spot_img
Homeຂ່າວທ້ອງຖິ່ນວາງພວງມາລາ ລະນຶກວັນນັກຮົບເສຍອົງຄະ ແລະ ສະຫຼະຊີວິດເພື່ອຊາດ ຄົບຮອບ 70 ປີ

ວາງພວງມາລາ ລະນຶກວັນນັກຮົບເສຍອົງຄະ ແລະ ສະຫຼະຊີວິດເພື່ອຊາດ ຄົບຮອບ 70 ປີ

Published on

ເນື່ອງ​ໃນ​ໂອກາດລະນຶກ​ວັນນັກຮົບ​ເສຍ​ອົງຄະ ແລະ ສະຫຼະ​ຊີວິດ​ເພື່ອ​ປະເທດ​ຊາດ ຄົບຮອບ 70 ປີ (21 ມີນາ 1946-21 ມີນາ 2016) ໃນ​ວັນ​ທີ 19 ມີນາ 2016 ບັນດາ​ການ​ນຳ​ພັກ-ລັດ ແຫ່ງ ​ສປປ ລາວ ໄດ້​ເຂົ້າ​ວາງ​ພວງ​ມາລາ ທີ່​ສຸສານ​ນັກຮົບ​ປະຕິວັດ (ຫຼັກ 24) ອົງ​ການຈັດຕັ້ງ​ພັກ ນຳ​ໂດຍ​ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ກຳ​ມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຜູ້​ປະຈຳການ​ຄະນະ​ເລຂາທິການສູນ​ກາງ​ພັກ ປະຊາຊົນ​ປະຕິວັດລາວ ຮອງ​ນາຍົກລັດຖະມົນຕີ ກຳລັງ​ປ້ອງ​ກັນ​ຊາດ ນຳ​ໂດຍທ່ານ ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ລັດ​ຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນປະເທດ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ນຳ​ໂດຍ ພົນ​ຕີ ສົມ​ແກ້ວ ສີ​ລາ​ວົງ ເລຂາທິການ​ສູນ​ກາງພັກ ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ ນິຕິ​ບັນຍັດ ແລະ ບັນດາ​ກະຊວງ​ອົງການນຳ​ໂດຍທ່ານ ​ດຣ. ໄຊ​ສົມ​ພອນ ພົມວິຫານ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ປະທານສະພາ​ແຫ່ງ​ຊາດ ທ່ານ ​ດຣ. ສອນ​ໄຊ ສີ​ພັນ​ດອນ ກຳມະການກົມ​ການເມືອງ​ສູນ​ກາງ​ພັກ ລັດຖະ​ມົນຕີ ຫົວໜ້າ​ຫ້ອງ​ວ່າການລັດຖະບານ ອົງ​ການຈັດຕັ້ງ​ນະຄອນ​ຫຼວງ​ວຽງ​ຈັນ ແລະ ອົງການຈັດຕັ້ງ​ມະຫາຊົນ ຂົງເຂດເສດຖະກິດ ແລະ ວັດທະນະທຳ-ສັງຄົມ ຕາມ​ລຳດັບ.

ການ​ວາງ​ພວງມາລາ​ໃນ​ຄັ້ງນີ້ ເພື່ອ​ເປັນ​ການສະແດງ​ເຖິງຄວາມ​ເຄົາລົບ​ຮັກ ຄວາມ​ກະ​ຕັນຍູ​ຮູ້​ບຸນຄຸນເຖິງ​ຄຸນງາມຄວາມດີ ນ້ຳໃຈ​ຕໍ່ສູ້​ເດັດດ່ຽວ​ຢ່າງ​ພິລະອາດ​ຫານ ແລະ ບໍ່​ຍອມ​ຈຳນົນຂອງ​ບັນ​ພະ​ບູ​ລຸດ​ລາວ ກໍ່​ຄື​ບັນດານັກຮົບ​ປະຕິວັດ ທີ່​ໄດ້​ເສຍສະຫຼະເລືອດ​ເນື້ອ​ເພື່ອ​ປະເທດ​ຊາດ ແລະ ປະຊາຊົນ​ຢ່າງ​ອົງອາດ​ກ້າຫານ ເຊິ່ງ​ຄຸນງາມຄວາມດີ ແລະ ຜົນງານ​ອັນ​ໃຫຍ່​ຫຼວງ​ດັ່ງກ່າວ ແມ່ນ​ໄດ້​ຖືກ​ຈາລຶກ​ໄວ້​ໃນ​ປະຫວັດສາດ ແລະ ຊີວິດ​ຈິດໃຈ​ຂອງ​ທົ່ວປວງ​ຊົນ​ລາວ​ທັງ​ຊາດ ຕະຫຼອດກາລະ​ນານ.

ແຫລ່ງຂ່າວຈາກ: SPC Systems

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...