spot_img
Homeຂ່າວຕ່າງປະເທດມີຢ່າງນ້ອຍ 30 ຄົນ ເສຍຊີວິດ ຍ້ອນລົມພາຍຸ ຢູ່ພາກໃຕ້ ສຫລ

ມີຢ່າງນ້ອຍ 30 ຄົນ ເສຍຊີວິດ ຍ້ອນລົມພາຍຸ ຢູ່ພາກໃຕ້ ສຫລ

Published on

ປະຊາຊົນອາເມຣິກັນໃນພາກໃຕ້ຂອງສະຫະລັດ ກຳລັງປະເຊີນ
ໜ້າ ກັບສະພາບອາກາດທີ່ປັ່ນປ່ວນ ທີ່ຮຸນແຮງ ໃນວັນອັງຄານ
ວານນີ້ ຫລັງຈາກທີ່ລົມພາຍຸຫົວກຸດ tornadoes ໄດ້ຖະຫຼົ່ມ ຊຶ່ງ
ເຮັດໃຫ້ຫຼາຍໆເຂດ ໄດ້ຮັບຄວາມເສຍຫາຍຮ້າຍແຮງ ແລະຍັງ
ໄດ້ສັງຫານຢ່າງນ້ອຍ 30 ຄົນອີກດ້ວຍ.

ໂຕເລກຜູ້ເສຍຊີວິດນີ້ ແມ່ນກວມເອົາທັງໝົດ 6 ລັດ ນັບແຕ່
ລັດ Oklahoma ຈົນເຖິງລັດ Atlanta. ລະບົບລົມຫົວກຸດ
ໄດ້ພັດປະທະລັດ Arkansas ແລະ Mississippi ແຮງທີ່ສຸດ
ໂດຍໄດ້ເຮັດໃຫ້ຕົ້ນໄມ້ຫັກ ແລະສາຍໄຟຟ້າຂາດ ແລະບ້ານ
ເຮືອນແລະທຸລະກິດຕ່າງໆຫັກພັງລົງມາເປັນກອງຂີ້ເຫຍື່ອ.

ຜູ້ຄົນຈຳນວນຫຼາຍສິບພັນຄົນ ບໍ່ມີໄຟຟ້າໃຊ້ ໃນວັນອັງຄານວານນີ້ ແລະພວກນັກ
ກູ້ໄພຍັງສືບຕໍ່ຊອກຄົ້ນຫາພວກທີ່ອາດລອດຊີວິດມາໄດ້.

ອົງການພະຍາກອນອາກາດແຫ່ງຊາດຂອງສະຫະລັດ ກ່າວວ່າ ບັນດາລັດ ຊຶ່ງຕັ້ງຢູ່
ໃນເຂດແຄມອ່າວ ທີ່ປະກອບດ້ວຍລັດ Mississippi Alabama ແລະ Louisiana ນັ້ນ ຍັງຄົງຖືກຂົ່ມຂູ່ ມາຈົນເຖິງແລງວັນອັງຄານວານນີ້ ຈາກພາຍຸ tornadoes ແລະລົມແຮງ ພ້ອມທັງໝາກເຫັບຊຶ່ງບາງໜ່ວຍມີຂະໜາດໃຫຍ່ເທົ່າກັບລູກໝາກບານ baseball.

ປະທານາທິບໍດີ Barack Obama ໄດ້ສະແດງຄວາມເສົ້າສະລົດໃຈ ຕໍ່ພວກທີ່ໄດ້ຮັບ
ເຄາະ ຈາກໄພພິບັດດັ່ງກ່າວ ໃນວັນຈັນຜ່ານມານີ້ ໃນຂະນະທີ່ທ່ານພວມຢູ່ໃນລະ
ຫວ່າງການຢ້ຽມຢາມຟິລິບປີນ ແລະໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຂອງທ່ານ ຈະໃຫ້ຄວາມຊ່ອຍເຫຼືອ ແກ່​ຜູ້​ເຄາະ​ຮ້າຍ​ ​ແລະ​ສ້າງ​ບ້ານ​ເຮືອນ​ຄືນໃໝ່.

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...