Home​ຂ່າວທ່ອງທ່ຽວກຳແພງຫີນບູຮານ ແຂວງຄຳມ່ວນ

ກຳແພງຫີນບູຮານ ແຂວງຄຳມ່ວນ

Published on

ແຂວງ ຄຳມ່ວນ ຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນມາທາງພາກໃຕ້ປະມານ 350 ກິໂລແມັດ ເປັນສູນກາງຂອງການເດີນທາງ ແລະ ເປັນທ່າດ່ານທີ່ສຳຄັນອີກດ່ານໜຶ່ງ, ແຂວງຄຳມ່ວນ ມີເມືອງເອກຄືເມືອງທ່າແຂກ ເປັນແຂວງທີ່ມີຂົວມິດຕະພາບລາວ-ໄທ ແຫ່ງທີສາມ ແລະ ເປັນແຂວງທີ່ມີຄວາມສຳຄັນທາງປະຫວັດສາດຂອງລາວ ໃນອະດີດຊ່ວງສັດຕະວັດທີ 5.

ສະຖານທີ່ທ່ອງທ່ຽວຂອງແຂວງສ່ວນຫຼາຍຈະເປັນຖ້ຳຕ່າງໆເຊັ່ນ: ຖ້ຳກອງລໍ, ຖ້ຳໜອງປາຝາ ຫຼື ຖ້ຳພຣະ, ພະທາດສີໂຄດຕະບອງ ເປັນຕົ້ນ ແຕ່ຄົນສ່ວນຫຼາຍຍັງບໍ່ຮູ້ວ່າຄຳມ່ວນຍັງມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈແຫ່ງອື່ນໆອີກເຊັ່ນ: ກຳແພງຍັກບູຮານ, ເຮືອລະເບີດ…

ທ່ອງທ່ຽວໄປກັບລາວໂພດສຕ໌ວັນນີ້ຈະພາທຸກຄົນໄປຮູ້ຈັກກັບ “ກຳແພງຍັກບູຮານ” ກຳແພງຫີນບູຮານ ຫຼື ກຳແພງຍັກ ຕັ້ງຢູ່ທາງຫຼວງໝາຍເລກ 13 ລະຫວ່າງເສັ້ນທາງທ່າແຂກໄປຫາວຽງຈັນ ໃກ້ຫຼັກເຂດ ກມ.8 ທາງເຂົ້າມາກຳແພງຫີນມີປ້າຍນ້ອຍ ບອກວ່າໄປຖ້ຳແມ່ພຣະມາຣີອາແຫ່ງເມືອງລູກ ທາງເສັ້ນທາງທັງສອງຝາກເຂົ້າແຄມທາງຈະມີຕົ້ນໄມ້ໃຫຍ່ເປັນປ່າເຂົ້າໄປ.

1410822085-image-o

ກຳແພງຍັກ ກໍ່ຄື ກຳແພງຫີນສູງໃຫຍ່ ແລະ ຍາວໄປຕາມແນວທາງ ມີຄວາມຍາວເຖິງ 15 ກິໂລແມັດ ແລະ ສູງບໍ່ຕ່ຳກ່ວາ 5 ແມັດ ສ້າງຂຶ້ນໃນສັດຕະວັດທີ 9 ໃນສະໄໝອານາຈັກສີໂຄດຕະບອງ. 

ອີກດ້ານໜຶ່ງຂອງກຳແພງຍັກ ມີຖ້ຳນ້ອຍໆ ເປັນສະຖານທີ່ຈຳລອງຖ້ຳພຣະແມ່ເມືອງລູຣດ໌ ຂ້າງໆກັນມີຂັ້ນໄດຂຶ້ນໄປຫາຖ້ຳນ້ອຍໆ ຢູ່ເຖິງທີ່ມີຮູບປັ້ນພຣະແມ່ມາຣິອາປະທັບຢູ່ ເຊິ່ງເປັນສິ່ງສັກສິດທີ່ຄົນທີ່ອາໄສຢູ່ໃນບໍລິເວນນີ້ຕ້ອງມາກາບໄຫວ້ບູຊາເປັນປະຈຳ ລວມທັງນັກທ່ອງທ່ຽວທີ່ມາກໍ່ເຊັ່ນດຽວກັນ.

ເປັນຄວາມມະຫັດສະຈັນຢ່າງເຫຼືອເຊື່ອ ແລະ ຍັງບໍ່ທັນມີໜ່ວຍງານໃດສາມາດພິສູດໄດ້ວ່າ ເປັນສີມືຂອງມະນຸດ, ຍັກໃນຕຳນານ ຫຼື ທຳມະຊາດສ້າງຂຶ້ນເອງ ເພາະຂະໜາດທີ່ໃຫຍ່ຂອງກ້ອນຫີນທີ່ລຽງກັນຂື້ນເປັນຊັ້ນໆຈົນກາຍເປັນກຳແພງ.

ນີ້ເປັນຄວາມມະຫັດສະຈັນທີ່ຍັງຄົງຢູ່ໃນການສົງໃສຂອງຜູ້ຄົນທີ່ເຄີຍມາທ່ຽວຊົມ ແລະ ໃນຊີວິດໜຶ່ງທ່ານຕ້ອງຫາໂອກາດມາທ່ຽວສະຖານທີ່ແຫ່ງນີ້ໃຫ້ໄດ້.

 

ຂອບໃຈຂໍມູນຈາກ: ໂອເຄເນເຊິນ.ເນັດ

ສັງລວມຂໍ້ມູນໂດຍ: ລາວໂພສຕ໌.ຄອມ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...