Homeຂ່າວທ່ອງທ່ຽວສວນຊາ 400 ປີ ແຂວງຜົ້ງສາລີ ສວນຊາ 400 ປີ ແຂວງຜົ້ງສາລີ ຂ່າວທ່ອງທ່ຽວ Published on 22/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 3578 ທ່ອງທ່ຽວກັບລາວໂພສຕ໌ວັນນີ້ພວກເຮົາຍັງຢູ່ພາກເໜືອເຊັ່ນເຄີຍ ແລະ ໄດ້ຫວນກັບມາທີ່ແຂວງ ຜົ້ງສາລີ ອີກຄັ້ງ ເມື່ອກ່ອນເຮົາໄດ້ພາທຸກທ່ານໄປຮູ້ຈັກສະຖານທີ່ສັກສິດຂອງເມືອງຜົ້ງສາລີ ຄື ພະທາດພູຟ້າ ມາແລ້ວ ແລະ ມື້ນີ້ພວກເຮົາກໍ່ບໍ່ພາດທີ່ຈະພາທຸກທ່ານມາຮູ້ຈັກອີກໜຶ່ງສະຖານທ່ອງທ່ຽວທີ່ສຳຄັນຂອງແຂວງຜົ້ງສາລີ. ໃຜມາທ່ຽວຜົ້ງສາລີນອກຈາກຈະໄປທ່ຽວພະທາດພູ, ວັດຫຼວງອູເໜືອ, ເມືອງຍອດອູ ແລ້ວກໍ່ຢ່າລືມມາທ່ຽວທີ່ບ້ານກໍ ໝູ່ບ້ານທີ່ມີສວນຊາອາຍຸເຖິງ 400 ກ່ວາປີ. Teepflückerin der Phunoy Ethnie pflückt Teeblätter in den Kronen alter Teebäume, Ban Komaen, Phongsali Provinz, Laos ບ້ານກໍແມ່ນ ເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງຜົ້ງສາລີ, ເປັນບ້ານທີ່ມີປະຫັວດ ການປຸກຊາລ້ຽງຊີບມາແຕ່ດຶກດຳບັນ, ເຊິ່ງເມື່ອກ່ອນ ບ້ານມີຊື່ວ່າ “ບ້ານລຸງຈິງ” ຕາມການບອກເລົ່າຂອງຜູ້ເຖົ້າອາວຸໂສຂອງບ້ານ ໃຫ້ຮູ້ວ່າ ບ້ານກໍແມ່ນ ນັບແຕ່ມື້ສ້າງຕັ້ງມາຮອດປະຈຸບັນໄດ້ 7 ຊົ່ວຄົນແລ້ວ ພ້ອມທັງສະເລ່ຍ ໃສ່ກົກຊາທີ່ປູກ ພ້ອມກັບການສ້າງຕັ້ງບ້ານແມ່ນມີອາຍຸປະມານ 400 ກ່ວາປີແລ້ວ. ສະນັ້ນ ຊາວເມືອງຈຶ່ງເອີ້ນກັນວ່າ “ກົກຊາ 400 ປີ” ຈົນເທົ່າທຸກມື້ນີ້, ໃນປະຈຸບັນນີ້ ການປູກຊາ, ຂາຍຊາ ເປັນອາຊິບຕົ້ນຕໍ ແລະ ຊາ 400 ກ່ວາປີ ມີປະມານ 32.25 ເຮັກຕາ, ລວມມີກົກຊາ 48.373 ກົກ, ເປັນກົກຊາ ທີ່ມີອາຍຸຍາວແຫ່ງດຽວຢູ່ ສປປ ລາວ, ເຊິ່ງມີໄລຍະຫ່າງຈາກເທດສະບານແຂວງ 15 ກິໂລແມັດ ນອກຈາກທ່ານຈະໄດ້ທ່ຽວຊົມສວນຊາ 400 ປີ ທີ່ມີຂະໜາດກ້ວາງຍາວຈົນສຸດສາຍຕາທ່ານ ແລ້ວທ່ານກໍ່ຍັງໄດ້ເຫັນລີລາການເກັບໃບຊາຂອງຊາວບ້ານທີ່ບອກໄດ້ເລີຍວ່າມັນບໍ່ທຳມະດາຄືການເກັບໃບຊາຈາກແຫ່ງອື່ນໆ ເພາະມັນມີບ່ອນນີ້ບ່ອນດຽວເທົ່ານັ້ນ. ການທ່ອງທ່ຽວຍັງບໍ່ສິ້ນສຸດ ແຕ່ມື້ໜ້າພວກເຮົາຈະພາທຸກທ່ານໄປທ່ຽວທາງໃດນັ້ນ ຢ່າລືມຕິດຕາມກັນຕໍ່ໄປເດີ້!!! ແຫລ່ງຂໍ້ມູນຈາກ: ເວັບໄຊ໌ ໂຕະນ້ຳຊາ Tagsທ່ອງທ່ຽວລາວທ່ອງທ່ຽວແຂວງຜົ້ງສາລີບ້ານກໍ ແຂວງຜົ້ງສາລີສວນຊາ 400 ປີ ແຂວງຜົ້ງສາລີແຂວງຜົ້ງສາລີ ບົດຄວາມຫຼ້າສຸດ ຂ່າວພາຍໃນ ບາດກ້າວໃໝ່! PTT (ລາວ) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ. ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ... 08/07/2026 ຂ່າວພາຍໃນ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ. ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3... 07/07/2026 ຂ່າວພາຍໃນ ສົ່ງ-ມອບຜູ້ຖືກຫາສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ. ກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 174 ຄົນ ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ... 06/07/2026 ຂ່າວພາຍໃນ ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ. ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ... 01/07/2026