Homeຂ່າວຕ່າງປະເທດເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

Published on

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1)

ໃນວັນທີ 3 ພະຈິກ 2025, ທາງເຈົ້າໜ້າທີ່ໄທ ໄດ້ລາຍງານວ່າ ໄດ້ຈັບກຸມຢາເສບຕິດໄດ້ 2 ຄະດີຄື: ທຳອິດຈັບຜູ້ຕ້ອງຫາໄດ້ 3 ຄົນ (ຍິງສັນຊາດໄທ 1 ຄົນ, ຊາຍສັນຊາດໄທ 1 ຄົນ ແລະ ຍິງສັນຊາດລາວ 1 ຄົນ) ທີ່ພາກັນເດີນທາງໄປແຕ່ລາວ ເຊິ່ງນັ່ງລົດກະບະປ້າຍທະບຽນໄທ ແລະ ເຈົ້າໜ້າທີ່ໄດ້ນຳເອົາກະເປົາເດີນທາງເຂົ້າເຄື່ອງກວດ ພົບວັດຖຸຕ້ອງສົງໃສປົນຢູ່ພາຍໃນ. ເມື່ອເປີດກະເປົາອອກມາພົບວ່າ ກະເປົາຖືກດັດແປງ ແລະ ພົບເຮໂລອິນ ນ້ຳໜັກ 10.8 ກິໂລກຣາມ.

ຕໍ່ມາ, ທາງເຈົ້າໜ້າທີ່ໄທໄດ້ຈັບກຸມຜູ້ຕ້ອງຫາ ຊາຍສັນຊາດໄທ 1 ຄົນ ແລະ ຍິງສັນຊາດໄທ 1 ຄົນ ທີ່ຂັບລົດກະບະປ້າຍໄທຜ່ານເຂົ້າໄປດ່ານໄທ ເຊິ່ງເຈົ້າໜ້າທີ່ໄດ້ນຳກະເປົາເຂົ້າເຄື່ອງກວດ ພົບຢາເສບຕິດປະເພດເຮໂລອິນ ນ້ຳໜັກ 11 ກິໂລກຣາມ, ລວມທັງສອງຄະດີ 5 ຄົນ ພ້ອມຂອງກາງ ເຮໂລອິນ 21.8 ກິໂລກຣາມ ມູນຄ່າປະມານ 65.4 ລ້ານບາດ.

ຈາກການສືບສວນ-ສອບສວນຮູ້ວ່າ: ທັງໝົດເປັນເຄືອຂ່າຍດຽວກັນ ເຊິ່ງຈະຂົນກະເປົາດັ່ງກ່າວເຂົ້າໄປປະເທດໄທ ໂດຍໄດ້ຄ່າຈ້າງຄົນລະ 35,000 ບາດ ປັດຈຸບັນ, ທາງເຈົ້າໜ້າທີ່ກຳລັງຂະຫຍາຍຜົນການຈັບກຸມເຄືອຂ່າຍຢາເສບຕິດນີ້.
ແຫຼ່ງຂ່າວ: PR-nongkhai

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...