Homeນານາສາລະເຄັດລັບ! ກຳຈັດເສື້ອຜ້າທີ່ສີຕົກໃສ່ໃຫ້ກັບມາໃໝ່ອີກຄັ້ງດ້ວຍວິທີງ່າຍໆ

ເຄັດລັບ! ກຳຈັດເສື້ອຜ້າທີ່ສີຕົກໃສ່ໃຫ້ກັບມາໃໝ່ອີກຄັ້ງດ້ວຍວິທີງ່າຍໆ

Published on

ຖ້າເສື້ອໂຕທີ່ທ່ານມັກໃສ່ເກີດມີຮອຍສີຈາກເສື້ອໂຕອື່ນມາຖືກ ທ່ານກໍ່ຢ່າຟ້າວຕັດໃຈຖີ້ມມັນ ເພາະວັນນີ ລາວໂພສຕ໌ມີເຄັດລັບດີໆໃນການກຳຈັດສີອອກຈາກເສື້ອທີ່ທ່ານມັກນຸ່ງມາຝາກ ເຊິ່ງຈະມີຂັ້ນຕອນໃດແນ່ນັ້ນເຮົາມາຮູ້ໄປພ້ອມໆກັນເລີຍ.

  1. ໃສ່ນ້ຳສະອາດລົງໃນໝໍ້ໃຫຍ່ປະມານຊ່ຳກັບເສື້ອທ່ານໃສ່ລົງໄປໄດ້ ຈາກນັ້ນກໍ່ນຳໄປຕົ້ມໃຫ້ຟົດ.
  2. ໃສ່ນ້ຳສົ້ມສາຍຊູລົງໄປໃນໝໍ້ຕົ້ມນ້ຳທີ່ກຳລັງຟົດໃນປະລິມາທີ່ບໍ່ຫຼາຍເກີນໄປ ແລະ ບໍ່ໜ້ອຍເກີນໄປພໍໃຫ້ໄດ້ມີກິ່ນນ້ຳສົ້ມສາຍຊູກໍ່ພໍ
  3. ຈາກນັ້ນເອົາເສື້ອລົງໄປແຊ່ ອາດຈະແຊ່ສະເພາະຈຸດທີ່ຖືກສີ ຫຼື ຖ້າສີຖືກເສື້ອໝົດທັງໂຕກໍ່ນຳເສື້ອແຊ່ລົງໝົດທັງໂຕເລີຍ.
  4. ໃຫ້ສັງເກດເບິ່ງວ່າສີທີ່ຕິດເສື້ອນັ້ນມັນຫລຸດອອກໄປແລ້ວບໍ່ ຖ້າຫລຸດອອກໄປໝົດແລ້ວກໍ່ນຳເສື້ອທີ່ຕົ້ມອອກໄປຈາກໝໍ້ ແລ້ວນຳໄປຊັກໃສ່ແຟັບຕາມປົກກະຕິ.

ເຄັບລັບພຽງງ່າຍໆເທົ່ານີ້ກໍ່ເຮັດໃຫ້ທ່ານໄດ້ເສື້ອໂຕທີ່ທ່ານມັກນຸ່ງກັບຄືນມາແລ້ວ.

 

ຂໍ້ມູນຈາກ: ເວັບໄຊ໌ໄຂ່ຈຽວດັອດຄັອມ.

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...