spot_img
Home​ຂ່າວທ່ອງທ່ຽວສວນຊາ 400 ປີ ແຂວງຜົ້ງສາລີ

ສວນຊາ 400 ປີ ແຂວງຜົ້ງສາລີ

Published on

ທ່ອງທ່ຽວກັບລາວໂພສຕ໌ວັນນີ້ພວກເຮົາຍັງຢູ່ພາກເໜືອເຊັ່ນເຄີຍ ແລະ ໄດ້ຫວນກັບມາທີ່ແຂວງ ຜົ້ງສາລີ ອີກຄັ້ງ ເມື່ອກ່ອນເຮົາໄດ້ພາທຸກທ່ານໄປຮູ້ຈັກສະຖານທີ່ສັກສິດຂອງເມືອງຜົ້ງສາລີ ຄື ພະທາດພູຟ້າ ມາແລ້ວ ແລະ ມື້ນີ້ພວກເຮົາກໍ່ບໍ່ພາດທີ່ຈະພາທຸກທ່ານມາຮູ້ຈັກອີກໜຶ່ງສະຖານທ່ອງທ່ຽວທີ່ສຳຄັນຂອງແຂວງຜົ້ງສາລີ.

ໃຜມາທ່ຽວຜົ້ງສາລີນອກຈາກຈະໄປທ່ຽວພະທາດພູ, ວັດຫຼວງອູເໜືອ, ເມືອງຍອດອູ ແລ້ວກໍ່ຢ່າລືມມາທ່ຽວທີ່ບ້ານກໍ ໝູ່ບ້ານທີ່ມີສວນຊາອາຍຸເຖິງ 400 ກ່ວາປີ.

Teepflückerin der Phunoy Ethnie pflückt Teeblätter in den Kronen alter Teebäume, Ban Komaen, Phongsali Provinz, Laos
Teepflückerin der Phunoy Ethnie pflückt Teeblätter in den Kronen alter Teebäume, Ban Komaen, Phongsali Provinz, Laos

ບ້ານກໍແມ່ນ ເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງຜົ້ງສາລີ, ເປັນບ້ານທີ່ມີປະຫັວດ ການປຸກຊາລ້ຽງຊີບມາແຕ່ດຶກດຳບັນ, ເຊິ່ງເມື່ອກ່ອນ ບ້ານມີຊື່ວ່າ “ບ້ານລຸງຈິງ” ຕາມການບອກເລົ່າຂອງຜູ້ເຖົ້າອາວຸໂສຂອງບ້ານ ໃຫ້ຮູ້ວ່າ ບ້ານກໍແມ່ນ ນັບແຕ່ມື້ສ້າງຕັ້ງມາຮອດປະຈຸບັນໄດ້ 7 ຊົ່ວຄົນແລ້ວ ພ້ອມທັງສະເລ່ຍ ໃສ່ກົກຊາທີ່ປູກ ພ້ອມກັບການສ້າງຕັ້ງບ້ານແມ່ນມີອາຍຸປະມານ 400 ກ່ວາປີແລ້ວ.

ສະນັ້ນ ຊາວເມືອງຈຶ່ງເອີ້ນກັນວ່າ “ກົກຊາ 400 ປີ” ຈົນເທົ່າທຸກມື້ນີ້, ໃນປະຈຸບັນນີ້ ການປູກຊາ, ຂາຍຊາ ເປັນອາຊິບຕົ້ນຕໍ ແລະ ຊາ 400 ກ່ວາປີ ມີປະມານ 32.25 ເຮັກຕາ, ລວມມີກົກຊາ 48.373 ກົກ, ເປັນກົກຊາ ທີ່ມີອາຍຸຍາວແຫ່ງດຽວຢູ່ ສປປ ລາວ, ເຊິ່ງມີໄລຍະຫ່າງຈາກເທດສະບານແຂວງ 15 ກິໂລແມັດ 

ນອກຈາກທ່ານຈະໄດ້ທ່ຽວຊົມສວນຊາ 400 ປີ ທີ່ມີຂະໜາດກ້ວາງຍາວຈົນສຸດສາຍຕາທ່ານ ແລ້ວທ່ານກໍ່ຍັງໄດ້ເຫັນລີລາການເກັບໃບຊາຂອງຊາວບ້ານທີ່ບອກໄດ້ເລີຍວ່າມັນບໍ່ທຳມະດາຄືການເກັບໃບຊາຈາກແຫ່ງອື່ນໆ ເພາະມັນມີບ່ອນນີ້ບ່ອນດຽວເທົ່ານັ້ນ.

ການທ່ອງທ່ຽວຍັງບໍ່ສິ້ນສຸດ ແຕ່ມື້ໜ້າພວກເຮົາຈະພາທຸກທ່ານໄປທ່ຽວທາງໃດນັ້ນ ຢ່າລືມຕິດຕາມກັນຕໍ່ໄປເດີ້!!!

ແຫລ່ງຂໍ້ມູນຈາກ: ເວັບໄຊ໌ ໂຕະນ້ຳຊາ

 

 

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...