Homeຂ່າວຕ່າງປະເທດການສົ່ງ​ອອກ​ຂອງຈີນ​ຫຼຸດ​​​ລົງຫຼາຍ ເປັນສັນຍານ​ການ​ຄ້າ​ໂລກ​ອ່ອນ​ແອ

ການສົ່ງ​ອອກ​ຂອງຈີນ​ຫຼຸດ​​​ລົງຫຼາຍ ເປັນສັນຍານ​ການ​ຄ້າ​ໂລກ​ອ່ອນ​ແອ

Published on

ສຳນັກງານ​ພາສີ​ອາກອນ​ ສປ ຈີນ ​ເປີດ​ເຜີຍ​​ໃນ​ວັນ​ທີ 8 ມີນາ​ທີ່​ຜ່ານ​ມາ​ວ່າ ການ​ສົ່ງ​ອອກ​ຂອງ​ປະ​ເທດ​ໃນ​ເດືອນ​ກຸມພາ​ທີ່​ຜ່ານ​ມາ ​ຫົດ​ຕົວ​ລົງ​ຫຼາຍ​ກວ່າ​ທີ່​ຄາດ​ຄະ​ເນ​ເອົາ​ໄວ້ ນັບ​ເປັນ​ສັນຍານ​ກາ​ນອ່ອນ​ແອ​ຫຼ້າ​ສຸດ​ຂອງ​ການ​ຄ້າ​ໂລກ ​ແລະ ຄວາມຕ້ອງການ​ຕໍ່​ໂພ​ກພັນ​ໃນ​ປະ​ເທດ​ຍັງ​ງົມເຫງົາ​ຈາກ​ການ​ເສດ​ຖະກິດ​ຂອງ​ຈີນ​ທີ່​ມີ​ຂະໜາດ​​ໃຫຍ່​ຂອງ​ໂລກ​ຫົດ​ຕົວ.

ການ​ສົ່ງ​ອອກ​ຂອງ​ຈີນ​ໃນ​ເດືອນ​ກຸມພາ​ຫຼຸດ​ລົງ 25,4% ​ເມື່ອ​ທຽບ​ກັບ​ໄລຍະ​​ເວລາ​ດຽວ​ກັນ​ຂອງ​ປີ​ທີ່​ຜ່ານ​ມາ ນັບ​ເປັນ​ການ​ຫຼຸດ​ລົງ​ໃນ​ຮອບ 1 ​ເດືອນທີ່​ຮ້າຍ​ແຮງ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ຕົ້ນ​ປີ 2009 ​ແລະ ຫຼຸດ​ລົງ​ຈາກ​ 11,2% ​ໃນ​ເດືອນ​ມັງກອນ​ທີ່​ຜ່ານ​ມາ ພ້ອມ​ທັງ​ຍັງ​ຫຼາຍ​ກວ່າ​ຄ່າ​ສະ​ເລ່ຍ 14,5% ທີ່​ນັກ​ເສດຖະສາດ​ຄາດ​ຄະ​ເນ​ເອົາ​ໄວ້​ໃນ​ຜົນສຳ​ຫຼວດຂອງສຳນັກ​ງານບລູ​ມເບິ​ກ ຂະນະ​ທີ່​ການ​ນຳ​ເຂົ້າ​ຫຼຸດ​ລົງ 13,8% ມາ​ຢູ່​ທີ່ 93,6 ຕື້​ໂດ​ລາ​ສະຫະລັດ ຕໍ່າ​ກວ່າ​ທີ່​ຄາດ​ຄະ​ເນ​ເອົາ​ໄວ້​ເຊັ່ນ​ກັນ ​ໂດຍ​ຜົນສຳ​ຫຼວດຂອງ​ນັກ​ເສດຖະສາດ​ຂອງ​ບລູມ​ເບີກ​ຄາດ​ວ່າ ຈະ​ຫຼຸດ​ລົງ 12% ​ແຕ່​ຍັງ​ຫຼຸດ​ລົງ​ນ້ອຍ​ກວ່າ​ເດືອນ​ມັງກອນ​ທີ່​ຫຼຸດ​ລົງ 18,8% ​ນັບ​ເປັນ​ການ​ຫຼຸດ​ລົງ 16 ​ເດືອນ​ຕິດ​ຕໍ່​ກັນ.

ກອງ​ທຶນ​ການ​ເງິນ​ສາກົນ (​ໄອ​ເອັມ​ເອຟ) ປັບ​ຄາດ​ຄະ​ເນ​ການ​ຄ້າ​ໂລກ​ປະຈຳ​ປີ 2016 ​ແລະ 2017 ຫຼຸດ​ລົງຫຼາຍ​ກວ່າ 0,5% ​ໃນ​ເດືອນ​ມັງກອນ​ທີ່​ຜ່ານ​ມາ ​ໂດຍ​ອ້າງ​ຄວາມ​ງຽບເຫຼງົາ​ຂອງ​ເສດຖະກິດ​ຈີນ, ບຣາຊິນ ​ແລະ ຕາ​ເວັນ​ອອກ​ກາງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...