spot_img
Homeວິທະຍາສາດ-ວິທະຍາການຕຸ່ມຕານເຕັ້ນເປັນລາມອ້ອມຕົວແລ້ວຕາຍແທ້ ຫຼື ບໍ່

ຕຸ່ມຕານເຕັ້ນເປັນລາມອ້ອມຕົວແລ້ວຕາຍແທ້ ຫຼື ບໍ່

Published on

ສຳລັບຄົນທີ່ເຄີຍເປັນຕຸ່ມຕານເຕັ້ນຈະເຄີຍມີຄວາມຮູ້ສຶກກັງວົນໃຈວ່າ ຖ້າຕຸ່ມນີ້ເຕັ້ນໄປລາມໄປຈົນຈອດກັນຕົນເອງຈະຕາມບໍ່ນໍ້ ເພາະຄົນສ່ວນຫຼາຍມັກພາກັນເວົ້າ ວ່າຖ້າຕຸ່ມນີ້ເຕັ້ນໄປຈອດກັນເມື່ອໃດແລ້ວຄົນນັ້ນຕ້ອງຕາຍ.

ວັນນີ້ລາວໂພສຕ໌ ເລີຍມີຄຳຕອບມາໄຂຂໍ້ຂ້ອງໃຈທຸກທ່ານ ຕຸ່ມຕານເຕັ້ນເປັນລາມອ້ອມຕົວ ແມ່ນບໍ່ຕາຍ ເພາະມັນເກີດພຽງຝາກໜຶ່ງຂອງຮ່າງກາຍມັນບໍ່ສາມາດຂ້າມ ຫຼື ແຜ່ລາມໄປອີກຝາກໜຶ່ງໄດ້.

ພະຍາດຕານເຕັ້ນ ເກີດຈາກເຊື້ອໄວຣັສຊະນິດໜຶ່ງທີ່ມີຊື່ວ່າ: “ເຊື້ອວີແຊດວີ (varicella-zoster virus)” ຜູ້ທີ່ຕິດເຊື້ອໄວຣັສຊະນິດນີ້ສ່ວນຫຼາຍຈະສະແດງອາການຄືແບບພະຍາດອີສຸກອີໃສ ແລະ ສ່ວນໜ້ອຍຈະມີອາການສະແດງໃຫ້ເຫັນຫຼັງຈາກຫາຍເຊົາຈາກການເປັນພະຍາດອີສຸກອີໃສແລ້ວ ເຊື້ອພະຍາດຈະຫລົບຊ້ອນຕົວຢູ່ບໍລິເວນປະສາດກ້ອງຜິວໜັງ ແລະ ແຝງຕົວຢ່າງສະຫງົບເປັນເວລາຫຼາຍປີ ໂດຍບໍ່ມີອາການຜິດປົກກະຕິໃດໆ ເມື່ອເວລາທີ່ພູມຄຸ້ມກັນໃນຮ່າງກາຍທ່ານຕ່ຳລົງເນື່ອງຈາກສຸຂະພາບທ່ານອ່ອນແອ, ອາຍຸຫຼາຍ, ມີການກະທົບດ້ານຄວາມຄິດຫຼາຍ, ພັກຜ່ອນບໍ່ພຽງພໍ… ເຊື້ອພະຍາດທີ່ແຝງຢູ່ກໍ່ຈະກະຈາຍໄປຕາມເສັ້ນປະສາດ ເຊິ່ງສາມາດກວດພົບພະຍາດນີ້ໃນເລືອດໄດ້.

ອາການຂອງພະຍາດນີ້ ກ່ອນມີຜື່ນຂຶ້ນ 1-3 ວັນ ຜູ້ປ່ວຍຈະມີອາການປວດຈີ໊ດໆ ບໍລິເວນເສັ້ນປະສາດບ່ອນທີ່ເກີດພະຍາຕານເຕັ້ນ ອາດມີອາການຄັນ ແລະ ແສບຮ້ອນຄ້າຍຄືຖືກໄຟໄໝ້ ເປັນໄລຍະໄລຍະ ຫຼື ຕະຫຼອດເວລາໃນບໍລິເວນນັ້ນ.

ການດູແລຕົວເອງເມື່ອພົບວ່າເປັນພະຍາດຕານເຕັ້ນ ຄວນປະຕິບັດດັ່ງນີ້:

ການຮັກສາ

ນີ້ແມ່ນເຄັດລັບຄວາມຮູ້ດີໆອີກຢ່າງໜຶ່ງທີ່ພວກເຮົາຄວນສຶກສາໄວ້ ເພື່ອອານາຄົດຂ້າງໜ້າເຮົາອາດຈະໄດ້ໃຊ້ມັນ ອາດຈະໃຊ້ກັບເຮົາ ຫຼື ຊ່ວຍກັບຄົນທີ່ຢູ່ອ້ອມຂ້າງເຮົາ.

ຂໍ້ມູນຈາກ: ເວັບໄຊ໌ ເອັມໄທ.ຄອມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...