Homeຂ່າວທ້ອງຖິ່ນລາວເປັນປະເທດທີ່ມີອັດຕາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຕ່ຳ

ລາວເປັນປະເທດທີ່ມີອັດຕາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຕ່ຳ

Published on

ໃນພິທີເຜີຍແຜ່ບົດລາຍງານຜົນສຳຫຼວດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນລາວ ເມື່ອມໍ່ໆມານີ້, ຜູ້ຕ່າງໜ້າອົງການສະຫະປະຊາຊາດກອງທືນສຳລັບປະຊາກອນປະຈຳພາກພື້ນເປີດເຜີຍວ່າ: ຕາມຜົນສຳຫຼວດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນບັນດາປະເທດພາກພື້ນຊີ້ໃຫ້ເຫັນວ່າລາວເປັນປະເທດທີ່ມີອັດຕາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຕ່ຳຖ້າທຽບໃສ່ບັດນດາປະເທດເຫຼົ່ານັ້ນ,ແຕ່ກໍຍັງບໍ່ແມ່ນຢູ່ໃນລະດັບຕ່ຳທີ່ສຸດໃນພາກພື້ນ ແລະ ໂດຍລວມແລ້ວເຫັນວ່າລະດັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຢູ່ໃນລາວ ມັນບໍ່ຮ້າຍແຮງຈົນເກີນໄປຖ້າທຽບໃສ່ບາງປະເທດໃກ້ຄຽງ ແລະ ຄວາມຮັບຮູ້ໃນສິດຂອງແມ່ຍິງໃນປັດຈຸບັນກໍມີຫຼາຍຂຶ້ນ, ເຮັດໃຫ້ເຂົາເຈົ້າກ້າເວົ້າໃນສິ່ງທີ່ເຂົາເຈົ້າປະສົບໃນຊີວິດ, ຊຶ່ງຖືເປັນສັນຍານທີ່ດີຕໍ່ແມ່ຍິງຫຼາຍ

ຂຶ້ນ, ແຕ່ເຖິງແນວໃດກໍດີ, ສິ່ງສຳຄັນແມ່ນ ສປປ ລາວ ຈະຕ້ອງໃຊ້ຂໍ້ມູນໃນການສຳຫຼວດຄັ້ງນີ້ເພື່ອສ້າງຄວາມປ່ຽນແປງໃນທາງບວກ, ກໍຄືການລົບລ້າງທຸກຮູບແບບຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃຫ້ຫຼຸດໜ້ອຍຖອຍລົງເທື້ອລະກ້າວ.

ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນປະຈຳພາກພື້ນໃຫ້ຮູ້ອີກວ່າ: ການສຳຫຼວດຄວາມຮຸນແຮງຕໍ່ແມ່ຍິງເຖິງວ່າຈະເປັນວຽກໜັກໜ່ວງ, ແຕ່ມັນເປັນຂໍ້ມູນທີ່ສຳຄັນຫຼາຍຕໍ່ແມ່ຍິງໃນປະເທດ, ໂດຍສະເພາະແມ່ນຜົນການສະຫຼວດຈະສະທ້ອນໃຫ້ສິ່ງທີ່ເຮົາຈະຕ້ອງໄດ້ແກ້ໄຂ ແລະ ນຳໄປປັບປຸງຊີວິດຂອງເຂົາເຈົ້າ.

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...