Homeຂ່າວທ່ອງທ່ຽວກຳແພງຫີນບູຮານ ແຂວງຄຳມ່ວນ ກຳແພງຫີນບູຮານ ແຂວງຄຳມ່ວນ ຂ່າວທ່ອງທ່ຽວ Published on 25/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 3989 ແຂວງ ຄຳມ່ວນ ຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນມາທາງພາກໃຕ້ປະມານ 350 ກິໂລແມັດ ເປັນສູນກາງຂອງການເດີນທາງ ແລະ ເປັນທ່າດ່ານທີ່ສຳຄັນອີກດ່ານໜຶ່ງ, ແຂວງຄຳມ່ວນ ມີເມືອງເອກຄືເມືອງທ່າແຂກ ເປັນແຂວງທີ່ມີຂົວມິດຕະພາບລາວ-ໄທ ແຫ່ງທີສາມ ແລະ ເປັນແຂວງທີ່ມີຄວາມສຳຄັນທາງປະຫວັດສາດຂອງລາວ ໃນອະດີດຊ່ວງສັດຕະວັດທີ 5. ສະຖານທີ່ທ່ອງທ່ຽວຂອງແຂວງສ່ວນຫຼາຍຈະເປັນຖ້ຳຕ່າງໆເຊັ່ນ: ຖ້ຳກອງລໍ, ຖ້ຳໜອງປາຝາ ຫຼື ຖ້ຳພຣະ, ພະທາດສີໂຄດຕະບອງ ເປັນຕົ້ນ ແຕ່ຄົນສ່ວນຫຼາຍຍັງບໍ່ຮູ້ວ່າຄຳມ່ວນຍັງມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈແຫ່ງອື່ນໆອີກເຊັ່ນ: ກຳແພງຍັກບູຮານ, ເຮືອລະເບີດ… ທ່ອງທ່ຽວໄປກັບລາວໂພດສຕ໌ວັນນີ້ຈະພາທຸກຄົນໄປຮູ້ຈັກກັບ “ກຳແພງຍັກບູຮານ” ກຳແພງຫີນບູຮານ ຫຼື ກຳແພງຍັກ ຕັ້ງຢູ່ທາງຫຼວງໝາຍເລກ 13 ລະຫວ່າງເສັ້ນທາງທ່າແຂກໄປຫາວຽງຈັນ ໃກ້ຫຼັກເຂດ ກມ.8 ທາງເຂົ້າມາກຳແພງຫີນມີປ້າຍນ້ອຍ ບອກວ່າໄປຖ້ຳແມ່ພຣະມາຣີອາແຫ່ງເມືອງລູກ ທາງເສັ້ນທາງທັງສອງຝາກເຂົ້າແຄມທາງຈະມີຕົ້ນໄມ້ໃຫຍ່ເປັນປ່າເຂົ້າໄປ. ກຳແພງຍັກ ກໍ່ຄື ກຳແພງຫີນສູງໃຫຍ່ ແລະ ຍາວໄປຕາມແນວທາງ ມີຄວາມຍາວເຖິງ 15 ກິໂລແມັດ ແລະ ສູງບໍ່ຕ່ຳກ່ວາ 5 ແມັດ ສ້າງຂຶ້ນໃນສັດຕະວັດທີ 9 ໃນສະໄໝອານາຈັກສີໂຄດຕະບອງ. ອີກດ້ານໜຶ່ງຂອງກຳແພງຍັກ ມີຖ້ຳນ້ອຍໆ ເປັນສະຖານທີ່ຈຳລອງຖ້ຳພຣະແມ່ເມືອງລູຣດ໌ ຂ້າງໆກັນມີຂັ້ນໄດຂຶ້ນໄປຫາຖ້ຳນ້ອຍໆ ຢູ່ເຖິງທີ່ມີຮູບປັ້ນພຣະແມ່ມາຣິອາປະທັບຢູ່ ເຊິ່ງເປັນສິ່ງສັກສິດທີ່ຄົນທີ່ອາໄສຢູ່ໃນບໍລິເວນນີ້ຕ້ອງມາກາບໄຫວ້ບູຊາເປັນປະຈຳ ລວມທັງນັກທ່ອງທ່ຽວທີ່ມາກໍ່ເຊັ່ນດຽວກັນ. ເປັນຄວາມມະຫັດສະຈັນຢ່າງເຫຼືອເຊື່ອ ແລະ ຍັງບໍ່ທັນມີໜ່ວຍງານໃດສາມາດພິສູດໄດ້ວ່າ ເປັນສີມືຂອງມະນຸດ, ຍັກໃນຕຳນານ ຫຼື ທຳມະຊາດສ້າງຂຶ້ນເອງ ເພາະຂະໜາດທີ່ໃຫຍ່ຂອງກ້ອນຫີນທີ່ລຽງກັນຂື້ນເປັນຊັ້ນໆຈົນກາຍເປັນກຳແພງ. ນີ້ເປັນຄວາມມະຫັດສະຈັນທີ່ຍັງຄົງຢູ່ໃນການສົງໃສຂອງຜູ້ຄົນທີ່ເຄີຍມາທ່ຽວຊົມ ແລະ ໃນຊີວິດໜຶ່ງທ່ານຕ້ອງຫາໂອກາດມາທ່ຽວສະຖານທີ່ແຫ່ງນີ້ໃຫ້ໄດ້. ຂອບໃຈຂໍມູນຈາກ: ໂອເຄເນເຊິນ.ເນັດ ສັງລວມຂໍ້ມູນໂດຍ: ລາວໂພສຕ໌.ຄອມ Tags"ກຳແພງຍັກບູຮານ" ກຳແພງຫີນບູຮານກຳແພງຍັກບູຮານກຳແພງຫີນບູຮານກຳແພງຫີນບູຮານ ແຂວງຄຳມ່ວນທ່ອງທ່ຽວລາວທ່ອງທ່ຽວແຂວງຄຳມ່ວນແຂວງຄຳມ່ວນ ບົດຄວາມຫຼ້າສຸດ ຂ່າວພາຍໃນ ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2... 09/09/2026 ຂ່າວພາຍໃນ 1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)... 09/09/2026 ຂ່າວພາຍໃນ ດຳລັດ ວ່າດ້ວຍ ຕຳແໜ່ງບໍລິຫານ ຂອງພະນັກງານ-ລັດຖະກອນ (ສະບັບປັບປຸງ) 08/09/2026 ຂ່າວພາຍໃນ ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ... 07/09/2026