Homeຂ່າວທ່ອງທ່ຽວກຳແພງຫີນບູຮານ ແຂວງຄຳມ່ວນ ກຳແພງຫີນບູຮານ ແຂວງຄຳມ່ວນ ຂ່າວທ່ອງທ່ຽວ Published on 25/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 3820 ແຂວງ ຄຳມ່ວນ ຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນມາທາງພາກໃຕ້ປະມານ 350 ກິໂລແມັດ ເປັນສູນກາງຂອງການເດີນທາງ ແລະ ເປັນທ່າດ່ານທີ່ສຳຄັນອີກດ່ານໜຶ່ງ, ແຂວງຄຳມ່ວນ ມີເມືອງເອກຄືເມືອງທ່າແຂກ ເປັນແຂວງທີ່ມີຂົວມິດຕະພາບລາວ-ໄທ ແຫ່ງທີສາມ ແລະ ເປັນແຂວງທີ່ມີຄວາມສຳຄັນທາງປະຫວັດສາດຂອງລາວ ໃນອະດີດຊ່ວງສັດຕະວັດທີ 5. ສະຖານທີ່ທ່ອງທ່ຽວຂອງແຂວງສ່ວນຫຼາຍຈະເປັນຖ້ຳຕ່າງໆເຊັ່ນ: ຖ້ຳກອງລໍ, ຖ້ຳໜອງປາຝາ ຫຼື ຖ້ຳພຣະ, ພະທາດສີໂຄດຕະບອງ ເປັນຕົ້ນ ແຕ່ຄົນສ່ວນຫຼາຍຍັງບໍ່ຮູ້ວ່າຄຳມ່ວນຍັງມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈແຫ່ງອື່ນໆອີກເຊັ່ນ: ກຳແພງຍັກບູຮານ, ເຮືອລະເບີດ… ທ່ອງທ່ຽວໄປກັບລາວໂພດສຕ໌ວັນນີ້ຈະພາທຸກຄົນໄປຮູ້ຈັກກັບ “ກຳແພງຍັກບູຮານ” ກຳແພງຫີນບູຮານ ຫຼື ກຳແພງຍັກ ຕັ້ງຢູ່ທາງຫຼວງໝາຍເລກ 13 ລະຫວ່າງເສັ້ນທາງທ່າແຂກໄປຫາວຽງຈັນ ໃກ້ຫຼັກເຂດ ກມ.8 ທາງເຂົ້າມາກຳແພງຫີນມີປ້າຍນ້ອຍ ບອກວ່າໄປຖ້ຳແມ່ພຣະມາຣີອາແຫ່ງເມືອງລູກ ທາງເສັ້ນທາງທັງສອງຝາກເຂົ້າແຄມທາງຈະມີຕົ້ນໄມ້ໃຫຍ່ເປັນປ່າເຂົ້າໄປ. ກຳແພງຍັກ ກໍ່ຄື ກຳແພງຫີນສູງໃຫຍ່ ແລະ ຍາວໄປຕາມແນວທາງ ມີຄວາມຍາວເຖິງ 15 ກິໂລແມັດ ແລະ ສູງບໍ່ຕ່ຳກ່ວາ 5 ແມັດ ສ້າງຂຶ້ນໃນສັດຕະວັດທີ 9 ໃນສະໄໝອານາຈັກສີໂຄດຕະບອງ. ອີກດ້ານໜຶ່ງຂອງກຳແພງຍັກ ມີຖ້ຳນ້ອຍໆ ເປັນສະຖານທີ່ຈຳລອງຖ້ຳພຣະແມ່ເມືອງລູຣດ໌ ຂ້າງໆກັນມີຂັ້ນໄດຂຶ້ນໄປຫາຖ້ຳນ້ອຍໆ ຢູ່ເຖິງທີ່ມີຮູບປັ້ນພຣະແມ່ມາຣິອາປະທັບຢູ່ ເຊິ່ງເປັນສິ່ງສັກສິດທີ່ຄົນທີ່ອາໄສຢູ່ໃນບໍລິເວນນີ້ຕ້ອງມາກາບໄຫວ້ບູຊາເປັນປະຈຳ ລວມທັງນັກທ່ອງທ່ຽວທີ່ມາກໍ່ເຊັ່ນດຽວກັນ. ເປັນຄວາມມະຫັດສະຈັນຢ່າງເຫຼືອເຊື່ອ ແລະ ຍັງບໍ່ທັນມີໜ່ວຍງານໃດສາມາດພິສູດໄດ້ວ່າ ເປັນສີມືຂອງມະນຸດ, ຍັກໃນຕຳນານ ຫຼື ທຳມະຊາດສ້າງຂຶ້ນເອງ ເພາະຂະໜາດທີ່ໃຫຍ່ຂອງກ້ອນຫີນທີ່ລຽງກັນຂື້ນເປັນຊັ້ນໆຈົນກາຍເປັນກຳແພງ. ນີ້ເປັນຄວາມມະຫັດສະຈັນທີ່ຍັງຄົງຢູ່ໃນການສົງໃສຂອງຜູ້ຄົນທີ່ເຄີຍມາທ່ຽວຊົມ ແລະ ໃນຊີວິດໜຶ່ງທ່ານຕ້ອງຫາໂອກາດມາທ່ຽວສະຖານທີ່ແຫ່ງນີ້ໃຫ້ໄດ້. ຂອບໃຈຂໍມູນຈາກ: ໂອເຄເນເຊິນ.ເນັດ ສັງລວມຂໍ້ມູນໂດຍ: ລາວໂພສຕ໌.ຄອມ Tags"ກຳແພງຍັກບູຮານ" ກຳແພງຫີນບູຮານກຳແພງຍັກບູຮານກຳແພງຫີນບູຮານກຳແພງຫີນບູຮານ ແຂວງຄຳມ່ວນທ່ອງທ່ຽວລາວທ່ອງທ່ຽວແຂວງຄຳມ່ວນແຂວງຄຳມ່ວນ ບົດຄວາມຫຼ້າສຸດ ຂ່າວຄາດຕະກຳ ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ... 11/05/2025 ຂ່າວພາຍໃນ 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,... 07/05/2025 ຂ່າວພາຍໃນ ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່... 06/05/2025 ຂ່າວພາຍໃນ ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ... 06/05/2025