spot_img
Homeຂ່າວພາຍ​ໃນທາງການໄທອອກມາດຕະການ​ ກວດຂັນຄົນຕ່າງ​ດ້າວ​ເຂົ້າ​ປະ­ເທດຫຼາຍຂື້ນ

ທາງການໄທອອກມາດຕະການ​ ກວດຂັນຄົນຕ່າງ​ດ້າວ​ເຂົ້າ​ປະ­ເທດຫຼາຍຂື້ນ

Published on

ເມື່ອ​ປາຍ​ປີ 2015 ຜ່ານ​ມາ ນາ­ຍົກ­ລັດ­ຖະ­ມົນ­ຕີ ແລະ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ມະ­ຫາ​ໄທ ແຫ່ງ​ຣາ​ຊະ​ອາ­ນາ­ຈັກກ່ຽວ​ກັບ​ການ​ບໍ່​ອະ­ນຸ­ຍາດ​ໃຫ້​ຄົນ​ຕ່າງ ດ້າວ​ເດີນ­ທາງ​ເຂົ້າ​ຣາ​ຊະ​ອາ­ນາ­ຈັກ ໂດຍ ມີ​ຜົນ​ບັງ­ຄັບ​ໃຊ້​ເລີ່ມ​ແຕ່​ວັນ​ທີ 20 ມີ­ນາ 2016 ເປັນ­ຕົ້ນ​ມາ.

ແນວ­ໃດ​ກໍ​ດີ ໄທ​ນັບ​ວ່າ​ເປັນ​ປະ­ເທດໜຶ່ງ​ທີ່​ຄົນ​ລາວ​ເຂົ້າ​ໄປ​ອອກ­ແຮງ​ງານຈຳ­ນວນ​ຫຼາຍ​ໃນ​ແຕ່​ລະ​ປີ ແລະ​ຄຳ​ສັ່ງສະ­ບັບ​ນີ້​ອາດ​ມີ​ຜົນ​ກະ­ທົບ​ຕໍ່​ຜູ້​ທີ່​ເຂົ້າ​ໄປລີ້​ຊ້ອນ, ແຕ່ງ­ດອງ ແລະ​ອອກ­ແຮງ​ງານ ຢ່າງ​ຜິດ​ກົດ­ໝາຍ​ສະ­ນັ້ນ​ວັນ​ທີ 24 ມີ­ນາ 2016 ນີ້ ກົມ​ກົງ­ສຸນ​ກະ­ຊວງ​ການ​ຕ່າງປະ­ເທດ​ຈິ່ງ​ໄດ້​ອອກ​ໜັງ­ສື​ແຈ້ງ​ການ​ໃຫ້​ປະ­ຊາ­ຊົນ​ລາວ​ຜູ້​ທີ່­ຢູ່​ໃນ​ປະ­ເທດ​ໄທ​ເກີນກຳ­ນົດ​ຕະ­ຫຼອດ​ຮອດ​ຜູ້​ທີ່​ຈະ​ເດີນ­ທາງ​ໄປປະ­ເທດ​ໄທ ​ຈົ່ງ​ໄດ້​ມີ​ສະ­ຕິ​ເປັນ​ເຈົ້າ​ການກວດ­ກາ​ບັນ­ດາ​ເອ­ກະ­ສານ​ເດີນ­ທາງຕ່າງໆ​ເພື່ອ​ຫຼີກ­ເວັ້ນ​ບັນ­ຫາ​ທີ່​ອາດ​ເກີດ​ຂຶ້ນ.

ໂດຍ​ເນື້ອ​ໃນ​ຄຳ​ສັ່ງ​ກົມ​ກົງ­ສຸນ​ໄດ້ ສັງ​ລວມ​ໂດຍ​ຫຍໍ້​ດັ່ງ­ນີ້:

1. ໃນ​ກໍ­ລະ­ນີ​ຄົນ​ຕ່າງ​ດ້າວ​ພັກ​ເຊົາຢູ່​ໃນ​ຣາ​ຊະ​ອາ­ນາ­ຈັກ​ໄທ​ເກີນ​ກຳ­ນົດການ​ອະ­ນຸ­ຍາດ​ຜູ້​ທີ່​ສະ­ໝັກ​ໃຈ​ເຂົ້າ​ມອບ​ຕົວ​ຕໍ່​ເຈົ້າ​ໜ້າ­ທີ່​ຈະ​ຖືກ​ດຳ­ເນີນ​ການ​ຄື: ຜູ້​ພັກ​ເຊົາ​ເກີນ​ກຳ­ນົດ 90 ວັນ, ຈະ​ຖືກ​ຫ້າມ​ເຂົ້າ​ຣາ​ຊະ​ອາ­ນາ­ຈັກ​ເປັນ​ໄລ­ຍະ​ເວລາ 1 ປີ ນັບ​ແຕ່​ວັນ​ທີ່​ຜູ້­ກ່ຽວ​ຖືກ​ສົ່ງ​ຕົວກັບ​ປະ­ເທດ, ຜູ້​ພັກ​ເຊົາ​ເກີນ​ກຳ­ນົດ 1 ປີ ຈະ​ຖືກ​ຫ້າມ​ເຂົ້າ​ຣາ​ຊະ​ອາ­ນາ­ຈັກ​ເປັນໄລ­ຍະ​ເວ­ລາ 3 ປີ ນັບ​ແຕ່​ວັນ​ທີ່​ຜູ້­ກ່ຽວ​ຖືກ​ສົ່ງ​ຕົວ​ກັບ​ປະ­ເທດ, ຜູ້​ພັກ​ເຊົາ​ເກີນ​ກຳ­ນົດ 3 ປີ ຈະ​ຖືກ​ຫ້າມ​ເຂົ້າ​ຣາ​ຊະ​ອາ­ນາ­ຈັກ ເປັນ​ໄລ­ຍະ​ເວ­ລາ 5 ປີ ນັບ​ແຕ່​ວັນ​ທີ່​ຜູ້ກ່ຽວ​ຖືກ​ສົ່ງ​ຕົວ​ກັບ​ປະ­ເທດ,  ຜູ້​ພັກ​ເຊົາເກີນ​ກຳ­ນົດ 5 ປີ ຈະ​ຖືກ​ຫ້າມ​ເຂົ້າ​ຣາ​ຊະອາ­ນາ­ຈັກ​ເປັນ​ໄລ­ຍະ​ເວ­ລາ 10 ປີ ນັບ ແຕ່​ວັນ​ທີ່​ຜູ້­ກ່ຽວ​ຖືກ​ສົ່ງ​ຕົວ​ກັບ​ປະ­ເທດ.

  1. ກໍ­ລະ­ນີ​ຄົນ​ຕ່າງ​ດ້າວ​ພັກ​ເຊົາ​ຢູ່ ໃນ​ຣາ​ຊະ​ອາ­ນາ­ຈັກ​ໄທ​ເກີນ​ກຳ­ນົດ​ການອະ­ນຸ­ຍາດ​ຖືກ​ເຈົ້າ​ໜ້າ­ທີ່​ຈັບ​ກຸມ ແລະ​ດຳເນີນ​ຄະ­ດີ​ຄື: ຜູ້​ພັກ​ເຊົາ​ເກີນ​ກຳ­ນົດ 1 ປີ ຈະ​ຖືກ​ຫ້າມ​ເຂົ້າ​ຣາ​ຊະ​ອາ­ນາ­ຈັກ ເປັນ​ໄລຍະ​ເວ­ລາ 5 ປີ ນັບ​ແຕ່​ວັນ​ທີ່​ຜູ້­ກ່ຽວ​ຖືກ​ສົ່ງຕົວ​ກັບ​ປະ­ເທດ, ຜູ້​ພັກ​ເຊົາ​ເກີນ​ກຳ­ນົດ 5 ປີ ຈະ​ຖືກ​ຫ້າມ​ເຂົ້າ​ຣາ​ຊະ​ອາ­ນາ­ຈັກ​ເປັນໄລ­ຍະ​ເວ­ລາ 10 ປີ ນັບ​ແຕ່​ວັນ​ທີ່​ຜູ້­ກ່ຽວ​ຖືກ​ສົ່ງ​ຕົວ​ກັບ​ປະ­ເທດ.

ຢ່າງ­ໃດ​ກໍ​ຕາມ ກ່ອນ​ຄຳ​ສັ່ງ​ສະ­ບັບ​ນີ້​ຈະ​ມີ​ຜົນ​ບັງ­ຄັບ​ໃຊ້​ທາງ​ການ​ໄທ​ກໍ​ໄດ້ປະ­ຊາ­ສຳ­ພັນ​ໃຫ້​ຄົນ​ຕ່າງ​ດ້າວ​ທີ່​ພັກ​ເຊົາໃນ​ຣາ​ຊະ​ອາ­ນາ­ຈັກ​ເກີນ​ກຳ­ນົດ​ການ​ອະ­ນຸຍາດ​ເຂົ້າ​ມາ​ມອບ​ຕົວ​ຕໍ່​ເຈົ້າ​ໜ້າ­ທີ່​ປະ­ຈຳດ່ານ​ຕຳ­ຫຼວດ​ກວດ​ຄົນ​ເຂົ້າ​ເມືອງ (ທາງ ບົກ, ທາງ­ນໍ້າ ແລະ​ທາງ​ອາ­ກາດ) ໂດຍໃຫ້​ເສຍ​ຄ່າ​ປັບ​ໃໝ​ໃນ​ກໍ­ລະ­ນີ​ຢູ່​ເກີນ​ກຳນົດ​ວັນ​ລະ 500 ບາດ, ຊຶ່ງ​ສູງ​ສຸດ​ຄ່າປັບ​ໃໝ​ຈະ​ບໍ່­ເກີດ 20 ພັນ​ບາດ​ຕາມ​ກົດໝາຍ​ຂອງ​ໄທ​ກຳ­ນົດ​ໄວ້​ແລ້ວ​ຈຶ່ງ​ຖືກ​ສົ່ງກັບ​ຄືນ​ປະ­ເທດ​ເດີມ.

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...