Homeຂ່າວທ່ອງທ່ຽວໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ຂ່າວທ່ອງທ່ຽວ Published on 18/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 2237 ທ່ອງທ່ຽວກັບລາວໂພສຕ໌ ວານນີ້ເຮົາໄດ້ໄປທ່ຽວຖ້ຳທ່ານປະທານໄກສອນ ພົມວິຫານ ທີ່ເມືອງວຽງໄຊ ແຂວງ ຫົວພັນມາແລ້ວ ມື້ນີ້ເຮົາຈະພາທຸກທ່ານໄປທ່ຽວ “ໝູ່ບ້ານຊ້າງ” ແຂວງຫຼວງພະບາງ ເຖິງຊື່ສຽງຂອງ “ໝູ່ບ້ານຊ້າງ” ອາດຈະບໍ່ໂດ່ງດັງເທົ່າສະຖານທີ່ຕ່າງໆໃນຫຼວງພະບາງ ເຊັ່ນ: ຕາດກວາງຊີ,ວັດພູສີ… ແລະ ບາງຄົນອາດຈະຮູ້ຈັກ, ບາງຄົນອາດຈະບໍ່ຮູ້ກໍ່ຕາມ ແຕ່ຖ້າໄດ້ມາທ່ຽວຫຼວງພະບາງແລ້ວ ຫາກທ່ານມີເວລາພໍກໍ່ຄວນລອງມາທ່ຽວທີ່ “ໝູ່ບ້ານຊ້າງ” ແລ້ວທ່ານຈະຮູ້ວ່າ ຫຼວງພະບາງມີຫຼາຍຢ່າງກ່ວາທີ່ທ່ານຄິດ. “ໝູ່ບ້ານຊ້າງ” ຕັ້ງຢູ່ທີ່ບ້ານຊຽງລ້ອມ ໃຊ້ເສັ້ນທາງດຽວກັນກັບທາງໄປບ້ານຜານົມ ໄລຍະທາງປະມານ 15 ກິໂລແມັດ ສຳລັບການເດີນທາງທ່ານສາມາດນຳລົດສ່ວນຕົວໄປເອງ, ໄປນຳກລຸບທົວ ຫຼື ຈະເມົາລົດຮັບຈ້າງໃນຕົວເມືອງຫຼວງພະບາງໄປກໍ່ໄດ້ ສ່ວນລາຄາແມ່ນຕໍ່ລອງກັນເອງ. ເຖິງຈະເດີນທາງໄກແນ່! ແຕ່ຂໍບອກເລີຍວ່າຄຸ້ມຄ່າ ເພາະທ່ານຈະໄດ້ມີຄວາມຮູ້ສຶກຕື່ນເຕັ້ນເມື່ອເວລາໄດ້ຂຶ້ນຂີ່ຊ້າງເລາະຊົມທິວທັດທຳມະຊາດທີ່ສວຍງາມລຽບແຄມນ້ຳຄານ ພ້ອມຮັບສາຍລົມເຢັນໆທີ່ພັດຜ່ານ ແລະ ຍັງໄດ້ຊົມການສະແດງຂອງຊ້າງທີ່ແສນຮູ້… ຂໍເລົ່າວ່າຊ້າງໜ້າຮັກສຸດໆ. “ຊ້າງ” ເປັນສັດທີ່ປະເສີດເປັນສັດໃນຕຳນານຂອງລາວເຮົາ ດັ່ງນັ້ນທຸກຄົນຈົ່ງຢ່າທຳຮ້າຍ, ຢ່າຂ້າຊ້າງເພື່ອຕັດເອົາງາມັນໄປ ແລະ ອື່ນໆ ຂໍໃຫ້ຊ່ວຍກັນອະນຸລັກຮັກສາຊ້າງລາວໄວ້ເພື່ອຄົນລຸ້ນລູກຫຼານຈະໄດ້ມີຊ້າງໄວ້ເບິ່ງ. ຮຽບຮຽງເລື່ອງໂດຍ: ລາວໂພສຕ໌ ຂໍ້ມູນຈາກ: ທ່ອງທ່ຽວ ແຂວງຫຼວງພະບາງ. Tagsທ່ອງທ່ຽວລາວໝູ່ບ້ານຊ້າງໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ບົດຄວາມຫຼ້າສຸດ ຂ່າວພາຍໃນ ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC) ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ... 16/11/2026 ຂ່າວພາຍໃນ ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ... 16/11/2026 ຂ່າວພາຍໃນ ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ. ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ... 13/11/2026 ຂ່າວພາຍໃນ ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ... 12/11/2026