spot_img
Homeຂ່າວພາຍ​ໃນລາວກັບຈີນ ຕົກລົງ ທີ່ຈະເລັ່ງລັດ ແຜນການກໍ່ສ້າງ ທາງລົດໄຟ ຄວາມໄວສູງ ໃນລາວ

ລາວກັບຈີນ ຕົກລົງ ທີ່ຈະເລັ່ງລັດ ແຜນການກໍ່ສ້າງ ທາງລົດໄຟ ຄວາມໄວສູງ ໃນລາວ

Published on

ຜູ້ນຳ ລັດຖະບານລາວກັບຈີນ ຕົກລົງ ທີ່ຈະເລັ່ງລັດ ໃຫ້ມີການເຈລະຈາທະວິພາຄີ ເພື່ອຕົກລົງກັນ ກ່ຽວກັບແຜນການ ກໍ່ສ້າງ
ທາງລົດໄຟຄວາມໄວສູງ ໃນລາວໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.

ການຢືນຢັນ ຢ່າງໜັກແໜ້ນ ວ່າຈະເລັ່ງລັດ ໃຫ້ມີການເຈລະຈາ ແບບທະວິພາຄີ ເພື່ອຕົກລົງກັນກ່ຽວກັບແຜນ
ການກໍ່ສ້າງທາງລົດໄຟຄວາມໄວສູງໃນລາວເພື່ອເຊື່ອມຕໍ່ກັບຈີນໄດ້ມີຂຶ້ນໃນໂອກາດການປະຊຸມສຸດຍອດລະຫວ່າງ
ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ກັບທ່ານຫຼີ ເກີ້ສຽງ ນາຍົກລັດຖະມົນຕີຈີນ ຢູ່ທີ່ເມືອງຊານຫຍາ ມົນ
ທົນໄຫ້ໜານຂອງຈີນ ເມື່ອວັນທີ 8 ເມສາ ທີ່ຜ່ານມານີ້.

ໂດຍການປະຊຸມສຸດຍອດ ລະຫວ່າງ ນາຍົກລັດຖະມົນຕີລາວກັບຈີນ ດັ່ງກ່າວນີ້ ໄດ້ມີຂຶ້ນໃນໂອກາດການເດີນທາງ ໄປຢ້ຽມຢາມປະເທດຈີນຢ່າງເປັນທາງການຂອງນາຍົກລັດຖະມົນຕີລາວ ພ້ອມດ້ວຍຄະນະຕາມການເຊີນຂອງນາຍົກລັດຖະມົນຕີຈີນເພື່ອເຂົ້າຮ່ວມກອງປະຊຸມ ວ່າດ້ວຍ ຄວາມຮ່ວມມືທາງເສດຖະກິດຂອງບັນດາປະເທດໃນພູມິພາກເອເຊຍຊຶ່ງລັດຖະບານຈີນ
ເປັນເຈົ້າພາບຈັດກອງປະຊຸມ.

ແຕ່ຢ່າງໃດກໍຕາມ ການຢືນຢັນ ຮ່ວມກັນຂອງ ນາຍົກລັດຖະມົນຕີ ລາວແລະຈີນ ໃນຄັ້ງລ້າສຸດນີ້ ກໍຍັງຄົງບໍ່ມີ
ຄວາມຊັດເຈນວ່າ ການເຈລະຈາທະວິພາຄີ ດັ່ງກ່າວ ຈະກຳນົດໃຫ້ມີຂຶ້ນ ຢ່າງເປັນທາງການ ເມື່ອໃດ ຫາກແຕ່
ນາຍົກລັດຖະມົນຕີຈີນ ກໍໄດ້ຢືນຢັນວ່າ ການເຈລະຈາລອບໃໝ່ ຈະຕ້ອງກຳນົດຮູບແບບ ຂອງການຮ່ວມມື ທີ່ມີ
ປະສິດທິພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງຍຸດຕິທຳ.ກ່ອນໜ້ານີ້ ນາຍົກລັດຖະມົນຕີຈີນ ກໍໄດ້ໃຫ້ການ ຢືນຢັນ ໃນລັກສະນະດັ່ງກ່າວນີ້ ມາແລ້ວຄັ້ງໜຶ່ງ ໂດຍໄດ້ມີຂຶ້ນ ໃນໂອກາດ ທີ່ ທ່ານ ທອງສິງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມ ງານວາງສະແດງ ສິນຄ້າຈີນ ແລະອາຊ່ຽນ ຢູ່ທີ່ ເມືອງໜານໜິງ
ປະເທດຈີນ ເມື່ອເດືອນສິງຫາ ປີກາຍ ແຕ່ວ່າການ ຢືນຢັນດັ່ງກ່າວຂອງ ນາຍົກລັດຖະມົນຕີຈີນ ກໍບໍ່ໄດ້ໃຫ້ຄວາມຊັດເຈນວ່າ ລັດຖະບານຈີນ ຈະພິຈາລະນາເພື່ອອະນຸມັດເງິນກູ້ຢືມ ມູນຄ່າ 7,000 ລ້ານໂດລ່າ  ໃຫ້ລັດຖະບານລາວ ເມື່ອໃດ ເນື່ອງຈາກລັດຖະ
ບານຈີນ ກຳລັງ ດຳເນີນການລວມ ກະຊວງລົດໄຟເຂົ້າກັບກະຊວງຄົມມະນາຄົມ ແລະຫຼັງຈາກນັ້ນ ຈຶ່ງຈະມີການແຕ່ງຕັ້ງ ຄະນະຮັບຜິດຊອບໃນການສຶກສາຄວາມເປັນໄປໄດ້ຂອງໂຄງການອີກເທື່ອໃໝ່.

ທັງນີ້ກໍເນື່ອງຈາກ ທາງການຈີນເຫັນວ່າ ລົດໄຟຄວາມໄວສູງ ອາດຈະບໍ່ເໝາະສົມກັບສະພາບພູມ ປະເທດໃນລາວ ທີ່ສ່ວນໃຫຍ່ເປັນ ເຂດພູດອຍກັບທັງຍັງອາດຈະບໍ່ສອດຄອງ ກັບການ ພັດທະນາ ເສດຖະກິດ ຂອງລາວອີກດ້ວຍ ເພາະສະນັ້ນທາງການ
ຈີນ ຈຶ່ງໄດ້ສະເໜີ ໃຫ້ມີການປັບປ່ຽນ ຈາກລົດໄຟຄວາມໄວສູງ ເປັນລົດໄຟຄວາມໄວປານກາງ ລະບົບລາງຄູ່ ທີ່ແຍກກັນ ລະຫວ່າງ ຂະບວນໂດຍສານກັບ ຂະບວນຂົນສົ່ງສິນຄ້າ ດັ່ງທີ່ ທ່ານ ສົມສະຫວາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳ ວຽກງານ ດ້ານເສດຖະກິດ ຂອງລັດຖະບານລາວ ໄດ້ໃຫ້ການຢືນຢັນກັບ ວີໂອເອທີ່ນະຄອນວຽງຈັນວ່າ:

“ອິງໃສ່ປະສົບການຂອງຈີນ ຢູ່ເຂດຟູດອຍນີ້ ຄັນຖ້າວ່າ ເຮົາເຮັດຄວາມໄວເກີນໄປນີ້ ປະສິດທິຜົນຂອງເສດຖະກິດ ມັນອາດຈະບໍ່ເໝາະສົມປານໃດ ອັນນັ້ນແມ່ນອັນນຶ່ງ ອັນສອງ ລະແມ່ນພວກເຮົາເຮັດທາງລົດໄຟນີ້ ມີແຕ່ທາງດຽວ ມັນບໍ່ມີທາງຄູ່ຄັນເຮັດທາງຄູ່ແລ້ວເສັ້ນໜຶ່ງແມ່ນໂດຍສານເສັ້ນໜຶ່ງລະແມ່ນຂົນສົ່ງນີ້ ກະຈະພໍເຮັດໄດ້ ສະນັ້ນ ອັນນີ້ແລ້ວ ເຂົາເຈົ້າຈຶ່ງສະເໜີວ່າເສັ້ນທາງໂດຍສານນີ້ກະໃຫ້ມັນໄດ້ຄວາມໄວ ລະຫວ່າງ 160-200 ນີ້ ແລ້ວຂົນສົ່ງອັນສິນຄ້ານີ້ແມ່ນ 120 ຈັງຊິໜາ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ຖ້າ​ຫາ​ກອິງ​ຕາມ​ບົດ​ລາຍ​ງານ​ທີ່​ ທ່ານ​ສົມສະຫວາດ ​ໄດ້​ຖະແຫລ​ງຕໍ່​ກອງ​ປະຊຸມ​ສະ​ໄໝ​ວິສາມັນ ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ໃນວັນ​ທີ 18 ຕຸລາ 2012 ທີ່​ຜ່ານ​ມານັ້ນ ກໍ​ຈະໄດ້​ວ່າ​ທາງ​ການ​ລາວ​ຈະ ກູ້​ຢືມ​ເງິນ​ທຶນ​ສຳລັບ​ໃຊ້​ຈ່າຍ​ໃນ​ໂຄງການ​ທັງ 100 ​ເປີ​ເຊັນ ຈາກ​ທາງ​ການ​ຈີນ.

ທັງນີ້ໂດຍມີເງື່ອນໄຂທີ່ລັດຖະບານລາວຈະຕ້ອງປະຕິບັດຕາມຢ່າງເຄັ່ງຄັດກໍຄືສ້າງຕັ້ງ
ບໍລິສັດຂຶ້ນມາບໍລິຫານໂຄງການແລະມີສະຖານະເປັນລູກໜີ້ຂອງທະນາຄານຈີນໂດຍ
ທີ່ລັດຖະບານລາວຈະຕ້ອງຄ້ຳປະກັນເງິນກູ້ທັງ 100 ເປີເຊັນ ພ້ອມດອກເບ້ຍໃນອັດຕາ
2 ເປີເຊັນຕໍ່ປີເປັນເວລາ 30 ປີ ແລະການຄ້ຳປະກັນເງິນກູ້ຢືມດັ່ງກ່າວນີ້ ກໍຍັງລວມໄປ
ເຖິງລາຍຮັບແລະຊັບສິນທັງໝົດໃນໂຄງການຕະຫຼອດຈົນການທີ່ລັດຖະບານລາວຍັງ
ຄ້ຳປະກັນດ້ວຍລາຍຮັບຈາກບໍ່ແຮ່ 2 ແຫ່ງທີ່ເປັນການລົງທຶນຂອງຈີນ ຢູ່ໃນລາວອີກ
ດ້ວຍ ຊຶ່ງໃນທີ່ນີ້ກໍຄືເໝືອງແຮ່ຄຳແລະທອງແດງຢູ່ເຊໂປນກັບເໝືອງແຮ່ບ໊ອກໄຊທ໌
ຢູ່ແຂວງຈຳປາສັກນັ້ນເອງ.

ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງໃນລາວ ຈະມີລະຍະຍາວ 417.68 ກິໂລແມັດ
ແລະ ລາງກວ້າງ 1.435 ແມັດ ໂດຍຈະຕ້ອງໃຊ້ເງິນທຶນສູງເຖິງ 7,000 ລ້ານໂດລາ ເພາະພື້ນທີ່ກໍ່ສ້າງສ່ວນໃຫຍ່ເປັນເຂດພູດອຍແລະແມ່ນ້ຳລຳເຊ ຈຶ່ງຈະຕ້ອງສ້າງຂົວເຖິງ
154 ແຫ່ງແລະເຈາະອຸມົງ 76 ແຫ່ງຄິດເປັນລະຍະ ທາງຍາວກວ່າ 262 ກິໂລແມັດຈຶ່ງ
ເຮັດໃຫ້ຕ້ອງໃຊ້ເງິນທຶນຫຼາຍກວ່າໂຄງການໂດຍທົ່ວໄປ.

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...