spot_img
Homeຂ່າວຕ່າງປະເທດຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

Published on

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ ເຫດລົດບັນທຸກທີ່ບັນຈຸລິງຕິດເຊື້ອເກີດອຸບັນຕິເຫດລົດຂວໍ້າ ເຮັດໃຫ້ລິງໂຕນໜີໄປໄດ້ກວ່າ 21 ໂຕ ແລະ ເສຍຊີວິດ 7 ໂຕ ເຫດການດັ່ງກ່າວເຮັດໃຫ້ປະຊາຊົນທີ່ຢູ່ແຖວນັ້ນຕ່າງຕື່ນຕົກໃຈ ແລະ ຢ້ານກົວ.

ເຊິ່ງທາງເຈົ້າໜ້າທີ່ກໄດ້ປະກາດເເຈ້ງເຕືອນປະຊາຊົນໃນທັນທີເພື່ອໃຫ້ຮັບຮູ້ຢ່າງ

ທັນເຫດການ.ໃນການຂົນສົ່ງຄັ້ງນີ້ແມ່ນຂົນສົ່ງໂດຍ PreLabs, LLC ເຊິ່ງເປັນອົງກອນສະໜັບສະໜູນງານວິໄຈຊີວະທາງການແພດເປັນຜູ້ຮັບຜິດຊອບ ເເລະ  ໄດ້ນຳລີງມາຈາກ Tulane University National Biomedical Research Center ເຊິ່ງມະຫາວິທະຍາໄລຍັງໃຫ້ຮູ້ຕື່ມວ່າ ລິງທີ່ຫຼຸດໄປທັງໝົດນີ້ ບໍ່ໄດ້ມີເຊື້ອໂຣກດັ່ງທີ່ຫຼາຍຄົນກ່າວຫາ ແລະ ບໍ່ເຮັດໃຫ້ເກີດຄວາມສ່ຽງຕໍ່ສາທາລະນະສຸກ

ຫຼ້າສຸດ, ເຈົ້າໜ້າທີ່ໃຊ້ໄລຍະເວລາ 8 ມື້ໃນການຈັບລີງທີ່ໂຕນໜີ ພ້ອມໃສ່ອຸປະກອນປ້ອງກັນເຕັມຮູບແບບເຊັ່ນ: ຜ້າຄຸມ, ໜ້າກາກ ເພື່ອຄວາມປອດໄພ ແລະ ສຸດທ້າຍ ກໍສາມາດຈັບລິງໄດ້ທັງໝົດໃນວັນທີ 06 ພະຈິກ 2025 ໂດຍມີປະຊາຊົນເປັນຜູ້ສັງເກດແຈ້ງເຈົ້າໜ້າທີ່ ສົ່ງຜົນໃຫ້ສາມາດຕິດຕາມ ແລະ ເຂົ້າຄວບຄຸມລິງໂຕນັ້ນໄດ້ຢ່າງປອດໄພ.

ແຫຼ່ງຂໍ້ມູນ: Khaosod

ບົດຄວາມຫຼ້າສຸດ

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...