spot_img
Homeຂ່າວພາຍ​ໃນການແຂ່ງຂັນກີລາຕີດອກປີກໄກ່ ສໍາລັບພະນັກງານລັດຖະກອນ ເພື່ອຊີງຂັນເຈົ້າຄອງນະຄອນຫຼວງວຽງຈັນ

ການແຂ່ງຂັນກີລາຕີດອກປີກໄກ່ ສໍາລັບພະນັກງານລັດຖະກອນ ເພື່ອຊີງຂັນເຈົ້າຄອງນະຄອນຫຼວງວຽງຈັນ

Published on

ເພື່ອຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ໂດຍສະເພາະແມ່ນຄໍານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 61 ປີ ແລະ ຄໍານັບຊົມເຊີຍຜົນສໍາເລັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ນະຄອນຫຼວງວຽງຈັນ ໃຫ້ມີບັດຍາກາດເປັນຂະບວນຟົດຟື້ນ ດັ່ງນັ້ນ ອົງການປົກຄອງນະຄອນຫຼວງວຽງຈັນ ມອບໃຫ້ສະຫະພັນດອກປີກໄກ່ນະຄອນຫຼວງວຽງຈັນ ຮ່ວມກັບ ບັນດາອົງການຈັດຕັ້ງທາງສັງຄົມທັງພາກລັດ ແລະ ເອກະຊົນ ຈັດກິດຈະກໍາແຂ່ງຂັນກີລາຕີດອກປີກໄກ່ ປະຈໍາ 2016 ຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຂຶ້ນໃນວັນທີ 24-25 ມີນາ 2016 ທີ່ສະໂມສອນດອກປີກໄກ່ບຶງຂະຫຽອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ຄໍາສະຫວັນ ໂຄດໄຊ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນ ຫຼວງວຽງຈັນ ທັງເປັນຮອງປະທານສະມາຄົມກີລາ-ກາຍະກໍາ ນະຄອນຫຼວງ ມີຜູ້ຕາງໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ບັນດາຄະນະສະຫະພັນ ຄະນະກໍາມະການຮັບຜິດຊອບການຈັດງານແຂ່ງຂັນ ບັນດາຄູເຝິກ ແລະ ນັກກີລາທີ່ເປັນພະນັກງານ ລັດຖະກອນສັງກັດພະແນກການ ອົງການຈັດຕັ້ງທາງສັງຄົມຕ່າງໆພາຍໃນ 9 ໂຕເມືອງອ້ອມຂ້າງນະຄອນຫຼວງວຽງຈັນ ພ້ອມດ້ວຍກອງເຊຍເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານຫົວໜ້າສະຫະພັນດອກປີກໄກ່ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ ການຈັດການແຂ່ງຂັນໃນຄັ້ງນີ້ ນອກ ຈາກເປັນການຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ຂອງພັກແລ້ວ ຍັງເປັນການສ້າງໂອກາດໃຫ້ທຸກພາກ ສ່ວນມີຄວາມສາມັກຄີຮັກແພງ ແລກປ່ຽນ ຖອດຖອນບົດຮຽນເຊິ່ງກັນແລະກັນ ພາຍໃນພະນັກງານ ລັດຖະກອນທີ່ສັງກັດອົງການຈັດຕັ້ງຕ່າງໆ ແລະ ເປັນການຫຼິ້ນກີລາເຮັດໃຫ້ສຸຂະພາບແຂງແຮງ ເຊິ່ງການແຂ່ງຂັນດັ່ງກ່າວປະກອບມີ 59 ທີມ ແບ່ງອອກເປັນ 4 ສາຍຄື ສາຍ VIP ອາຍຸ 40 ປີຂຶ້ນໄປ ຊາຍ-ຍິງ ສາຍຄູ່ປະສົມຍິງ-ຊາຍ ສາຍຍິງດ່ຽວທົ່ວໄປ ແລະ ສາຍຊາຍດ່ຽວທົ່ວໄປ ສໍາລັບ ລາງວັນອັນດັບທີ 1 ຂອງແຕ່ລະສາຍຈະໄດ້ຮັບຂັນເງິນນໍ້າໜັກ 1 ກິໂລກຣາມ 1 ໜ່ວຍ ແລະ ເງິນສົດ 2 ລ້ານກີບ ອັນດັບທີ 2 ຈະໄດ້ຮັບຂັນເງິນນໍ້າໜັກ 0,5 ກິໂລກຣາມ ແລະ ເງິນສົດ 1 ລ້ານກີບ ອັນດັບ 3 ຈະໄດ້ຮັບຂັນເງິນນໍ້າໜັກ 300 ກຣາມ ແລະ ເງິນສົດ 8 ແສນກີບ ແລະ ອັນດັບທີ 4 ເງິນສົດ 5 ແສນກີບ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...