spot_img
Homeຂ່າວຕ່າງປະເທດສາຍການບິນມາ​ເລ​ເຊຍ​ ຫຼັງ​ສອງວິ​ກິດ​ການບິນ​ຄັ້ງ​ໃຫຍ່

ສາຍການບິນມາ​ເລ​ເຊຍ​ ຫຼັງ​ສອງວິ​ກິດ​ການບິນ​ຄັ້ງ​ໃຫຍ່

Published on

ມາ​ເລ​ເຊຍ​ແອ​ລາຍສາຍ​ກາ​ນບິນ​ແຫ່ງ​ຊາດ​ມາ​ເລ​ ພົບ​ເຫດການ​ອັນ​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ໂລກ​ເຖິງ​ສອງ​ເຫ​ດ ການ​ຕິດ​ຕໍ່​ກັນ​ໃນ 2 ປີ​ກ່ອນ ນັ້ນ​ຄືການ​ສູນ​ຫາຍຂອງ​ເຮືອບິນ​ໂດຍສານ​ໂບອິ້ງ 777 ຖ້ຽວບິນ MH370 ພ້ອມ​ຜູ້​ໂດຍສານ 239 ຄົນ ​ແລະ ​ເຮືອບິນ​ໂດຍສານ​ໂບອິງ 777 ຖືກ​ຍິ່ງ​ຕົກ​ຢູ່​ນ່ານຟ້າ​ອູ​ເກຣນ.

ສອງ​ເຫດການ​ນີ້​ເຮັດ​ໃຫ້​ຜູ້​ໂດຍສານ​​ປິ່ນ​ໜ້າ​ໜີ​ສາຍ​ການບິນ​ມາ​ເລ​ເຊຍ​​ແອ​ລາຍ ສົ່ງ​ຜົນ​ເຮັດ​ໃຫ້​ບໍລິສັດ​ຂາດທຶນ 1,7 ຕື້​ໂດ​ລາ​ສະຫະລັດ ກຽມ​ລົ້ມ​ລະລາຍ ​ເຮັດ​ໃຫ້​ລັດຖະບານ​ມາ​ເລ​ເຊຍ​ຜູ້​ເປັນ​ເຈົ້າ​ຂອງ​ສາຍ​ການບິນ​ແຫ່ງ​ນີ້ ຕ້ອງ​ປັບ​ໂຄງ​ສ້າງສາ​ຍການບິນ​ຂະໜາດ​ໃຫຍ່​ດ້ວຍ​ການ​ແຕ່ງ​ຕັ້ງທ່າ​ນ ຄຣິຕອບ ມິລ​ເລີ ປະທານ​ຄົນ​ໃໝ່​ຊາວ​ເຢຍລະ​ມັນ​ຜູ້​ມີ​ປະສົບ​ການ​ມາ​ຟື້ນ​ຟູ​ບໍລິສັດ, ​ໂດຍ​ທ່ານ ມິລ​ເລີ ​ໃຊ້​ວີ​ທີ​ການ​ຫຼຸດ​ ຫຼື​ຍົກ​ເລີກ​ເສັ້ນ​ທາງ​ບິນ​ທີ່​ບໍ່​ສ້າງ​ກຳ​ໄລ, ຫຼຸດ​ຈຳນວນ​ເຮືອບິນ ​ແລະ ປົດ​ພະນັກງານ​ເຖິງ 6 ພັນ​ຄົນ ​ແຕ່​ສາຍ​ການບິນ​ມາ​ເລ​ເຊຍ​ແອ​ລາຍ​ກໍ​ກຳລັງ​ປະ​ເຊີນ​ຄູ່​ແຂ່ງ ຈາກ​ບັນດາ​ສາຍ​ການບິນ​ຕົ້ນທຶນຕໍ່າ ລາຄາ​ປະຢັດ​ເຊັ່ນ: ​ແອ​​ເອເຊຍ, ​ໄລ​ອອນ​ແອ, ​ໄທ​ເກີ​ແອ ​ແລະ ​ເຈັດ​ສຕາ ທີ່​ແຕກ​ຕົວ​ມາ​ຈາກ​ແຄວນ​ຕັສ, ມາ​ເລ​ເຊຍ​ແອ​ລາຍ ຈຶ່ງ​ແກ້​ໄຂ​ດ້ວຍ​ການ​ຈັບ​ມື​ກັບ​ສາຍ​ການບິນ​ເອມິ​ເຣດ ລາຍ​​ໃຫຍ່​ຂອງ​ດູ​ໄບ ​ເພາະ​ຈະ​ໄດ້​ເກາະ​ກ່ຽວ​ເສັ້ນທາງ​ການບິນ​ໄປ​ດ້ວຍ​ກັນ ອັນ​ຈະ​ເປັນ​ການ​ປະຢັດ​ຕົ້ນ​ທຶນ​ໄປ​ໄດ້​ຫຼາຍ ​ແລະ ​ເພື່ອ​ດຶງ​ດູ​ດຜູ້​ໂດຍສານ​ໃຫ້​ຫຼາຍ​ຂຶ້ນ, ມາ​ເລ​ເຊຍ​ແອ​ລາຍ​ກຳລັງ​ປັບປຸງ​ເມ​ນູອາຫານ ​ແລະ ນຳ​ສະ​ເໜີ​ບໍລິການ​ໃໝ່ໆ​ເຊັ່ນ: ສັນຍານ​ວາຍ​ຟາຍ​ເທິງ​ເຮືອບິນ ​ແລະ ບ່ອນ​ນັ່ງ​ແບບ​ໃໝ່, ລວມທັງ​ປັບປຸງ​ຝູງ​ບິນ​ເພື່ອ​ຫຼຸດ​ຕົ້ນ​ທຶນ ​ໂດຍ​ຈະ​ຄ່ອຍ​ໆ​ປົດ​ເຮືອບິນ​ໂບອິງ 777 ທີ່​ເກົ່າ​ລວມທັງ​ແອ​ບັສ A320 ທີ່​ກິນ​ນ້ຳມັນ​ຫຼາຍ ​ແລະ ຫັນ​ມາ​ໃຊ້​ເຮືອ​ບິ​ນ​ໂດຍສານ​ໂບອິງ 737 ທີ່​ລຳ​ນ້ອຍ, ຄ່ອງ​ຕົວ ​ແລະ ປະຢັດ​ກວ່າ ພ້ອມ​ທັງ​ສັ່ງ​ຊື້​ເຮືອບິນ A350 ຈຳນວນ 4 ລຳ ຊຶ່ງ​ເປັນ​ຮຸ່ນ​ທັນ​ສະ​ໄໝ​ສຸດຂອງ​ຄ່າ​ຍ​ແອ​ບັສມາ​ເສີມ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...