spot_img
Home​ຂ່າວທ່ອງທ່ຽວຫາດຊາຍໃນຝັນ ບ້ານສີຖານເໜືອ ມ.ສີໂຄດຕະບອງ ນວ

ຫາດຊາຍໃນຝັນ ບ້ານສີຖານເໜືອ ມ.ສີໂຄດຕະບອງ ນວ

Published on

ຖືວ່າເປັນຂ່າວໂຊກດີຂອງຊາວນະຄອນຫຼວງວຽງຈັນທີ່ໄດ້ມີສະຖານທີ່ທ່ອງທ່ຽວແຫ່ງໃໝ່ “ສວນດອກໄມ້ 1.000.000 ດອກ ” ບ້ານ ສີຖານເໜືອ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ,

ສວນດອກໄມ້ 1,000,000ດອກນີ້ ຖືກສ້າງຂຶ້ນໃນເຂດສຳປະທານຂອງ ກຸ່ມບໍລິສັດ ຟ້າວັດທະນາ ເພື່ອປະຕິບັດ 4ສ-1ກ(ສະຫງົບສຸກ, ສະອາດ, ສີສັນຂຽວງາມຕາ , ສະຫວ່າງ, ກ ກີນໄດ້) ເຊິ່ງທ່ານ ກ້ອງພົມມະສັກ ປະທານກຸ່ມບໍລິສັດ ຟ້າວັດທະນາໄດ້ກ່າວວ່າ ສວນແຫ່ງນີ້ໄດ້ເລີ່ມສ້າງຂຶ້ນແຕ່ປີ 2012 ແລະ ໄດ້ປູກດອກໄມ້ຫຼາກຫຼາຍຊະນິດ, ຫຼາກຫຼາຍສີ ພ້ອມພືດຜັກທີ່ສາມາດກິນໄດ້ ນອກຈາກນີ້ຍັງຈະສ້າງຫາດຊາຍແມ່ຂອງເຂດນີ້ ສຳລັບ ນັ່ງນອນພັກຜ່ອນ, ອາບແດດ, ຫລີ້ນນໍ້າ, ຂີ່ກົງເບັງ, ຂີ່ເຮືອ, ຂີ່ມ້າ, ບີນວ່າວ, ຕີກ໊ອບ, ກີລາຫາດຊາຍ ແລະ ອື່ນໆ…

 

ຫາກທ່ານໃດຍັງບໍ່ທັນໄດ້ໄປສຳພັດຄວາມສວຍງາມທີ່ຫາດແຫ່ງນີ້ກໍ່ຢ່າລືມຫາໂອກາດມາທ່ຽວໃຫ້ໄດ້ເດີ້ ໂດຍສະເພາະປີໃໝ່ລາວປີນີ້ ຮັບຮອງມ່ວນກັນແນ່ນອນ!!!

ຂໍ້ມູນຈາກ Mekong Zone ພັດທະນາທ່ອງທ່ຽວແຄມຂອງ

ຮຽບຮຽງໂດຍ ປັອກເລັກ ລາວໂພສຕ໌.

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...