Homeມຸມຂ່າວ AECເຄັດລັບ ຫັດຖະກຳອາຊຽນ ໄປສູ່ຕະຫຼາດໂລກ

ເຄັດລັບ ຫັດຖະກຳອາຊຽນ ໄປສູ່ຕະຫຼາດໂລກ

Published on

 ງານ​ຫັດ­ຖະ­ກຳ​ພື້ນ­ເມືອງ​ຂອງ​ກຸ່ມ​ສະ­ມາ­ຊິກ​ອາ​ຊຽນ ມີ​ຈຸດ​ເດັ່ນ​ຢູ່​ທີ່​ເອ­ກະ­ລັກ​ສະ­ເພາະ​ຂອງ​ແຕ່​ລະ​ທ້ອງ­ຖິ່ນ ແລະເປັນ​ທີ່​ສົນ­ໃຈ​ຂອງ​ຜູ້​ບໍ­ລິ­ໂພກ​ລະ­ດັບ​ໂລກ ນັກ​ອອກ​ແບບ​ທີ່​ມີ​ຜົນ­ງານ​ໂດ່ງ​ດັງ.

     ຜ້າ​ບາ​ຕິກ​ຍ້ອມ​ສີ​ຄາມ​ລາຍ​ດອກ​ໄມ້​ຈາກ​ອິນ​ໂດ​ເນ​ເຊຍ, ຜ້າ​ມັດ​ໝີ່​ຍ້ອມ​ສີ ເລົ່າ​ເລື່ອງ​ພະ​ເວດ​ສັນ​ດອນ​ຈາກ​ກຳ­ປູ­ເຈຍ, ຜ້າ​ຈົກ ແລະ ຜ້າ​ຄິດ​ຈາກ​ສປປ ລາວ, ຜ້າ​ແຕ່​ລະ​ຜືນ​ໃນ​ງານ​ເທດ­ສະ­ການ​ສີ​ລະ​ປະ​ນາ­ນາ​ຊາດ ລ້ວນ​ແຕ່​ສະ­ທ້ອນ​ເອ­ກະ­ລັກ​ຂອງ​ຫັດ­ຖະ­ກຳ​ອາ​ຊຽນ ເພື່ອ​ເປັນ​ໄອ​ເດຍ​ໃຫ້​ແກ່​ຜູ້​ປະ­ກອບ​ການ​ຮຸ່ນ​ໃໝ່​ໃຫ້​ສາ­ມາດ​ຕໍ່​ຍອດ​ພັດ­ທະ­ນາ​ງານ​ຫັດ­ຖະ­ກຳ​ໃຫ້​ມີ​ຄວາມ​ໂດດ​ເດັ່ນ​ສ້າງ​ໂອ­ກາດ​ທາງ​ການ​ຄ້າ​ຫຼາຍ​ຂຶ້ນ, ການ​ແຕ້ມ​ກວດ­ແກ້ວ ໃຊ້​ສີ​ອະ​ຄຣິ​ລິກ​ແຕ້ມ​ຈາກ​ດ້ານ​ໃນ​ກວດ­ແກ້ວ​ຕ້ອງ​ໄດ້​ໃຊ້​ສະ­ມາ­ທິ ແລະ ຄວາມ​ອົດ­ທົນ​ສູງ ຜູ້​ຊ່ຽວ­ຊານ​ດ້ານ​ການ​ແຕ້ມ​ແກ້ວ​ເປັນ​ສີ​ລະ​ປິນ​ຊາຍ​ດຽວ​ໃນ​ມຽນ​ມາ​ທີ່​ເຮັດ​ວຽກ​ໃນ​ດ້ານ​ນີ້, ອາ​ຊຽນ​ມີ​ຫັດ­ຖະ­ກຳ​ທີ່​ປາ­ນີດ​ຫຼາກ​ຫຼາຍ ແລະ ເປັນ​ແຫຼ່ງ ຜະ­ລິດ​ສິນ­ຄ້າ​ງານ​ຝີ​ມື​ອອກ​ສູ່​ຕະ­ຫຼາດ​ໂລກ ລວມ​ທັງ​ມີ​ຜູ້​ອອກ​ແບບ​ຊື່​ດັງ​ໜຶ່ງ​ໃນ​ນັ້ນ​ຄື ທ່ານ ເຄນ​ເນດ ໂຄ​ບອນ​ພອຍ ຜູ້​ອອກ​ແບບ ເຟີ​ນີ​ຈີ ຊາວ​ຟິ​ລິບ​ປິນ​ທີ່​ມີ​ລູກ​ຄ້າ​ເປັນ​ກາ​ຣາ​ຮອນ​ລີ​ວູດ​ສ້າງ­ສັນ​ຜົນ­ງານ​ຈາກ​ສິ່ງ​ທີ່​ພົບ​ເຫັນ​ຮອບ​ຕົວ. ທ່ານ ຊິງ​ກິ ຄາ​ຣ​ໂຕ​ໂນ ຜູ້​ອອກ​ແບບ​ຈາກ​ອິນ​ໂດ​ເນ​ເຊຍ​ເຈົ້າ​ຂອງ​ຍີ່­ຫໍ້ magno ຜະ­ລິດ​ສິນ­ຄ້າ​ຈາກ​ໄມ້​ເນັ້ນ​ຄວາມ​ລຽບ​ງ່າຍ ແລະສີ­ມື​ດີ ທ່ານ ຊິງ​ກິ ເປັນ​ຜູ້­ນຳ​ງານ​ຫັດ­ຖະ­ກຳ​ມາ​ສ້າງ​ເປັນ​ລະ­ບົບ​ທຸ­ລະ​ກິດ​ທີ່​ຍືນ​ຍົງ​ໃນ​ຊຸມ​ຊົນ​ໃຫ້​ຊາວ­ບ້ານ​ມີ​ວຽກ​ເຮັດ ພ້ອມ​ກັນ​ນັ້ນ​ກໍ່ປູກ​ປ່າ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ທົດ​ແທນ​ຊັບ­ພະ­ຍາ­ກອນ​ທີ່​ໃຊ້​ໄປ ຊຶ່ງ​ແນວ​ຄິດ​ນີ້​ເໝາະ​ກັບ​ປະ­ເທດ​ໃນ​ອາ​ຊຽນ​ທີ່​ສ່ວນ​ໃຫຍ່​ໂຄງ​ສ້າງ​ທາງ​ສັງ­ຄົມ​ມີ​ຮາກ​ຖານ​ຈາກ​ຄວາມ​ເປັນ​ຊຸມ​ຊົນ​ທ້ອງ­ຖິ່ນ.

ງານ​ຫັດ­ຖະ­ກຳ ແລະ ການ​ອອກ​ແບບ​ຜົນ­ງານ​ໃຫ້​ຂາຍ​ໄດ້​ໃນ​ຕະ­ຫຼາດ​ທົ່ວ​ໂລກ​ບໍ່​ແມ່ນ​ເລື່ອງ​ໃໝ່​ສຳ­ລັບ​ອາ​ຊຽນ ຫາກ​ແຕ່​ເຮັດ​ແນວ­ໃດ​ໃຫ້​ຈະ​ສ້າງ​ຍີ່​ຫໍ້​ໃຫ້​ເປັນ​ທີ່​ຍອມ­ຮັບ ແລະ ໃຫ້​ຄຸນ­ຄ່າ​ກັບ​ທຸ­ລະ​ກິດ ເພື່ອ​ຊຸມ​ຊົນ​ທີ່​ຍືນ​ຍົງ​ເປັນ​ເລື່ອງ​ສຳ­ຄັນ​ກວ່າ​ໃນ​ຍຸກ​ໃຜໆ​ກໍ່​ຜະ­ລິດ ແລະ ສ້າງ​ຈຸດ​ເດັ່ນ​ໃຫ້​ກັບ​ສິນ­ຄ້າ​ຕົນ​ເອງ(ຕາມ​ຂ່າວ​ຕ່າງ­ປະ­ເທດ).

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...