍ່ຈະໃຊ້ຢາຊີວະນະຮັກສາ ສຳລັບຜູ້ປ່ວຍທີ່ມີອາຍຸຫຼາຍກ່ວາ 50 ປີ ຫຼື ຕານເຕັ້ນຂຶ້ນບໍລິເວນໜ້າ ຫຼື ມີອາການປວກຮ້ອນຮຸນແຮງຕັ້ງແຕ່ຕອນທີ່ມີຜື່ນຂຶ້ນທຳອິດ ແພດຈະໃຫ້ກິນຢາຕ້ານເຊື້ອໄວຣັສ ພາຍໃນ 48-72 ຊົ່ວໂມງຫຼັງເກີດອາການ ສຳລັບຜູ້ປ່ວຍທີ່ມີພູມຄຸ້ມກັນຕ່ຳ ເຊັ່ນເປັນໂຣກເອກສ໌ ຫຼື ເປັນຊະນິດແຜ່ກະຈາຍທັງຕົວ ແພດຈະໃຫ້ຜູ້ປ່ວຍນອນຕິດຕາມອາການທີ່ໂຮງໝໍເພື່ອໃຫ້ຢາຕ້ານໄວຣັດຊັກເຂົ້າເສັ້ນເລືອດດຳ. ສຳລັບຜູ່ປ່ວຍທີ່ເປັນພະຍາດຕານເຕັ້ນທີ່ຕາ ຄວນປຶກສາແພດຊ່ຽວຊານ ເຊິ່ງຈະໃຫ້ກິນຢາຕ້ານເຊື້ອໄວຣັສ ແລະ ຢາຢອດຕາທີ່ມີສ່ວນປະສົມຂອງຢາຕ້ານເຊື້ອໄວຣັສ ເພື່ອປ້ອງກັນພາວະແຊກຊ້ອນທາງຕາ. ນີ້ແມ່ນເຄັດລັບຄວາມຮູ້ດີໆອີກຢ່າງໜຶ່ງທີ່ພວກເຮົາຄວນສຶກສາໄວ້ ເພື່ອອານາຄົດຂ້າງໜ້າເຮົາອາດຈະໄດ້ໃຊ້ມັນ ອາດຈະໃຊ້ກັບເຮົາ ຫຼື ຊ່ວຍກັບຄົນທີ່ຢູ່ອ້ອມຂ້າງເຮົາ. ຂໍ້ມູນຈາກ: ເວັບໄຊ໌ ເອັມໄທ.ຄອມ Tagsການດູແລຕົວເອງເມື່ອພົບວ່າເປັນພະຍາດຕານເຕັ້ນການຮັກສາຕຸ່ມຕານເຕັ້ນຄວາມຮູ້ສຸຂະພາບຕຸ່ມຕານເຕັ້ນເປັນລາມອ້ອມຕົວແລ້ວຕາຍແທ້ ຫຼື ບໍ່ພະຍາດຕານເຕັ້ນສຸຂະພາບ ບົດຄວາມຫຼ້າສຸດ ກອງປະຊຸມສະໄໝສາມັນ ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ... 14/11/2025 ຂ່າວຕ່າງປະເທດ ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ... 10/11/2025 ຂ່າວການສຶກສາ ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025 ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ... 10/11/2025 ຂ່າວຕ່າງປະເທດ ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ... 04/11/2025